ການລຸກຈາກໂຕະເຮັດວຽກພຽງ 10 ນາທີດີຕໍ່ຫລອດເລືອດ

58b3f70ea5a1a0839f399a953a127d04

ທຸກ​ມື້​ນີ້​ເຮົາ​ເຮັດວຽກ​ຢູ່​ທີ່​ໂຕະ​ເຮັດວຽກ​ຕິດ​ຕໍ່​ກັນ​ຫລາຍ​ຊົ່ວ​ໂມງ​ໂດຍ​ບໍ່​ຮູ້​ຕົວ ນັກ​ວິ​ໄຈ​ອາ​ເມ​ຣິກາພົບ​ວ່າ​ພຶດຕິກຳ​ແບບ​ນີ້​ບໍ່​ດີ​ຕໍ່​ສຸກຂະພາບ​ຫລອດ​ເລືອດ ແຕ່​ຫາກ​ໄດ້​ອອກ​ມາ​ຍ່າງ​ພຽງ​ແຕ່ 10 ນາ​ທີ ລະບົບ​ຫລອດ​ເລືອດ​ກໍ​ກັບ​ມາ​ສຸກຂະພາບ​ດີ​ຄືເກົ່າ​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ

ພະ​ນັກ​ງານ​ບໍລິສັດ​ໃນ​ຫລາຍ​ປະເທດ​ນັ່ງ​ເຮັດວຽກ​ທີ່​ໂຕະ​ເກີນ​ເຄີ່ງ​ໜຶ່ງ​ຂອງ​ເວລາ​ງານ​ທັງ​ໝົດ ຍິ່ງ​ເທກ​ໂນ​ໂລ​ຍີ​ພັດທະນາ​ໄປ​ຫລາຍ​ເທົ່າ​ໃດ ວິ​ຖີ​ຊີວິດ​ຂອງ​ເຮົາ​ກໍ​ຍິ່ງ​ປ່ຽນ​ໄປ​ຫລາຍ​ເທົ່າ​ນັ້ນ ເຊີ່ງ​ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສຸກຂະພາບ​ຫົວ​ໃຈ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ຫລ້າ​ສຸດ ນັກ​ວິ​ໄຈ​ທີ່​ມະຫາ​ວິທະຍາ​ໄລ​ມິ​​ຊູ​ລີ​ຄົ້ນ​ພົບ​ວ່າ ຖ້າຫາກ​ຄົນ​ເຮົາ​ນັ່ງ​ເຮັດວຽກ 6 ຊົ່ວ​ໂມງ​ຕິດ​ຕໍ່​ກັນ ລະບົບ​ທາງເດີນ​ເລືອດ​ຈະ​ເຮັດວຽກ​ລຳບາກ ແຕ່​ຫາກ​ຍ່າງ​ອອກ​ກຳ​ລັງ​ກາຍ​ພຽງ​ແຕ່ 10 ນາ​ທີພາຍຫລັງ​ຈາກ​ນັ່ງ​ມາ​ດົນ ສຸກຂະພາບ​ຂອງ​ລະບົບ​ທາງເດີນ​ເລືອດ​ກໍ​ຈະ​ກັບ​ມາ​ດີ​ໄດ້

“ພວກ​ເຮົາ​ນັ່ງ​ເຮັດວຽກ​ສ່ວນ​ໃຫຍ່​ມັກ​ຈະ​ເພີດເພີນ ​ແລະ ​ເຮັດວຽກ​ໄປ​ເລື້ອ​ຍໆ​ໂດຍ​ບໍ່​ຮູ້​ຕົວ​ວ່າ​ເຮັດວຽກ​ໄປ​ດົນ​ເທົ່າ​ໃດແລ້ວ ເຮັດໃຫ້​ເກີດ​ການ​ບໍ່​ເໜັງຕີງຮ່າງກາຍ​ເປັນ​ເວວ​ລາ​ດົນ​ຕິດ​ຕໍ່​ກັນ” ດຣ. ຈາມ ພາ​ດິນ​ລາ ນັກ​ວິ​ໄຈ​ດ້ານ​ໂພສະນາ​ການ ​ແລະ ​ສີນ​ວິທະຍາ​ການ​ອອກ​ກຳ​ລັງ​ກາຍ ຄະນະ​ແພດ​ສາດ ມະຫາ​ວິທະຍາ​ໄລ​ມິ​​ຊູ​ລີ ສະ​ຫາລັດ​ອະ​ເມ​ຣິ​ກາ​ເຜີຍ

“ແຕ່​ຢ່າງໃດ​ກໍ​ຕາມ ການສຶກສາ​ຂອງ​ເຮົາ​ພົບ​ວ່າ ຖ້າ​ເຮົາ​ນັ່ງ​ເຮັດວຽກ 6 ຊົ່ວ​ໂມງ​ຕິດ​ຕໍ່​ກັນ ຫລື​ຄິດ​ເປັນ​ເວລາ​ສ່ວນ​ໃຫຍ່​ຂອງ​ເວລາ​ເຮັດວຽກ ເລືອດ​ຈະ​ບໍ່​ຄ່ອຍ​ໄປ​ລ້ຽງ​ທີ່​ຕີນ ແຕ່​ເຮົາ​ກໍ​ພົບ​​ວ່າ ພຽງແຕ່ລຸກ​ອອກ​ມາ​ຍ່າງ​ແຕ່ 10 ນາ​ພາຍຫລັງ​ຈາກ​ນັ່ງ​ມາ​ດົນ​ໆ ກໍ​ຈະ​ສົ່ງ​ຜົນ​ຍ້ອນ​ກັບ​ເຮັດໃຫ້​ສຸກຂະພາບ​ດີ​ຂຶ້ນ”

ໃນ​ການສຶກສາ​ເທື່ອ​ນີ້ ນັກ​ວິ​ໄຈ​ໄດ້​ປຽບທຽບ​ການເຮັດວຽກງານ​ຂອງ​ລະບົບ​ທາງເດີນ​ເລືອດ​ຂອງ​ຜູ້​ຊາຍ​ສຸກຂະພາບ​ດີ 11 ຄົນ​ກ່ອນ​ ແລະ ​ຫລັງ​ນັ່ງ​ເຮັດວຽກ ນັກ​ວິ​ໄຈ​ພົບ​ວ່າ​ການ​ໄຫລ​ວຽນ​ຂອງ​ເລືອດ​ບໍລິເວນ​ຂາ​ພັບ​ຈະ​ຫລຸດລົງ​ຢ່າງ​ຫລາຍ​ເມື່ອ​ນັ່ງ​ເຮັດວຽກ​ເປັນ​ເວລາ 6 ຊົ່ວ​ໂມງ ຫລັງ​ຈາກ​ນັ້ນ ນັກ​ວິ​ໄຈ​ໃຫ້​ຜູ້​ຮັບ​ການ​ທົດລອງ​ອອກ​ມາ​ຍ່າງ​ສັ້ນໆ ​ແລະ ​ໄດ້​ຄົ້ນ​ພົບ​ວ່າ ການ​ຍ່າງ​ດ້ວຍ​ຄວາມ​ໄວ​ປົກກະຕິ​ຂອງ​ຕົວ​ເອງ​ພຽງ​ແຕ່ 10 ນາ​ທີ​ກໍ​ຊ່ວຍ​ຟື້ນ​ຟູ​ການ​ໄຫລ​ວຽນ​ຂອງ​ລະບົບ​ໄຫລ​ວຽນ​ຂອງ​ເລືອດ​ໄດ້

“ເມື່ອ​ການ​ໄຫລ​ວຽນ​ຂອງ​ເລືອດ​ຫລຸດລົງ​ໄປ ແຮງ​ຮຸກຖູ​ລະຫວ່າງ​ເລືອດ​ທີ່​ໄຫລ​ກັບ​ຝາ​ຂອງ​ຫລອດ​ເລືອດ​ໃຫຍ່​ນັ້ນ​ກໍ​ຈະ​ຫລຸດລົງ​ໄປ​ນຳ ການຍ່າງຈະ​ໄປ​ຫລຸດ​ຄວາມ​ສາມາດ​ໃນ​ການ​ພອງ​ຕົວ​ຂອງ​ຫລອດ​ເລືອດ​ໃຫຍ່ ການ​ພອງ​ຕົວ​ຂອງ​ຫລອດ​ເລືອດບົ່ງບອກ​ເຖິງ​ສຸກຂະພາບ​ຂອງ​ຫລອດ​ເລືອດ ຍິ່ງ​ຫລອດ​ເລືອດ​ພອງ​ຕົວ​ໄດ້​ຫລາຍ​ເທົ່າ​ໃດ ​ແລະ ​ຕອບສະໜອງ​ກັບ​ສິ່ງ​ແວດ​ລ້ອມ​ໄດ້​ດີ​ເທົ່າ​ໃດ​ກໍ​ຈະ​ເຮັດໃຫ້​ສຸກຂະພາບ​ດີ​ຂຶ້ນ​ເທົ່າ​ນັ້ນ”

ນັກ​ວິ​ໄຈ​ໄດ້​ເນັ້ນ​​ໃຫ້​ປະຊາຊົນ​ທົ່ວ​ໄປ​ຫັນ​ມາ​ເຂົ້າໃຈ​ຜົນ​ກະທົບ​ຂອງ​ການ​ນັ່ງ​ເຮັດວຽກ​ຕິດ​ຕໍ່​ກັນ​ດົນໆ​ວ່າ​ຈະ​ເກີດ​ຜົນ​ກະທົບ​ຕໍ່​ສຸກຂະພາບ​ຫລອດ​ເລືອດ​ຢ່າງໃດ ໂດຍ​ແນະ​ນຳ​ໃຫ້​ລຸກ​ອອກ​ມາ​ຍ່າງ​ເປັນ​ເວລາ​ສັ້ນໆ​ເພື່ອ​ບໍ່​ໃຫ້​ເກີດ​ພະຍາດ​ຮ້າຍ​ຈາກ​ການ​ທີ່​ຫລອດ​ເລືອດ​ຜິດ​ປົກກະຕິ​ໃນ​ອະນາຄົດ

“ມີ​ງານ​ວິ​ໄຈ​ອອກ​ມາ​ວ່າ​ການ​ນັ່ງ​ໃຫ້​ໜ້ອຍ​ລົງ​ຈະ​ເຮັດໃຫ້​ມີ​ກະ​ບວນ​ການ​ເມ​ຕາ​ບໍ​ລິ​ຊຶມ​ລວມ​ເຖິງ​ສຸກຂະພາບ​ຂອງ​ລະບົບ​ທາງເດີນ​ເລືອດ​ດີ​ຂຶ້ນ ເຮົາ​ຍັງ​ຄວນ​ຈະ​ຕ້ອງ​ເຮັດວຽກ​ວິ​ໄຈ​ຕໍ່ໄປ​ເພື່ອ​ສຶກ​ສາ​ວ່າ​ລະບົບ​ຫລອດ​ເລືອດ​ທີ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ນັ່ງ​ເຮັດວຽກ​ນັ້ນ ໃນ​ໄລ​ຍະ​ຍາວ​ຈະ​ເກີດ​ຜົນ​ຫຍັງຂື້ນ”