ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ – ສະຫະລັດ ແບບບໍ່ເປັນທາງການ ເປີດຂຶ້ນທີ່ນິວຢອກ

Untitled.01.10.2bbb

ຂປລ. ໃນວັນທີ 30 ກັນຍາ 2015 ທີ່ນິວຢອກ, ສະຫະລັດອາເມຣິກາ, ທ່ານ ທອງລຸນ ສີສຸລິດ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ-ສະຫະລັດອາເມຣິກາ ແບບບໍ່ເປັນທາງການ ເຊິ່ງສອງຝ່າຍໄດ້ທົບທວນຄືນ ການຮ່ວມມືອາຊຽນ-ສະຫະລັດ ແລະ ປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຈັດຕັ້ງ ປະຕິບັດຜົນຂອງກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ-ສະຫະລັດ ທີ່ຈັດຂຶ້ນໃນເດືອນສິງຫາ 2015 ທີ່ຜ່ານມາ ທີ່ມາເລເຊຍ. ນອກຈາກນີ້, ກໍໄດ້ປຶກສາຫາລືການກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດ ຄັ້ງທີ 3 ​ເຊິ່ງຈະຈັດຂຶ້ນໃນທ້າຍ ເດືອນພະຈິກ 2015 ທີ່ກົວລາລໍາເປີ, ມາເລເຊຍ.

ກອງປະຊຸມຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນບັນຫາ ການເຄື່ອນຍ້າຍຖິ່ນຖານແບບບໍ່ປົກກະຕິ, ການຄ້າມະນຸດ, ການປ່ຽນແປງດິນຟ້າອາກາດ ແລະ ການຫາປາທີ່ຜິດ ກົດໝາຍ. 

 

ແຫລ່ງຂ່າວ:

ຂປລ