ການເບິ່ງແຍງຮັກສາເກີບໃນຍາມຝົນ

index

            ໃນຍາມຝົນແບບນີ້ ຖ້າເກີບຂອງທ່ານປຽກນ້ຳ ແລະ ເໝັນອັບຈົນເຊື້ອລາຂື້ນໃຫ້ເຫັນ ລອງນຳວິທີເບິ່ງແຍງຮັກສາຂ້າງລຸ່ມນີ້ ໄປປະຕິບັດລອງເບິ່ງເດີ້!

–       ຄວນໃຊ້ນ້ຳສະອາດ ລ້າງພາຍນອກ ແລ້ວເຊັດໃຫ້ແຫ້ງ ດ້ວຍຜ້າສະອາດ ແລ້ວນຳໄປຕາກລົມ

–       ຫ້າມໃຊ້ສະບູ ຫຼື ແຟັບພັດເກີບ, ຫ້າມຕາກແດດກ້າໆ

–       ຄວນວາງເກີບ ໃຫ້ອຽງ 45 ອົງສາ ກັບພື້ນ ໂດຍໃຫ້ສົ້ນເກີບສະເໝີພື້ນ, ໝັ່ນເທນ້ຳອອກ ຈົນກວ່າເກີບຈະແຫ້ງ ແລ້ວຈຶ່ງນຳໄປລົງຄຣີມຄັດເງົາ ແລະ ຕາກແດດອ່ອນ ປະມານ 2 ຊົ່ວໂມງ

–       ຊິ້ນສ່ວນຮອງພື້ນທີ່ຢູ່ທາງໃນ ຖ້າເປັນແບບຖອດອອກໄດ້ ໃຫ້ນຳໄປລ້າງ ແລະ ເຮັດໃຫ້ແຫ້ງ ດ້ວຍວິທີດຽວກັນ

–       ເກີບປຽກນ້ຳ ບໍ່ຄວນນຳມາໃຊ້ ຈົນກວ່າມັນຈະແຫ້ງແທ້ໆ ເພາະມັນຈະເຮັດໃຫ້ຢືດ ແລະ ເສຍຊົງ