spot_img
Homeຂ່າວພາຍ​ໃນຄົນໄທໜີທະນາຄານໄທ ມາຝາກເງິນຢູ່ລາວຢ່າງຟົດຟື້ນ

ຄົນໄທໜີທະນາຄານໄທ ມາຝາກເງິນຢູ່ລາວຢ່າງຟົດຟື້ນ

Published on

1431245779-1101191411-o

ຄວາມຈິງແລ້ວມີຄົນໄທຈຳນວນຫຼາຍ ທີ່ທະຍອຍເອົາເງິນມາຝາກຢູ່ທະນາຄານ ຂອງປະເທດລາວ ແຕ່ທີ່ຜ່ານມາແມ່ນເຮັດແບບງຽບໆ ສ່ວນຫຼາຍຈະເປັນຜູ້ທີ່ທຽວມາຄ້າຂາຍ ຫຼືເຮັດທຸລະກິດ. ແຕ່ພາຍຫຼັງທີ່ມີຜູ້ຝາກເງິນທ່ານໜຶ່ງ ທີ່ເປັນຄົນໄທໄດ້ໂພສເລື່ອງລາວ ລາຍໄດ້ຈາກການຝາກເງິນຢູ່ທະນາຄານແຫ່ງໜຶ່ງຂອງລາວ ລົງໄປໃນສື່ສັງຄົມອອນລາຍ ເຮັດໃຫ້ກາຍເປັນກະແສຢ່າງໃຫຍ່ ມີຫຼາຍສຳນັກຂ່າວເອົາໄປເຜີຍແຜ່ຕໍ່ ຈົນເຮັດໃຫ້ຄົນໄທອີກຈຳນວນຫຼວງຫຼາຍ ກຽມຫຼັ່ງໄຫຼເຂົ້າມາຝາກເງິນໃນ ທະນາຄານຂອງລາວຫຼາຍຂຶ້ນ.

ນັກທຸລະກິດຄົນໄທທ່ານໜຶ່ງ ທີ່ບໍ່ປະສົງອອກນາມ ໄດ້ເປີດເຜີຍຕໍ່ສຳນັກຂ່າວ ລາວໂພສພວກເຮົາວ່າ ທີ່ຄົນໄທເອົາເງິນມາຝາກຢູ່ທະນາຄານຂອງລາວມີຫຼາຍເຫດຜົນ ເຊັ່ນ:
1. ປະເທດລາວມີຄວາມສະຫງົບ ການເມືອງມີສະຖຽນລະພາບ
2. ປະເທດລາວກຳລັງເປັນທຳເລທອງ ຂອງການລົງທຶນ ດັ່ງນັ້ນ ນັກລົງທຶນທີ່ເຂົ້າມາລົງທຶນໃນລາວ ກໍຕ້ອງຝາກເງິນໃນທະນາຄານລາວຢູ່ແລ້ວ.
3. ດອກເບ້ຍເງິນຝາກຢູ່ລາວໄດ້ຫຼາຍ ສູງສຸດ 5 ປີໄດ້ເຖິງ 13% ຕໍ່ປີ (ບາງທະນາຄານ) ແລະທະນາຄານລາວກໍບໍ່ໄດ້ຫັກເກັບພາສີ ຈາກດອກເບ້ຍເງິນຝາກ.
4. ຢູ່ໄທເງິນຝືດ ດອກເບ້ຍເງິນຝາກຕ່ຳກວ່າຢູ່ລາວຫຼາຍ ແລະຍັງມີການຫັກພາສີດອກເບ້ຍທີ່ແສນໜ້ອຍນັ້ນດ້ວຍ.

ລູກຄ້າທະນາຄານການຄ້າ ຕ່າງປະເທດລາວທ່ານໜຶ່ງ ທີ່ເປັນຄົນໄທ ໄດ້ເຜີຍແຜ່ລາຍໄດ້ຂອງຕົນ ອອກສູ່ສັງຄົມອອນລາຍ ໂດຍອ້າງວ່າ ຝາກເງິນພຽງ 6 ເດືອນ ແຕ່ໄດ້ດອກເບ້ຍເຖິງ 8% ດັ່ງຂໍ້ຄວາມສະແດງລຸ່ມນີ້:

Capture_2015_05_11_23_43_01_923

 

ລູກຄ້າທະນາຄານລາວທີ່ເປັນຄົນໄທທ່ານໜຶ່ງກ່າວວ່າ ຖ້າຫາກມີທະນາຄານລາວແຫ່ງໃດແຫ່ງໜຶ່ງ ຈັດທຳໃບປິວ ຫຼືແຜ່ນພັບແນະນຳ ຜະລິດຕະພັນຂອງທະນາຄານຂອງຕົນ ເປັນພາສາໄທ ແລ້ວວາງໄວ້ຕາມດ່ານສາກົນຕ່າງໆ ເຊື່ອແນ່ວ່າຄົນໄທຈະຫຼັ່ງໄຫຼເຂົ້າມາເປັນລູກຄ້າຢ່າງແນ່ນອນ.

ແນວໃດກໍຕາມ ການຝາກເງິນຢູ່ລາວ (ສຳລັບຄົນໄທ) ຂໍແນະນຳໃຫ້ມີເອກະສານປະກອບຄື ໜັງສືເດິນທາງ (Passport) ແລະ ໃບຢັ້ງຢືນການເຮັດວຽກຢູ່ລາວ (Work Permit) ເຊິ່ງທ່ານສາມາດໃຫ້ຍາດພີ່ນ້ອງ ຫຼືຄົນຮັກແພງອອກເອກະສານດັ່ງກ່າວໃຫ້. ໃນຂະນະທີ່ບາງທະນາຄານ ໃຊ້ພຽງໜັງສືເດິນທາງກໍໄດ້ແລ້ວ.

ແອັດມິນຊຽງ

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...