Homeຂ່າວຕ່າງປະເທດຣັດເຊຍເຜີຍພາບຖ່າຍດາວທຽມ ຊີ້ເຮືອບິນ MH17 ຖືກເຮືອບິນກອງທັບອູແກຣນຍິງຕົກ!

ຣັດເຊຍເຜີຍພາບຖ່າຍດາວທຽມ ຊີ້ເຮືອບິນ MH17 ຖືກເຮືອບິນກອງທັບອູແກຣນຍິງຕົກ!

Published on

1

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 15 ພະຈິກຜ່ານມານີ້ວ່າ ກໍລະນີເຮືອບິນໂບອິ້ງ 777 ຂອງສາຍການບິນ

ມາເລເຊຍ ແອຣ໌ລາຍ ຖ້ຽວບິນ MH17 ຈາກນະຄອນຫລວງອາມສະເຕີດຳ – ນະຄອນຫລວງກົວລາລຳເປີ ປະສົບ

ອຸບັດເຫດຕົກຢູ່ແຂວງໂດເນດ ທາງພາກຕາເວັນອອກຂອງອູແກຣນ ເມື່ອວັນທີ 17 ກໍລະກົດທີຜ່ານມາ ຈົນເຮັດ

ໃຫ້ມີຜູ້ໂດຍສານ ແລະ ລູກເຮືອເສຍຊີວິດຍົກລຳ ລວມ 298 ຄົນ ນັ້ນ, ລ່າສຸດ ສຳນັກຂ່າວໃນຣັດເຊຍ ໄດ້ເຜີຍແຜ່

ພາບຖ່າຍດາວທຽມ ໃນມື້ວັນສຸກທີ 14 ພະຈິກທີ່ຜ່ານມາ ເຊິ່ງສະແດງໃຫ້ເຫັນວ່າ ໂບອິ້ງ 777 ຂອງສາຍການບິນ

ມາເລເຊຍແອຣ໌ລາຍລຳນີ້ ໄດ້ຖືກຍິງໂດຍເຮືອບິນຂັບໄລ່ ຫາກບໍ່ແມານຂີປະນາວຸດພາກພື້ນດິນ ພ້ອມທັງຍັງອ້າງ

ອີກວ່າ ພາບຖ່າຍດາວທຽມເຫລົ່ານີ້ ໄດ້ມາຈາກດາວທຽມຂອງອັງກິດ  ແລະ ສະຫະລັດ ເຊິ່ງສະແດງໃຫ້ເຫັນວ່າ

ເຮືອບິນຖືກຍິງດ້ວຍເຮືອບິນຂັບໄລ່ຂອງກອງທັບອູແກຣນຍິງຕົກ ຫາກບໍ່ແມ່ນຂີປະນາວຸດພາກພື້ນດິນຢ່າງທີ່

ສື່ຕາເວັນຕົກ ໄດ້ພະຍາຍາມສະເໜີມາກ່ອນໜ້ານີ້.

 

 

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...