ໄທເຂັ້ມ ຫ້າມບຸກຄົນອາຍຸຕ່ຳກວ່າ 18 ປີ ເຂົ້າປະເທດໂດຍບໍ່ມີຜູ້ປົກຄອງ

ແຂວງສະຫວັນນະເຂດໄດ້ຮັບໃບແຈ້ງການ ຈາກດ່ານກວດຄົນເຂົ້າເມືອງຈັງຫວັດມຸກດາຫານ ເລື່ອງການຈັດຕັ້ງສູນກວດກາກຸ່ມຄົນ ທີ່ມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ.
ເນື່ອງຈາກເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງໄທ ໄດ້ກວດພົບແຮງງານຈາກບັນດາປະເທດເພື່ອນບ້ານ ຕົກເປັນເຫຍື່ອຂະບວນການຄ້າມະນຸດຂ້າມຊາດ ເຊິ່ງຖືກຕົວະຍົວະຫຼອກລວງ ຊັກຈູງໃຫ້ເຂົ້າໄປເຮັດວຽກໃນປະເທດໄທ ແລະບາງສ່ວນຖືກບັງຄັບໃຫ້ຄ້າບໍລິການທາງເພດ ຖືກບັງຄັບໃຫ້ໃຊ້ແຮງງານໃນເຮືອປະມົງ ຫຼືບັງຄັບໃຫ້ ຫຼືບັງຄັບໃຫ້ໃຊ້ແຮງງານຄືກັນກັບທາດຮັບໃຊ້.
ດັ່ງນັ້ນ, ສຳນັກງານຕຳຫຼວດກວດຄົນເຂົ້າເມືອງ ຈຶ່ງໄດ້ມີມາຕະການເຂັ້ມງວດ ຫ້າມບໍ່ໃຫ້ຜູ້ມີອາຍຸຕ່ຳກວ່າ 18 ປີເຂົ້າໄປໃນປະເທດໄທ ໂດຍບໍ່ມີຜູ້ປົກຄອງໄປນຳ ແລະຖ້າຫາກກວດພົບຜູ້ທີ່ມີຄວາມສ່ຽງທີ່ ຈະເປັນເຫຍື່ອຂອງຂະບວນການຄ້າມະນຸດ ທາງການໄທຈະປະຕິເສດແລະສົ່ງກັບຄືນ ພູມລຳເນົາ.

10492070_1609734232591941_2845891329962235716_n

11009165_1609734212591943_9087701379276394658_n

1 COMMENT

Comments are closed.