ຈີນ ເດີນໜ້າປາບສໍ້ລາດບັງຫລວງ ຕັດສິນຈຳຄຸກ 20 ປີ ຜູ້ສົມຮູ້ຮ່ວມຄິດ ສໍ້ໂກງປະມູນໂຄງການລົດໄຟ

557000014963601
ນາງ ຕິງ ຊູໝຽວ

 

ສານຈີນຕັດສິນຈຳຄຸກ 20 ປີ ເພື່ອນສະໜິດ ຫລິວ ຈື້ຈວິນ ອະດີດລັດຖະມົນຕີການລົດໄຟ ຖານສົມຮູ້ຮ່ວມຄິດສໍ້ລາດບັງ

ຫລວງ ພ້ອມປັບໄໝອີກກ່ວາ 2,5 ຕື້ຢວນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວາຜ່ານມານີ້ວ່າ ສານຈີນໄດ້ຕັດສິນລົງໂທດ ນາງ ຕິງ ຊູໝຽວ ດ້ວຍໂທດ

ຈຳຄຸກ 20 ປີ ແລະ ປັບໄໝເງິນອີກກ່ວາ 2,500,000,000 ຢວນ ຫລື 2,5 ຕື້ຢວນ ໂດຍ ນາງ ຕິງ ແລະ ທ່ານ ຫລິວ ຈື້ຈວິນ

ອະດີດລັດຖະມົນຕີວ່າການກະຊວງລົດໄຟ ໄດ້ສົມຮູ້ຮ່ວມຄິດນຳກັນ ໃນການສໍ້ລາດບັງຫລວງຊ່ວຍໃຫ້ບໍລິສັດຕ່າງໆ ຊະນະ

ໂຄງການປະມູນກໍ່ສ້າງຂະໜາດໃຫຍ່ຫລາຍໂຄງການ ຂອງກະຊວງລົດໄຟຂອງຈີນ ໂດຍທີ່ມີ ນາງ ຕິງ ຊູໝຽວ ເປັນຄົນກາງ

ໃນການເຈລະຈາລະຫວ່າງນັກທຸລະກິດຄົນອື່ນໆ ແລະ ທ່ານ ຫລິວ ຈື້ຈວິນ.

 

ສ່ວນທາງດ້ານ ທ່ານ ຫລິວ ຈື້ຈວິນ ອະດີດລັດຖະມົນຕີວ່າການກະຊວງລົດໄຟຈີນ ກໍໄດ້ຖືກພິພາກສາປະຫານຊີວິດ ໂດຍໃຫ້

ພາກໂທດໄວ້ 2 ປີ ໃນຄວາມຜິດສໍ້ລາດບັງຫລວງ ແລະ ໃຊ້ອຳນາດໃນທາງບໍ່ຖືກຕ້ອງ ຕັ້ງແຕ່ປີ 2013​ ແລ້ວ.

 

557000014963602
ທ່ານ ຫລິວ ຈື້ຈວິນ ອະດີດລັດຖະມົນຕີວ່າການກະຊວງລົດໄຟ ຖືກສານຕັດສິນໂທດປະຫານຊີວິດ ແຕ່ພາກໂທດໄວ້ 2 ປີ ເມື່ອປີ 2013 ທີ່ຜ່ານມາ