ກະຊວງພະລັງງານ ແລະ ບໍ່ແຮ່ ຕອບຂໍ້ຂ້ອງໃຈຂອງປະຊາຊົນ ກ່ຽວກັບໄຟຟ້າບໍ່ພໍໃຊ້

8440bacb8efe6f63dc9cff86354082bf


ທ່ານ ຄຳ
ມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ​​ ແລະ ບໍ່ແຮ່ກ່າວເມື່ອບໍ່ດົນນີ້ວ່າ: ຕໍ່ກັບ​​ຂໍ້ສະເໜີຂອງປະຊາຊົນ ບ້ານດອນໜູນເມືອງໄຊທານີນັ້ນ ລັດວິສາຫະກິດໄຟຟ້າລາວ ຫລື ຟຟລ ຈະກວດກາ​ ​ແລະ ວັດ​​ແທກ Load ດ້ານເຕັກນິກຕື່ມເພື່ອປັບປຸງເຊັ່ນ: ການຕິດຕັ້ງ C-Bank,ປ່ຽນຂະໜາດສາຍ, ຄາດໝາຍຈະໃຫ້ສຳເລັດໃນປີ 2015 ຕາມແຜນອະນຸມັດ ງົບປະມານຂອງ ຟຟລ, ຜ່ານການລົງກວດກາຕົວຈິງແລະ ສົມທົບກັບ ນາຍບ້ານໆດອນໜູນ ໄດ້ພົບເຫັນຢູ່ຮອມ 8/14 ບ້ານດອນໜູນ ທີ່ມີຊາຍແດນຕິດກັບ ບ້ານຫວ້ຍແດນເມືອງໃນປີຜ່ານມາ ສາຂາໄຟຟ້າເມືອງໄຊທານີ ກໍ່ໄດ້ສ້າງຕາຂ່າຍ 22 KV, ຕິດຕັ້ງໝໍ້ແບ່ງເສີມ 160 KVA, ປ່ຽນສາຍຕາຂ່າຍຈຳນວນໜຶ່ງແລ້ວ ປັດຈຸບັນ ຄວາມຕ້ອງການຊົໃຊ້ໄຟເພີ່ມຂຶ້ນ, ສ່ວນຕາຂ່າຍຍັງບໍ່ໄດ້ປັບປຸງ​ປ່ຽນ ​ສາຍ​ນ້ອຍ​ເປັນ​ສາຍ​ໃຫຍ່ ຍັງ​ປະມານ 1,5 KM​ ແລະ ຢູ່​ຮ່ອມ 8/6, 8/11 ຫລັງ​ໂຮງພິມທະນະ​ບັດ ​ແມ່ນ​ມີ​ແຜນ​ປັບປຸງ​ຕິດຕັ້ງໝໍ້​ແປງ​ເສີມ 100 KVA ​ແລະ ປັບປຸງ​ຕາ​ຂ່າຍ 0,4KV ​ໃນ​ແຜນ​ປີ 2015.

ທ່ານ ຄຳ​ມະນີ ອິນ​ທິລາດ ກ່າວ​ຕື່ມ​ວ່າ: ສ​​ຳລັບ​ຂໍ້​ສະ​ເໜີຂອງ​ປະຊາຊົນ​ບ້ານ​ຫ້ວຍ​ງາ ​ເມືອງ​​ໂພນ​ໄຊ​ນີ້ ອີງຕາມ​ຄຳ​ຢືນຢັນ ຂອງ​ທ່ານ​ເຈົ້າ​ເມືອງວ່າ​ມີ​ແຜນ​ຍ້າຍ ບ້ານ​ຫ້ວຍ​ງາ ມາ​ຢູ່​ກັບ​ກຸ່ມ​ບ້ານ​ຈອມ​ຈຽງ, ຈາກຂໍ້​ມູນ​ບ້ານ​ຫ້ວຍ​ງາ ມີ 45 ຫລັງຄາ​ເຮືອນ ຫ່າງ​ຈາກ​ທາງ 7 KM ປັນ​ຈຸ​ບັນ ບໍລິສັດ​ສ້າງສັນ​ ກຳລັງ​ກໍ່ສ້າງ​ຕາ​ຂ່າຍ ຄາດ​ວ່າ ປີ 2016 ​ຈະ​ປ່ອຍ​ໄຟຟ້າ​ໃຫ້​ເຂດ ບ້ານ​ຈອມ​ຈຽງ ​ແຕ່​ປັດຈຸບັນ ບ້ານ​ຫ້ວຍ​ງາ ​ແມ່ນ​ຍັງ​ບໍ່​ທັນ​ຍ້າຍ​ມາ​ຢູ່​ກຸ່ມ​ບ້ານ​ຈອມ​ຈ່ຽງ​ເທື່ອ.

ກະຊວງພະລັງງານ ແລະ ບໍ່ແຮ່ ເຊື່ອໜັ້ນວ່າ ຖ້າຜູ້ຊົມໃຊ້ໄຟຟ້າປະຕິບັດ ຢ່າງເປັນເຈົ້າການນຳກັນ ໃນການຊົມໃຊ້ພະລັງງານໄຟຟ້າ ຢ່າງປະຫຍັດ ແລະ ຖືກວິທີການ ຫລື ຖືກຕ້ອງ ຕາມເຕັກນິກໄຟຟ້າລາວ ຈະເຮັດໃຫ້ພວກເຮົາມີຄວາມປອດໄພ, ປະຢັດເສດຖະກິດຄອບຄົວ ກໍຄື ສັງຄົມ ແລະ ປະເທດຊາດ ໃນແຕ່ລະມື້, ແຕ່ລະເດືອນ ແລະ ​ແຕ່ປີໄດ້ຢ່າງແນ່ນອນ.

 

ຂ່າວຈາກ: ສຳນັກຂ່າວສານປະເທດລາວ