ການລັກລອບ ຄ້າມະນຸດ ໃນພາກໃຕ້ ຂອງໄທ ເພີ້ມຂຶ້ນ ນັບມື້ (ວີດີໂອ)

0
1669
ການລັກລອບ ຄ້າມະນຸດ ໃນພາກໃຕ້ ຂອງໄທ
ການລັກລອບ ຄ້າມະນຸດ ໃນພາກໃຕ້ ຂອງໄທ

 

ໃນ​ພາກ​ໃຕ້​ຂອງ​ໄທ ຊຶ່ງ​ເປັນ​ສາຍ​ເກາະດອນ​ທີ່ຢູ່​ສອກຫຼີກ​ຫ່າງ​ໄກ ​ໄດ້ກາຍເປັນ​ບ່ອນ​ປິດ​ບັງ​ບັນຫາ​ນຶ່ງ​ທີ່​ກຳລັງ​ເພີ່ມຂຶ້ນ​ເລື້ອຍໆ​ສຳລັບ​ບັນດາ​ເຈົ້າ​ໜ້າທີ່​ໄທ.

ພວກ​ມຸສລິ​ມ​ໂຣຮິງ​ຢາ​ຫຼາຍ​ພັນ​ຄົນ ທີ່​ພາກັນ​ຫລົບໜີ​ ຈາກການ​ກໍ່ກວນ​ໃນ​ມຽນມາມັກ​ພາກັນ​ເດີນທາງ​ໂດຍ​ສະມັກ​ໃຈ ໄປ​ຍັງ​ມາ​ເລ​ເຊຍ ​ແຕ່​ກັບ​ໄດ້ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຢ່າງ​ໂຫດ​ຫ້ຽມຂອງ​ພວກ​ແກ໊ງອາ​ຊະ​ຍາ​ກຳ​ໃນ​ໄທ.

ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ​ຄົນ​ນຶ່ງ​ທີ່​ພາ​ຕຳຫຼວດ​ໄປ​ຫາ​ຄ້າຍ​ລັກລອບ​ຄ້າ​ຂາຍ ມະນຸດ​ເກົ່າ​ແຫ່ງ​ນຶ່ງກ່າວ​ວ່າ ມີ​ເຂົ້າປາ​ອາຫານ ​ແລະ​ນ້ຳ​ກິນ​ພຽງ​ໜ້ອຍ​ດຽວແລະ​ພວກ​ເຂົາ​ເຈົ້າ​ມັກຖືກ​ທຸບ​ຕີ​ເລື້ອຍໆຖ້າ​ພວກ​ເຂົາ​ເຈົ້າ​ບໍ່​ສາມາດ ​ຈ່າຍ​ເງິນໄດ້​ຫຼາຍ​ຂຶ້ນ​ ສຳລັບເປັນ​
ຄ່າ​ປ່ອຍ​ໂຕ​ພວກ​ເຂົາ​ເຈົ້າ.


ໃນ​ພາກ​ໃຕ້​ຂອງ​ໄທ ຊຶ່ງ​ເປັນ​ສາຍ​ເກາະດອນ​ທີ່ຢູ່​ສອກຫຼີກ​ຫ່າງ​ໄກ ​ໄດ້ກາຍເປັນ​ບ່ອນ​ປິດ​ບັງ​ບັນຫາ​ນຶ່ງ​ທີ່​ກຳລັງ​ເພີ່ມຂຶ້ນ​ເລື້ອຍໆ​ສຳລັບ​ບັນດາ​ເຈົ້າ​ໜ້າທີ່​ໄທ.

ພວກ​ມຸສລິ​ມ​ໂຣຮິງ​ຢາ​ຫຼາຍ​ພັນ​ຄົນ ທີ່​ພາກັນ​ຫລົບໜີ​ຈາກການ​ກໍ່ກວນ​ໃນ​ມຽນມາມັກ​ພາກັນ​ເດີນທາງ​ໂດຍ​ສະມັກ​ໃຈໄປ​ຍັງ​ມາ​ເລ​ເຊຍ ​ແຕ່​ກັບ​ໄດ້ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຢ່າງ​ໂຫດ​ຫ້ຽມຂອງ​ພວກ​ແກ໊ງອາ​ຊະ​ຍາ​ກຳ​ໃນ​ໄທ.

ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ​ຄົນ​ນຶ່ງ​ທີ່​ພາ​ຕຳຫຼວດ​ໄປ​ຫາ​ຄ້າຍ​ລັກລອບ​ຄ້າ​ຂາຍ ມະນຸດ​ເກົ່າ​ແຫ່ງ​ນຶ່ງກ່າວ​ວ່າ ມີ​ເຂົ້າປາ​ອາຫານ ​ແລະ​ນ້ຳ​ກິນ​ພຽງ​ໜ້ອຍ​ດຽວແລະ​ພວກ​ເຂົາ​ເຈົ້າ​ມັກຖືກ​ທຸບ​ຕີ​ເລື້ອຍໆຖ້າ​ພວກ​ເຂົາ​ເຈົ້າ​ບໍ່​ສາມາດ ​ຈ່າຍ​ເງິນໄດ້​ຫຼາຍ​ຂຶ້ນ​ ສຳລັບເປັນ​
ຄ່າ​ປ່ອຍ​ໂຕ​ພວກ​ເຂົາ​ເຈົ້າ.

ຜູ້​ຊາຍ​ໂຣຮິງ​ຢາ​ຄົນ​ນີ້​ກ່າວ​ວ່າ “ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ ​ບັງຄັບ​ຂ້ອຍ​ໃຫ້ ໂທລະສັບ​ຫາ​ອ້າຍ​ຂ້ອຍ ​ແລະ​ບອກ​ລາວ​ວ່າ ລາວ​ຕ້ອງ​ໄດ້​ຈ່າຍ​ເງິນ​ຄ່າ​ນາຍ​ໜ້າ​ຫຼາຍ​ຂຶ້ນ​ອີກ ກ່ອນ​ເຂົາ​ເຈົ້າ​ຈະ​ປ່ອຍ​ຂ້ອຍ​ໄປ. ​ແຕ່​ອ້າຍຂ້ອຍບໍ່​ມີ​ເງິນ ດັ່ງ​
ນັ້ນ ພວກ​ນາຍ​ໜ້າ​ຈຶ່ງ​ພາກັນ​ເຕະ​ແລະ​ຕີຂ້ອຍ​ຈົນກວ່າ​ຄອບ ຄົວ​ຂ້ອຍ​ສາມາດ​ຫາ​ເງິນ​ມາ​ຈ່າຍ ໄດ້​ຕື່ມ​ອີກ​ໃຫ້​ພໍ​.”

ຕຳຫຼວດ​ກວດ​ຄົນ​ເຂົ້າ​ເມືອງ​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ປາບ​ປາມພວກ​ເຄືອ​ຂ່າຍ​ຕ່າງໆ ​ທີ່​ດຳ​ເນີນ​ງານ​ຢູ່​ພາຍ​ໃນ​ປະ​ເທດ ຊຶ່ງການ​ເຄື່ອນ​ໄຫວ​ດັ່ງ ກ່າວ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ໄທ​ປະ​ເຊີນ​ກັບ​ການ​ລົດ​ລະດັບ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ​ລາຍ​ງານ​ປະຈຳ​ປີ​ວ່າ​ດ້ວຍ​ການ​ລັກລອບ​ຄ້າຂາຍ​ມະນຸດ ຊຶ່ງ​ກຳນົດ​ຈະ​ເປີດ​ເຜີຍ ​ໃຫ້​ຮູ້​ໃນ​ເດືອນ​ມິຖຸນາ​ປີ​ນີ້.

​ແລະ​ເຖິງ​ແມ່ນ​ລັດຖະບານ​ໄດ້ຢືນຢັນວ່າ ພວກ​ຄະດີ​ຂອງ​ຊາວ​ໂຣຮິງ​ຢາ​ທັງ​ໝົດ ແມ່ນພົວພັນນຳ​ການ​ ລັກລອບຈັດສົ່ງຜູ້ຄົນຂ້າມແດນ​ແທນ​ທີ່ຈະ ແມ່ນ​ການລັກລອບຄ້າຂາຍມະນຸດ ພົນ​ຕີ​ Thatchai Pitaneelabout ຕຳຫຼວດ​ກວດ​ຄົນ​ເຂົ້າ​ເມືອງ​ໄທມອງ​ເຫັນ​ເລື່ອງນີ້ໄປໃນອີກ​ທາງ​ນຶ່ງ​ອີກ.

ພົນ​ຕີ Thatchai Pitaneelaboot ກ່າວ​ວ່າ: “ສຳລັບ​ພວກ​ອົບ​ພະຍົບ​ເອງ ຂ້າພະເຈົ້າ​ມອງ​ເບິ່ງ​ເຂົາ​ເຈົ້າ​ວ່າ ​ເປັນ​ມະນຸດ​ເພື່ອ​ຊອກ​ຫາ​ທາງ​ໃຫ້​ຊີວິດ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ. ​ແຕ່​ຂ້າພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍຂຶ້ນ​ກ່ຽວ​ກັບ​ການ​ດຳ​
ເນີນ​ຂັ້ນ​ຕອນ​ຂອງ​ພວກລັກລອບ​ຄ້າຂາຍ​ມະນຸດ ທີ່ຖືກຈັດໃຫ້ຢູ່​ໃນ​ຈຸ​ດຽວ​ກັນ​ກັບ​ພວກ​ອາ​ຊະ​ຍາກ​ອນນັ້ນ. ພວກ​ເຂົາ​ພາກັນ​ຄົນ​ສົ່ງ​ຜູ້ຄົນ​ເຫຼົ່າ​ນີ້​ໄປ​ຍັງ​ປະ​ເທດ​ອື່ນໆແລະມັນ​ຕິດ​ພັນ​ກັນ​ກັບ​ລະ ບົບລັກລອບ​ຄ້າຂາຍ​ມະນຸດ.”

ການ​ຈັບ​ກຸມ​ຫົວໜ້າ​ແກ໊ງສາມາ​ດພິສູດ​ໃຫ້​ເຫັນ​ວ່າ​ເປັນເລື່ອງທີ່ຫຍຸ້ງຍາກ ໃນ​ຂະນະ​ທີ່​ການ​ຄວບ​ຄຸມ​ຢ່າງ​ແຜ່​ຫຼາຍ​ຂອງ​ເຄືອ​ຂ່າຍ ​ໂດຍ​ຜ່ານ​ຄວາມ​ຢ້ານ​ກົວ​ແລະ​ການ​ນາບ​ຂູ່​ທີ່​ຝັງ​ເລິກ​ພາຍ​ໃນ​ລະ​ບົບຂອງ​ໄທ​ນັ້​ນ.

ທ່ານ Matthew Smith ຫົວໜ້າ​ກຸ່ມ Fortify Rights ​ໄດ້​ສຳພາດ​ກັບ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ ເພື່ອ​ຢາກ​ຮູ້ຈັກ​ວ່າ ພວກ​ແກ໊ງ​ເຫຼົ່າ​ນີ້​ດຳເນີນ​ກັນ​ໄປ​ແບບ​ໃດ​ນັ້ນ.

ທ່ານ Matthew ກ່າວ​ວ່າ ສິ່ງ​ທີ່​ພວກ​ເຮົາ​ໄດ້ບັນທຶກໄວ້ ແມ່ນ​ພົວພັນ​ກັບ​ຊາວ​ໂຣຮິງ​ຢາ ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ໄທ​ໄດ້ພົບເຫັນ ​ແລ້ວຫລັງຈາກ ນັ້ນ​ພວກ​ເຈົ້າ​ໜ້າ​ທີ່​ໄທ​ກໍ​ຂາຍ​ພວກ​ໂຣຮິງ​ຢາເຫຼົ່າ​ນີ້ ຄື​ພວກ​ຊາວ​ໂຣຮິງ​ຢາ​ທີ່​ຫາ​ບ່ອນລີ້​ໄພ​ນັ້ນ ​ໃຫ້​ພວກເຄືອ​ຂ່າຍ
ລັກລອບຄ້າຂາຍ ຫຼື​ລັກລອບ​ສົ່ງຄ່ຽນມະນຸດ​ນັ້ນ.

​ໃນ​ຂະນະ​ທີ່​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ຊຸດ​ໂຊມ​ລົງ​ນັບ​ມື້​ໃນມຽນມາຊຶ່ງ ເປັນ​ປະ​ເທດ​ເພື່ອນນັ້ນ​ ກໍຄາດ​ວ່າ ຈະມີພວກ​ຫາ​ບ່ອນ​ລີ້​ໄພ​ຕື່ມ​ອີກເຂົ້າ ໄປ​ອາ​ໄສຢູ່​ໃນ​ດິນ​ແດນ​ຂອງ​ໄທ ໂດຍຈະປະ​ເຊີນ​ໜ້າ​ກັບ​ການ​ປະຕິບັດ​ຕໍ່​ທີ່​ບໍ່​ແນ່ນອນ.