ການເດີນປ່າ ເປັນອີກມຸມມອງ ດ້ານສຸຂະພາບຂອງຊາວເກົາຫຼີ

ປະເທດເກົາຫຼີຈັດໃດ້ວ່າມີພູເຂົາຄອບຄຸມຫຼາຍເຖິງສອງໃນສາມຂອງປະເທດເລີຍທີດຽວ ແມ່ແຕ່ເມືອງຫຼວງຂອງປະເທດ ກໍ່ສາມາດເດີນທາງ ຫຼືເດີນປ່າ ຫຼືເຂົ້າໄປໃນພູເຂົາ ໃດ້ງ່າຍ ເຊິ່ງທາງລັດຖະບານເກົາຫຼີເອງ ກໍ່ເປິດໂອກາດໃຫ້ປະຊາຊົນເຂົ້າໄປທ່ຽວໃດ້ຕະຫຼອດທັ້ງປີ ຂະນະດຽວກັນດ້ວຍລະບົບການຂົນສົ່ງເຄືອຂ່າຍມວນຊົນ ພາຍໃນປະເທດມີປະສິດຖິພາບສູງ ເຮັດໃຫ້ສາມາດເຂົ້າເຖິງປ່າ ຫຼືເດີນປ່າໃດ້ງ່າຍຂື້ນ .

ປະຊາຊົນຊາວເກົາຫຼີ ນິຍົມອອກທ່ຽວຕາມທຳມະຊາດ ເດີນປ່າ ເຊິ່ງຈະໃຊ້ເວລາໃນວັນຢຸດ ເວລານັ້ນລົດໄຟໃຕ້ດິນ ກໍ່ຈະມີຜູ້ຄົນໜາແໜ້ນຫຼາຍກວ່າປົກກະຕິ ເຊິ່ງແຕ່ລະຄົນຈະຕຽມຄວາມພ້ອມຂອງອຸປະກອນໃນການເດີນປ່າ ເຊັ່ນ ໂສ້ງກັນນ້ຳ ເສື້ອແຈັກເກັດ ບາງທີກໍ່ເບິ່ງຄືເປັນເຄື່ອງແບບກັນເລີຍກໍ່ວ່າໃດ້ ອຸປະກອນຕ່າງໆ ສ່ວນໃຫຍ່ຈະພັບເກັບໃດ້ ແລະພູກຕິດກັບກະເປົ໋າເປ້ສະພາຍຫຼັງພ້ອມດ້ວຍກະຕຸກນ້ຳດື່ມ ແລະເຄື່ອງໃຊ້ສ່ວນໂຕ.

Jujeongol วัลเลย์ในโซรัคซานภูเขา

ປະເທດເກົາຫຼີ ກໍ່ຈະມີການຈັດຕັ້ງ ໜ່ວຍງານອົງກອນຂອງລັດ ທີ່ເຂົ້າມາເບິ່ງແຍງໃນການເດີນປ່າ ຫຼືທ່ຽວພູເຂົາໂດຍສະເພາະມີການຈັດຕັ້ງຊຸມນຸມ ຫຼື ຊົມລົມ ຫຼື ໜ່ວຍງານທີ່ຈັດຕັ້ງກ່ຽວກັບການເດີນປ່າ ທ່ຽວພູເຂົາ ມີຫຼາຍເຖິງ 18,000 ກຸ່ມແລະມີຂໍ້ມູນທີ່ໜ້າງຶດວ່າ ປະຊາຊົນຊາວເກົາຫຼີ ປະມານ 1 ໃນ 3 ຂອງປະເທດ ນິຍົມເດີນປ່າ ຫຼາຍກວ່າເດືອນລະເທື່ອ ໂອ…ສຸດຍອດເລີຍ.
ການເຕີບໂຕທາງດ້ານເສດຖະກິດປະເທດເກົາຫຼີ ສ່ວນໜຶ່ງໜ້າຈະມາຈາກຄຸນນະພາບຊີວິດທີ່ດີ
ແລ້ວທ່ານເດ້ ປີນີ້ທ່ອງທ່ຽວທຳມະຊາດ ຫຼືເດີນປ່າຫຼືຍັງ…