ກະຊວງສຶກສາ-ກໍ່ສ້າງ ສສ ຫວຽດນາມ ມອບອຸປະກອນເຄື່ອງໃຊ້ຫ້ອງການໃຫ້ສູນປະກັນຄຸນະພາບການສຶກສາ

ກະຊວງສຶກສາ-ກໍ່ສ້າງ ສສ ຫວຽດນາມ ໄດ້ມອບອຸປະກອນເຄື່ອງໃຊ້ຫ້ອງການໃຫ້ສູນປະກັນຄຸນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອເພີ່ມທະວີ ແລະ ຍົກສູງລະດັບຄວາມສາມາດຂອງພະນັກງານການນໍາ, ຜູ້ບໍລິຫານຄຸ້ມຄອງຄຸນະພາບການສຶກສາ ໃນວຽກງານກວດສອບຄວາມຮູ້ຜູ້ຮຽນ ແລະ ວຽກງານປະກັນຄຸນະພາບການສຶກສາແຕ່ສູນກາງລົງຮອດທ້ອງຖິ່ນ.

ພິທີມອບ-ຮັບອຸປະກອນດັ່ງກ່າວ ໄດ້ມີຂຶ້ນເມື່ອວັນທີ 21 ມັງກອນ ຜ່ານມາ ທີ່ກະຊວງສຶກສາ ທິການແລະກິລາ (ຂ້າງສະໜາມກິລາເຈົ້າອະນຸວົງ) ໃຫ້ກຽດມອບໂດຍທ່ານ ເຈິນ ທູຣ ເລືອງ ຕາງໜ້າຈາກກະຊວງສຶກສາ-ກໍ່ສ້າງ ສສ ຫວຽດນາມ ແລະ ຮັບໂດຍທ່ານ ປັນຍາ ຈັນທະວົງ ຮອງຜູ້ອໍານວຍການສູນປະກັນຄຸນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຄີພີຍານຂອງທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວັນໄຊ ນໍລະແສງ ຜູ້ອຳນວຍການສູນປະກັນຄຸນະພາບການສຶກສາກະຊວງສຶກສາທິການແລະກິລາ, ມີຜູ້ຕາງໜ້າຈາກພາກສ່ວນຕ່າງໆ ພ້ອມດ້ວຍບັນດາພະນັກງານທັງຝ່າຍລາວ ແລະ ຝ່າຍ ສສ ຫວຽດນາມ ເຂົ້າຮ່ວມ.

ການມອບອຸປະກອນເຄື່ອງໃຊ້ຫ້ອງການຄັ້ງນີ້, ແມ່ນອີງຕາມໂຄງການຍົກສູງຄຸນະພາບ ແລະ ການຮ່ວມມືໃຫ້ໄດ້ຮັບຜົນດີລະຫວ່າງ 2 ຝ່າຍໃນຂະແໜງການສຶກສາ ແລະ ກິລາ ແລະ ພັດທະນາຊັບພະຍາກອນມະນຸດ ໃນໄລຍະ 2011-2020 ທີ່ໄດ້ເຊັນກັນໃນວັນທີ 22 ເມສາ 2011 ເພື່ອເພີ່ມທະວີຄວາມອາດສາມາດໃຫ້ພະນັກງານການນໍາ, ຜູ້ບໍລິຫານຄຸ້ມຄອງຄຸນະພາບການສຶກສາແຕ່ລະຂັ້ນຮັບຮູ້ກ່ຽວກັບແນວຄວາມຄິດກ່ຽວກັບວຽກງານປະກັນຄຸນະພາບການສຶກສາໃນແຕ່ລະຊັ້ນ, ແຕ່ລະສາຍທັງພາກລັດ ແລະ ພາກເອກະຊົນ, ເຊິ່ງມີການປ່ຽນແປງໃນຫຼາຍດ້ານ ແລະ ສາມາດເຊື່ອມໂຍງກັບທິດທາງປ່ຽນແປງໃໝ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ ແລະ ຍົກສູງເພີ່ມທະວີຄວາມອາດສາມາດໃຫ້ພະນັກງານ ໄດ້ປະຕິບັດວຽກງານກວດສອບ-ກວດກາ ຄຸນະພາບການສຶກສາໃນສະຖານການສຶກສາຕ່າງໆ ແຕ່ຊັ້ນອະນຸບານຈົນຮອດມະຫາວິທະຍາໄລ ທັງພາກລັດ ແລະ ພາກເອກະຊົນໃນຂອບເຂດທົ່ວປະເທດ.

ນອກຈາກນັ້ນ, ຍັງເປັນການປະກອບສ່ວນວຽກງານຕ່າງໆ ເປັນຕົ້ນແມ່ນການເຝິກອົບຮົມ, ສໍາມະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ສູນປະກັນຄຸນະພາບການສຶກສາໃນວຽກງານກວດສອບ ແລະ ປະກັນຄຸນະພາບ ເຮັດໃຫ້ພະນັກງານຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນທຸກລະດັບທົ່ວປະເທດ, ສ້າງ ແລະ ປັບປຸງ ບັນດານິຕິກໍາຕ່າງໆ ກ່ຽວກັບການກວດສອບຄວາມຮູ້ຜູ້ຮຽນ, ມາດຕະຖານການສຶກສາຂອງການສຶກສາແຕ່ລະຂັ້ນ ໃນລະບົບການສຶກສາແຫ່ງຊາດຂອງລາວ, ເຊິ່ງລວມມີອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ, ວິຊາຊີບ, ອະຊີວະສຶກສາ ແລະ ການສຶກສາຊັ້ນສູງ, ສ້າງ ແລະ ປັບປຸງບັນດານິຕິກໍາຕ່າງໆ ກ່ຽວກັບມາດຕະຖານຂອງຄູສອນ, ມາດຕະຖານຜູ້ອໍານວຍການຂອງສະຖານສຶກສາຂັ້ນຕ່າງໆ, ປັບປຸງຜັນຂະຫຍາຍຂອບວຸດທິການສຶກສາແຫ່ງຊາດ, ສ້າງ ແລະ ປັບປຸງ ລະບຽບການສອບເສັງຈົບຊັ້ນສາຍສາມັນ ແລະ ເສັງເຂົ້າມະຫາວິທະຍາໄລ ແລະ ສ້າງພັດທະນາໂຄງສ້າງຫົວບົດ ແລະ ມາດຕະຖານຂໍ້ສອບເສັງຂັ້ນຕ່າງໆ ແລະ ພັດທະນາຄັງຂໍ້ສອບ.

ສໍາລັບການປະກອບສ່ວນອຸປະກອນເຄື່ອງໃຊ້ຫ້ອງການຄັ້ງນີ້ ປະກອບມີ ເຄື່ອງກວດບົດ (ເຄື່ອງສະແກນມອບແລ້ວ), ຄອມພິວເຕີຕັ້ງໂຕະ 5 ຊຸດ, ຄອມພິວເຕີ Laptop 5 ຊຸດ, ເຄື່ອງພິມເລເຊີ 5 ເຄື່ອງ, ເຄື່ອງສາຍແອວຊີດີ 1 ເຄື່ອງ ແລະ ຈັກໂຟໂຕກອບປີ 1 ເຄື່ອງ ແລະ ອຸປະກອນຫ້ອງການ ມີ ຊຸດໂຕະ, ຕັ່ງສໍາລັບຫ້ອງປະຊຸມ ບັນຈຸໄດ້ 24 ຄົນ 1 ຊຸດ, ໂຕະ, ຕັ່ງນັ່ງເຮັດວຽກ ໃຫ້ພະນັກງານໃນສູນ 10 ຊຸດ, ໂຕະໃຊ້ສໍາລັບປະຊຸມນ້ອຍ 10 ຊຸດ, ຕັ່ງ 60 ໜ່ວຍ ແລະ ຕູ້ເປັນຖ້ານໃສ່ເອກະສານ 6 ຊຸດ ມູນຄ່າລວມຂອງໄລຍະທີ 1 ແມ່ນ 5 ຕື້ດົ່ງ.

mopkheung2

ທີ່ມາ: ກະຊວງສຶກສາທິການ ແລະ ກິລາ