ການຟັງເພງລະຫວ່າງອ່ານຫນັງສືຊ່ວຍໃຫ້ລູກສະຫລາດຂຶ້ນ

839_1

ເພງ​ສ່ວນ​ໃຫຍ່​ທີ່​ເດັກນ້ອຍມັກ​ຟັງ​ກັນ​ສະໄໝ​ນີ້​ເບິ່ງ​ຄື​ຈະ​ຂາດ​ລົດສະ​ນິຍົມ​ສຳລັບ​​ພໍ່​​ແມ່​ຫລາຍໆຄົນເພງ​ປັອ​ບ​ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ມັກ​ຈະ​ມີ​ເນື້ອ​ເພງ​ທີ່​ກ່າວເຖິງ​ການ​ງານລ້ຽງ(ຊຶ່ງ​ມັກ​ມາ​ພ້ອມ​ກັບ​ທ່າ​ເຕັ້ນ​ຍົວະຍວນ​ເຊັກ​ຊີ່)ແຕ່​ມີ​ຫຍັງ​ບາງຢ່າງ​ທີ່​ຢູ່ໃນ​ເພງ​ສະໄໝ​ໃໝ່​ນີ້ແລ້ວ

ດຣ.ເອມ​ມາ ເກຍ ນັກ​ຈິດ​ວິທະຍາ​ຄິ​ນິກ​ແບ່ງ​ປັນ​ຂໍ້​ມູນ​ຈາກ​ງານ​ວິ​ໄຈ​ຂອງ​ນາງ​ໃຫ້​ເຮົາ​ວ່າ​ການ​ຟັງ​ເພງ​ຂະນະ​ອ່ານ​ຫນັງສື​ແລະ​ທົບ​ທວນ​ບົດ​ຮຽນ​ນັ້ນ​ມີ​ຜົນດີີ​ຕໍ່​ການ​ຮຽນ​ຮູ້​ແບບໃດ Spotifyຊຶ່ງ​ເປັນ​ບໍລິການ​ດົນຕີ​ດິ​ຈິ​ທັລ​ແຫ່ງ​ໜຶ່ງເປັນ​ຜູ້​ໃຫ້​ນາງ​ເຮັດ​ວິ​ໄຈ​ໃນ​ເລື່ອງນີ້

ຖ້າ​ສາມາດ​ເບິ່ງ​ຂ້າມ​ເນື້ອ​ເພງ​ຫລື​ທ່າ​ເຕັ້ນ​ປະກອບ​ທີ່​ຂ້ອນ​ຂ້າງ​ຮຸນແຮງ​ຂອງ​ເພງ​ດັງ​ບາງ​ເພງ​ໃນ​ຍຸກ​ນີ້​ໄດ້​ກໍ​ຈະ​ພົບ​ວ່າ​ຈັງ​ຫວະ​ດົນຕີ​ແບບໃດ​ທີ່​ຊ່ວຍ​ກະຕຸ້ນ​ການ​ຮຽນ​ຮູ້​ຂອງ​ລູກ​ສຳລັບ​ວິ​ຊາ​ຕ່າງໆ

ວິທະຍາ​ສາດ,ມະ​ນຸ​ດ​ສາດແລະ​ພາສາ

ທັກ​ສະ​ສຳຄັນ​ໃນ​ວິ​ຊາ​ວິທະຍາ​ສາດ,ມະ​ນຸ​ດສາດແລະ​ພາສາ​ນັ້ນ​ຄື​ຄວາມ​ສາມາດ​ການ​ຈັດການ​ຂໍ້​ແທ້ຈິງ​ແລະ​ແກ້​ບັນຫາຂະ​ບວນ​ການ​ດັ່ງ​ກ່າວ​ຕ້ອງ​ໃຊ້​ສະຫມອງ​ຂ້າງ​ຊ້າຍ

ການ​ຟັງ​ເພງ​ທີ່​ມີ​ຈັງ​ຫວະ50-80ເທື່ອ​ຕໍ່​ນາ​ທີ​ຊ່ວຍ​ໃຫ້​ໃຈ​ເຢັນ​ລົງຊຶ່ງ​ຊ່ວຍ​ໃຫ້​ການ​ຄິດ​ໃຊ້​ເຫດຜົນ​ແລະ​ສະຫມອງ​ສາມາດ​ຮຽນ​ຮູ້​ແລະ​ຈື່​ຈຳ​ຂໍ້​ມູນ​ໃໝ່​ໆໄດ້

ຕົວ​ຢ່າງ​ເພງ​ທີ່​ມີ​ຈັງ​ຫວະ50-58ເທື່ອ​ຕໍ່​ນາທີ

Man Down – Rihanna

We Can’t Stop – Miley Cyrus

Our First Time – Bruno Mars

Breakin’ Up – Gwen Stefani

Halo – Beyonce

Wide Awale – Katy Perry

ຄະ​ນິດ​ສາດ​

ເພງ​ຄາດ​ສິກ​ທີ່​ມີ​ຈັງ​ຫວະ60-70ເທື່ອ​ຕໍ່​ນາ​ທີ​ຊ່ວຍ​ໃຫ້​ນັກ​ຮຽນ​ຮຽນ​ໄດ້​ດົນ​ຂຶ້ນ​ແລະ​ຈື່ຈຳ​ຂໍ້​ມູນ​ໄດ້​ຫລາຍ​ຂຶ້ນທຳນອງ​ເພງ​ແລະ​ລະ​ດັບ​ສຽງ​ທີ່​ກວ້າງ​ຊ່ວຍ​ເສີມ​ການ​ຮຽນຄະ​ນິດ​ສາດ​ໄດ້

ສະ​ຖິ​ຕິ​ສະແດງ​ໃຫ້​ເຫັນ​ວ່າ​ນັກ​ຮຽນ​ທີ່​ຮຽນຄະ​ນິດ​ສາດ​ຂະນະ​ທີ່​ຟັງ​ເພງ​ມີ​ຄະ​ແນນ​ເສັງຄະນິດສາດ​​ຫລາຍກວ່າ​ຄ່າ​ສະເລ່ຍ​ຮ້ອຍ​ລະ12ເມື່ອ​ທຽບ​ກັບ​ນັກ​ຮຽນ​ທີ່​ບໍ່​ໄດ້​ຟັງ​ເພງ​ລະຫວ່າງ​ຮຽນ

ຕົວ​ຢ່າງ​ເພງ​ທີ່​ມີ​ຈັງ​ຫວະ60-70ເທື່ອ​ຕໍ່​ນາ​ທີ​ທີ່​ເໝາະສົມ​ກັບ​ການ​ຮຽນ​ຄະ​ນິດ​ສາດ​

Fur Elise – Ludwig van Beethoven

Waltz In D Flat Major Op. 64 No. 1- Frederic Chopin

Largo, from “Xerxes” – George Frideric Handel

Swan Lake – Pyotr Ilyich Tchaikovsky

Ode to Joy – Ludwig van Beethoven

ພາສາ​ອັງ​ກິດ,ການ​ລະ​ຄອນແລະ​ສິລະປະ

ສະຫມອງ​ເບື້ອງຂວາ​ປະ​ມວນ​ຄວາມ​ຄິດ​ສ້າງສັນງານ​ວິ​ໄຈ​ສະແດງ​ໃຫ້​ເຫັນ​ວ່າ​ຖ້າ​ນັກ​ຮຽນ​ຟັງ​ເພງ​ລັອກ​ແລະ​ປັອບ​ທີ່​ເຕັມ​ໄປດ້ວຍ​ອາລົມ​ຈະ​ເຮັດໃຫ້​ເພີ່ມ​ຄວາມ​ຕື່ນ​ເຕັ້ນ​ທີ່​ມີ​ທ່າອ່ຽງ​ວ່າ​ຈະ​ສົ່ງ​ເສີມ​ຄວາມ​ສາມາດ​ທາງ​ສິລະປະ​ໄດ້ການ​ຟັງ​ເພງ​ແນວ​ນີ້​ຈະ​ເປັນ​ປະໂຫຍດ​ຢ່າງ​ຍິ່ງ​ເມື່ອ​ຮຽນ​ຮູ້​ວິ​ຊາ​ກໍ່ຄືພາສາ​ອັງ​ກິດ,ການ​ລະ​ຄອນຫລື​ສິລະປະ​ທີ່​ຕ້ອງ​ໃຊ້​ຄວາມ​ຄິດ​ສ້າງສັນ​ຫລາຍໆ

ຕົວ​ຢ່າງ​ເພງ​ທີ່​ລັອກ​ແລະ​ປັອບ​ທີ່​ເຕັມໄປ​ດ້ວຍ​ອາລົມ​ທີ່​ຈະ​ເປັນ​ແຮງ​ບັນ​ດານ​ໃຈ​ຄວາມ​ຄິດ​ສ້າງ​ສັນ

Firework – Katy Perry

Diamonds – Rihanna

Stronger (What Doesn’t Kill You) – Kelly Clarkson

Biblical – Biffy Clyro

Sweet Child O’ Mine – Guns N’ Roses

Winder Winds – Mumford & Sons

It’s My Life – Bon Jovi

ດຣ ເກຍ ​ບອກວ່າ​ດົນຕີ​ສາມາດ​ເຮັດໃຫ້​ເຮົາ​ພ້ອມ​ທີ່​ຈະ​ຮຽນ​ວິ​ຊາ​ປະ​ເພດ​ທີ່​ເໝາະ​ສົມ ຖ້າ​ເຮັດ​ຕາມ​ເຄັດ​ລັບ​ເຫລົ່າ​ນີ້​ແລະ​ເຂົ້າໃຈ​ວ່າ​ດົນຕີ​ມີ​ຂໍ້​ດີ​ຕໍ່​ການ​ຮຽນ​ແບບໃດບາງ​ເທື່ອ​​ອາດຈະ​ມີ​ລາຍ​ການ​ເພງ​ສຳລັບ​ການ​ຮຽນ​ຮູ້​ທີ່​ດີ​ທີ່​ສຸດ(ທີ່​ມີ​ເນື້ອ​ເພງ​ທີ່​ເໝາະ​ສົມ​ຕໍ່​ເດັກນ້ອຍ)