ການຂັບຂີ່ດ້ວຍຄວາມປະໝາດ ເຮັດໃຫ້ເປັນໄພຕໍ່ຕົນເອງ ແລະ ເພື່ອນຮ່ວມຖະໜົນ

accidenttt

ການຂັບຂີ່ດ້ວຍຄວາມປະໝາດ ເຮັດໃຫ້ເປັນໄພຕໍ່ຕົນເອງ ແລະ ຄນອ້ອມຂ້າງ

ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເວ ລາປະມານ 7:00 ໂມງເຊົ້າຂອງວັນທີ 25 ມີນານີ້, ຢູ່ຖະໜົນ 450 ປີ, ເຂດບ້ານນາແຄຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ໄດ້ເກີດອຸ ປະຕິເຫດລົດໃຫຍ່ ໝາຍເລກທະບຽນ ກນ9355 ກຳແພງນະຄອນ, ຂັບຂີ່ໂດຍທ້າວ ຢ່າງຍຸນ ເຊີນ (ຄົນຈີນ) ອາຍຸ 30ປີ, ອາຊີບກຳ ມະ ກອນ, ຢູ່ບ້ານດົງນາໂຊກ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງ ຈັນ ທີ່ແລ່ນ ມາແຕ່ 4 ແຍກໄຟແດງດົງໂດກ ມຸ້ງໜ້າໄປທາງບ້ານໂຊກໃຫຍ່ ດ້ວຍຄວາມໄວສູງ ເມື່ອມາ ຮອດຈຸດເກີດເຫດ ໄດ້ໄປຕຳເອົາທ້າຍລົດຈັກ ໝາຍເລກທະບຽນ ຈຍ6293 ກຳແພງນະຄອນ, ຂີ່ຂັບ ໂດຍທ້າວ ສັງທອງ, ອາຍຸ 35ປີ, ອາຊີບກຳມະກອນ, ຢູ່ບ້ານ ດອນຕີ້ວ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ ຢ່າງແຮງສົ່ງຜົນໃຫ້ຜູ້ຂັບຂີ່ລົດຈັກ ເສຍຊີວິດຄາທີ່, ສ່ວນຄູ່ກໍລະນີ ແມ່ນຖືກເຈົ້າ ໜ້າທີ່ກັກຕົວໄວ້ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ລາວພັດທະນາ