ກອງປະຊຸມລັດຖະບານ ຮັບຮອງເອົາແຜນພັດທະນາໄລຍະສັ້ນ ແລະ ໄລຍະຍາວ

0
1731

20140425173449

 

ກອງ​ປະຊຸມ​ລັດຖະບານ​ກາງ ສົກ​ປີ 2013-2014 ໄດ້​ໄຂ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 22-25 ເມສາ 2014 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ໂດຍ​ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ ບັນດາ​ສະມາຊິກ​ລັດຖະບານ ປະທານ ຫົວໜ້າ​ອົງ​ການຈັດຕັ້ງ​ພັກ ລັດ ສະພາ​ແຫ່ງ​ຊາດ ອົງການ​ຕຸລາການ ອົງການ​ແນວ​ລາວ​ສ້າງ​ຊາດ ອົງການ​ມະຫາຊົນ​ຂັ້ນ​ສູນ​ກາງ ທ່ານ​ເຈົ້າ​ຄອງ​ນະຄອນຫຼວງ ແລະ ບັນດາ​ທ່ານ​ເຈົ້າແຂວງ​ທຸກໆ​ແຂວງ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ເຫັນ​ດີ​ໃນ​ດ້ານ​ຫຼັກການ ຮັບຮອງ​ເອົາ​ບັນດາ​ບົດ​ລາຍ​ງານ​ຂອງ​ກະຊວງ​ກ່ຽວຂ້ອງ ໃນ​ການ​ຕີ​ລາຄາ​ຜົນ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແຜນ​ງົບປະມານ​ແຫ່ງ​ລັດ ແລະ ແຜນ​ເງິນຕາ ໃນ 6 ເດືອນ​ຕົ້ນ​ສົກ​ປີ ແລະ ມາດ​ຕະການ​ຊຸກຍູ້​ການຈັດຕັ້ງ​ປະຕິບັດ ໃນ​ໄລຍະ 6 ເດືອນ​ທ້າຍ ສົກ​ປີ 2013-2014 ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2014-2015 ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ພິຈາລະນາ ປະກອບ​ຄຳ​ເຫັນ​ຕໍ່​ຮ່າງ​ເບື້ອງ​ຕົ້ນ ກ່ຽວ​ກັບ​ວິໄສ​ທັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຮອດ​ປີ 2030 ແລະ ຮ່າງ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແລະ ຮ່າງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ເທື່ອ​ທີ VIII (2016-2020) ກອງ​ປະຊຸມ​ໄດ້​ຄົ້ນ​ຄວ້າ ແລະ ມີ​ຄຳ​ເຫັນ​ເລິກເຊິ່ງ​ສົມຄວນ ອັນ​ສຳຄັນ​ແມ່ນ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ທັດສະນະ ທິດ​ທາງ ແລະ ຄາດໝາຍ​ໃຫຍ່​ຕ່າງໆ​ທີ່​ໄດ້​ກຳນົດ​ໃນ​ຍຸດ​ທະ​ສາດ.

ກອງ​ປະຊຸມ​ເຫັນ​ດີ​ຮັບຮອງ​ຮ່າງ​ຍຸດ​ທະ​ສາດ​ການ​ພັດທະນາ​ຕົວ​ເມືອງ ຮອດ​ປີ 2030 ຄື​ຮູ້​ແລ້ວ​ວ່າ ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຕົວ​ເມືອງ​ຂອງ ​ສປປ ລາວ ຮອດ​ປີ 2030 ນີ້ ໄດ້​ນຳ​ຜ່ານ​ກອງ​ປະຊຸມ​ລັດຖະບານ​ສະໄໝ​ສາມັນ ປະຈຳ​ເດືອນ​ຕຸລາ 2012 ຄັ້ງ​ໜຶ່ງ​ແລ້ວ ແຕ່​ເພື່ອ​ຄວາມ​ເປັນ​ເອກະ​ພາບ ໃນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ກອງ​ປະຊຸມ​ຄັ້ງ​ນີ້ ຈຶ່ງ​ໄດ້​ນຳ​ເອົາ​ຍຸດ​ທະ​ສາດ​ດັ່ງກ່າວ ມາ​ແນະນຳ​ຊີ້​ແຈງ​ຕື່ມ​ອີກ​ຄັ້ງ​ໜຶ່ງ ພ້ອມ​ນັ້ນ​ຍັງ​ໄດ້​ຮັບ​ຟັງ ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ ກ່ຽວ​ກັບ​ສະພາບ​ການ​ລະບາດ ແລະ ມາດ​ຕະການ​ສະກັດ​ກັ້ນ​ພະຍາດ ເດືອນ​ເມສາ 2014 (H7N9 H5N1 ໄຂ້ຍຸງ​ລາຍ ແລະ ເຊື້ອ Mers Coronarus) ຕໍ່​ບັນຫາ​ດັ່ງກ່າວ ກອງ​ປະຊຸມ​ໄດ້​ມີ​ທິດ​ຊີ້​ນຳ​ໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ ເອົາໃຈໃສ່​ປະສານ​ສົມທົບ​ກັນ ເພື່ອ​ເຝົ້າ​ລະວັງ ແລະ ຄວບ​ຄຸມພະ​ຍາດ​ຕິດຕໍ່​ຕ່າງໆ ເປັນຕົ້ນ ກະກຽມ​ເປີດ​ລະບົບ​ການ​ລາຍ​ງານ​ໂທລະສັບ​ສາຍ​ດ່ວນ 166 ສ້າງ​ແຜນ​ຮັບຮອງ​ສຸກ​ເສີນ​ຮ່ວມ​ກັນ​ຫຼາຍ​ພາກສ່ວນ ພ້ອມ​ທັງ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ປ້ອງ​ກັນ​ການ​ລະບາດ​ຂອງ​ພະຍາດ​ໄຂ້​ຫວັດ​ສັດ​ປີກ ໄຂ້ຍຸງ​ລາຍ ແລະ ພະຍາດ​ຖອກທ້ອງ​ຢ່າງ​ເຂັ້ມ​ງວດ ແລະ ທັນ​ການ​ກ່ອນ​ກອງ​ປະຊຸມ​ລັດຖະບານ​ກາງ​ສົກ​ປີ ໃນ​ວັນ​ທີ 21 ເມສາ 2014 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ໄດ້​ມີ​ກອງ​ປະຊຸມ​ພົບ​ປະ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ກັບ​ສະພາ​ການ​ຄ້າ ແລະ ອຸດສາຫະກຳ​ແຫ່ງ​ຊາດ.

ທີ່ມາ http://www.vientianemai.net/teen/khao/1/11658