ການສຶກສາຝາແຝດເຮັດໃຫ້ພົບວ່າພະຍາດນອນບໍ່ຫລັບອາດຝັງຕົວຢູ່ໃນພັນທຸກຳ

4f39f64bd04da47fb97037af06519e57

ຖ້າຫາກ​ໄປ​ຂັດ​ຂວາງ​ແບບ​ແຜນ​ການ​ນອນ​ຕາມ​ທຳມະຊາດ​ແລ້ວ​ ​ບັນຫາ​ສຸຂະພາບ​ອີກ​ຫລວງຫລາຍ​ກໍ​ອາດຈະ​ຕາມ​ມາ ເຊິ່ງ​ນັ້ນ​ເປັນ​ເຫດຜົນ​ທີ່​ວ່າ​ເຫດ​ໃດ​ພະຍາດ​ນອນ​ບໍ່​ຫລັບ​ເຖິງ​ເປັນ​ບັນຫາ​ຮຸນແຮງ​​ສຳລັບ​ຄົົນທີ່​ຕ້ອງ​ມີ​ຊີວິດ​ຢູ່​ກັບ​ພາ​ວະ​ດັ່ງ​ກ່າວ ແຕ່​ການ​ຫາ​ສາ​ເຫດ​ຂອງ​ບັນຫາ​ການ​ນອນ​ຂອງ​ຄົນໆ​ໜຶ່ງ​ນັ້ນ​ອາດ​ເປັນ​ເລື່ອງ​ທີ່​ຍາກ​ຫລາຍ​ ​ເນື່ອງ​ຈາກ​ປັດ​ໄຈ​ທີ່​ຈະ​ຕ້ອງ​ຄຳ​ນຶງ​ເຖິງ​ນັ້ນ​ມີ​ຫລວງຫລາຍ​ ແຕ່​ໃນ​ຕອນ​ນີ້​ມີ​ງານ​ວິ​ໄຈ​ຊິ້ນ​ໜຶ່ງ​ທີ່​ມີ​ທິດສະດີ​ໃໝ່ ເຊິ່ງ​ບອກວ່າ​ບັນຫາ​ນັ້ນ​ອາດຈະ​ມາ​ຈາກ​ຍີນ​ ຫຼື ລະ​ຫັດ​ພັນ​ທຸ​ກຳ​ຂອງ​ເຮົາ​ເອງ​ກໍ​ເປັນ​ໄດ້

ງານ​ວິ​ໄຈ​ຊິ້ນ​ໜຶ່ງ​ຈາກ Virginia Commonwealth University ໃນ​ສະ​ຫkລັດ​ໄດ້​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ່ຽວ​ຂ້ອງ​ທາງ​ພັນ​ທຸ​ກຳ​ອັນ​ໜາແໜ້ນ​ລະຫວ່າງ​ພໍ່​ແມ່​ ແລະ​ ລູກ​ໃນ​ຈຸດ​ທີ່​ກ່ຽວກັບ​ບັນຫາ​ການ​ນອນ​ບໍ່​ຫລັບ ອີກ​ທັງ​ຍັງ​ໄດ້​ລະ​ບຸ​ເຖິງ​ຄວາມ​ສ່ຽງ​ຕໍ່​ການ​ຖ່າຍ​ທອດ​ທີ່​ສູງ​ຂຶ້ນ​ຫລາຍ​ໃນ​ເພດ​ຍິງ​ເມື່ອ​ທຽບ​ກັບ​ເພດ​ຊາຍ ເຊິ່ງ​ທາງ​ນັກ​ວິ​ໄຈ​ໄດ້​ຄາດ​ການ​ອັດຕາ​ການ​ຕິດ​ຕໍ່​ຂອງ​ພະຍາດ​ນອນ​ບໍ່​ຫລັບ​ຂອງ​ເພດ​ຍິງ​ວ່າ​ຢູ່​ທີ່ 59% ແລະ 38% ສຳລັບ​ເພດ​ຊາຍ ດັ່ງ​ນັ້ນ​ເຮົາ​ອາດຈະ​ໂທດ​ພໍ່​ ແລະ​ ແມ່​ຂອງ​ເຮົາ​ໄດ້​ຫາກ​ເຈົ້າ​ກຳ​ລັງ​ມີ​ບັນຫາ​ກັບ​ການ​ນອນ​ຫລັບ​ຢູ່​ຕອນ​ນີ້

“ການ​ວິ​ໄຈ​ເທື່ອ​ນີ້​ຊີ້​ໃຫ້​ເຫັນ​ວ່າ​ພັນ​ທຸ​ກຳ​ນັ້ນ​ອາດຈະ​ມີ​ບົດ​ບາດ​ຫລາຍກວ່າ​ທີ່​ຄິດ​ໃນ​ການ​ພັດທະນາ​ອາການ​ຂອງ​ພະຍາດ​ນອນ​ບໍ່​ຫລັບ​ສຳລັບ​ຜູ້ຍິງ​ຫລາຍກວ່າ​ຜູ້​ຊາຍ ເຊິ່ງ​ເປັນ​ຫລັກ​ຖານທຳອິດຂອງ​ຄວາມ​ແຕກ​ຕ່າງ​ທາງ​ເພດ​ໃນ​ກຸ່ມ​ຕົວ​ຢ່າງ​ທີ່ເປັນ​ຜູ້ໃຫຍ່” Mackenzie Lind ເຊິ່ງ​ເປັນ​ໜຶ່ງ​ໃນ​ກຸ່ມ​ນັກ​ວິ​ໄຈ​ກ່າວ “ດ້ວຍ​ຫລັກ​ຖານ​ທີ່​ມີ​ກ່ຽວກັບ​ຄວາມ​ແຕກ​ຕ່າງ​ທາງ​ເພດ​ນີ້ ອາດຈະ​ເປັນ​ການ​ດີ​ທີ່​ຈະ​ເລືອກ​ຜູ້ຍິງ​ເປັນ​ພິເສດ​ໃນ​ການ​ນອນ”

ຈາກ​ຂໍ້​ມູນ​ຂອງ American Academy of Sleep Medicine ນັ້ນ ໃນ​ປະຈຸບັນ ປະຊາກອນ​ຂອງສະຫາລັດ ປະ​ມານ 30-35% ນັ້ນ​ມີ​ຄວາມ​ທຸກ​ເນື່ອງ​ຈາກ​ບັນຫາ​ພະຍາດ​ນອນ​ບໍ່​ຫລັບ​ຊົ່ວ​ຄາວ ໃນ​ຂະນະ​ທີ່ 10% ນັ້ນ​ມີ​ບັນຫາ​ນອນ​ບໍ່​ຫລັບ​ຊະນິດ​ຊຳເຮື້ອ ເຊິ່ງ​ໝາຍ​ເຖິງ​ການ​ປະ​ສົບ​ບັນຫາ​ກັບ​ການ​ນອນ​ຢ່າງ​ໜ້ອຍ​ສາມ​ເທື່ອ​ຕໍ່​ອາທິດ​ເປັນ​ເວລາ​ຕໍ່​ເນື່ອງ​ກັນ​ຫລາຍກວ່າ 3 ເດືອນ ມັນ​ເປັນ​ພາ​ວະ​ທີ່​ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ​ພົບ​ໄດ້ຫລາຍ​ກວ່າ​ໃນ​ເພດ​ຍິງ ແຕ່​ນັກ​ວິທະຍາ​ສາດ​ກໍ​ຍັງ​ບໍ່​ຮູ້​ວ່າ​ເປັນ​ເພາະ​ຫຍັງ​ກັນ​ແທ້

Lind ແລະ ​ເພື່ອນ​ຮ່ວມ​ງານ​ຂອງ​ນາງ​ໄດ້​ທຳການ​ວິ​ເຄາະ​ຂໍ້​ມູນ​ທີ່​ໄດ້​ມາ​ຈາກ​ຜູ້​ເຂົ້າ​ຮ່ວມ​ທົດລອງ​ກວ່າ 7,500 ລາຍ ພວກ​ເຂົາ​ບອກວ່າ​ ນິ້ເປັນ​ເທື່ອ​ທຳອິດ​ທີ່​ການ​ທົດລອງ​ຊະນິດ​ດັ່ງ​ກ່າວ​ຖືກ​ເຮັດ​ເປັນ​ໄລ​ຍະ​ເວລາ​ດົນ​ເພື່ອ​ກວດ​ສອບ​ຜົນ​ກະທົບ​ທາງ​ພັນ​ທຸ​ກຳ​ ແລະ ​ສິ່ງ​ແວດ​ລ້ອມ​ຕ່າງໆ​ຕໍ່​ພະຍາດ​ນອນ​ບໍ່​ຫລັບ​ໃນ​ຝາ​ແຝດ​ທີ່​ເປັນ​ຜູ້ໃຫຍ່​ແລ້ວ ​ພວກເຂົາ​ຍັງ​ເນັ້ນ​​ອີກວ່າ “ປັດ​ໄຈ​ທາງ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ເອກ​ະລັກ​ ສະ​ນັ້ນ​ຍັງ​​ເປັນ​ສ່ວນ​ສຳຄັນ​ຂອງ​ຄວາມ​ປ່ຽນແປງ ​ສ່ວນ​ໃຫຍ່​ໃນ​ພະຍາດ​ນອນ​ບໍ່​ຫລັບ” ນອກ​​ຈາກ​ປັດ​ໄຈ​ທາງ​ພັນ​ທຸ​ກຳ​ຕ່າງໆ​ແລ້ວ

ຜົນ​ການ​ວິ​ໄຈ​ໃນ​ເທື່ອ​ນີ້​ໄດ້​ຖືກ​ຕີ​ພິມ​ລົງ​ໃນ​ວາລະ​ສານ Sleep ງານ​ວິ​ໄຈ​ໃໝ່​ນີ້​ໄດ້​ສະໜັບສະໜູນ​ການ​ຄົ້ນ​ພົບ​ຂອງ​ງານ​ວິ​ໄຈ​ຊິ້ນ​ໜຶ່ງ​ທີ່​ໄດ້​ຖືກ​ຕີ​ພິມ​ໄປ​ໃນ​ເດືອ​ນມັງກອນ​ທີ່​ຜ່ານມາ​ໂດຍ​ນັກ​ວິ​ຊາ​ການ​ຈາກ University of Pennsylvania  ເຊິ່ງ​ກໍ​ໄດ້​ໃຫ້ຄວາມ​ສົນ​ໃຈ​ໄປ​ທີ່​ຝາ​ແຝດ​ເຊັ່ນ​ກັນ ໂດຍ​ມີ​ຈຳນວນ​ທັງ​ໝົດ 1,412 ຄູ່ ເຊິ່ງ​ບໍ່​ພຽງ​ແຕ່​ຄວາມ​ເຊື່ອມ​ໂຍງ​ລະຫວ່າງ​ພັນ​ທຸ​ກຳ ​ແລະ ​ພະຍາດ​ນອນ​ບໍ່​ຫລັບ​ໄດ້​ຖືກ​ຄົ້ນ​ພົບ​ເທົ່າ​ນັ້ນ ລະ​ດັບ​ຂອງ​ຜົນ​ກະທົບ​ຍັງ​ປ່ຽນແປງ​ໄປ​ຕາມ​ອາ​ຍຸ​ອີກ​ດ້ວຍ ເຊິ່ງ​ປັດ​ໄຈ​ທາງ​ພັນ​ທຸ​ກຳ​ນັ້ນ​ເປັນ​ສ່ວນ​ປະກອບ​ຫລາຍ​ເຖິງ 38% ໃນ​ກໍລະນີ​ຂອງ​ເດັກ​ທີ່​ມີ​ອາ​ຍຸ 8-10 ປີ​ ແລະ ​ຫລາຍ​ເຖິງ 24% ໃນ​ເດັກ​ທີ່​ມີ​ອາ​ຍຸ​ລະຫວ່າງ 14-15 ປີ

“ເຮົາ​ປະ​ຫລາດ​ໃຈ​ທີ່ສຸດ​ກັບ​ຂໍ້​ເທັດ​ຈິງ​ທີ່​ວ່າ​ປັດ​ໄຈ​ທາງ​ພັນ​ທຸ​ກຳ​ນັ້ນ​ບໍ່​ໄດ້​ຄົງ​ທີ່​ໄປ​ຕະຫລອດ ດັ່ງ​ນັ້ນ​ຜົນ​ກະທົບ​ຂອງ​ພັນ​ທຸ​ກຳ​ນັ້ນ​ຂຶ້ນ​ຢູ່​ກັບ​ລະ​ດັບ​ຂັ້ນ​ຂອງ​ພັດທະນາ​ການ​ຂອງ​ເດັກ” Philip Gehrman ຜູ້​ເປັນ​ເຈົ້າ​ຂອງ​ງານ​ວິ​ໄຈ​ກ່າວ “ຜົນ​ລັບ​ເຫລົ່າ​ນີ້​ນັ້ນ​ມີ​ຄວາມ​ສຳຄັນ​ເພາະ​ວ່າ​ສາ​ເຫດ​ຂອງ​ພະຍາດ​ນອນ​ບໍ່​ຫລັບ​ນັ້ນ​ອາດຈະ​ແຕກ​ຕ່າງ​ກັນ​ໄປ​ໃນ​ໄວ​ລຸ້ນ ​ແລະ ​ເດັກ ດັ່ງ​ນັ້ນ​ມັນ​ອາດຈະ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ວິທີ​ການ​ປິ່ນປົວ​ທີ່​ແຕກ​ຕ່າງ​ອອກ​ໄປອີກ​ດ້ວຍ”