ການໃຊ້ຢາໃຫ້ໄດ້ປະໂຫຍດແລະຜົນການປິ່ນປົວທີ່ດີ

ดาวน์โหลด

ການ​ໃຊ້​ຢາ​ນັບ​ເປັນ​ເລື່ອງ​ໃກ້​ໂຕແຕ່​ກໍ​ມີ​ຄົນ​ຈຳນວນ​ຫລາຍ​ໃຊ້​ຢາ​ຢ່າງ​ຜິດ​ວິທີແລະ​ສົ່ງ​ຜົນ​ເສຍຕໍ່​ການ​ປິ່ນປົວໂດຍ​ສະເພາະ​ຢ່າງ​ຍິ່ງ​ປະ​ສິດ​ທິ​ພາບ​ໃນ​ການ​ປິ່ນປົວ​ລວມ​ໄປ​ເຖິງ​ສຸຂະພາບ​ຂອງ​ຜູ້​ໃຊ້​ຢາ
ໃຊ້​ຢາປຶກ​ສາ​ໝໍກ່ອນ

ການ​ໃຊ້​ຢາ​ຢ່າງ​ຖືກ​ຕ້ອງ​ເປັນ​ເລື່ອງ​ທີ່​ຈຳ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ປິ່ນປົວ​ເພາະ​ຖ້າ​ໃຊ້​ຢາ​ຢ່າງ​ບໍ່​ຖືກ​ຕ້ອງ​ອາດ​ນຳ​ໄປ​ສູ່​ໂທດ​ໄດ້
ສຳລັບ​ບັນຫາ​ເລື່ອງ​ການ​ໃຊ້​ຢາ​ທີ່​ພົບ​ໄດ້​ເລື້ອຍ​​ກໍ​ຄື​ການ​ແພ້​ຢາການ​ໃຊ້​ຢາ​ເກີນ​ຂະໜາດໃຊ້​ຢາ​ໃນ​ຂະໜາດ​ທີ່​ບໍ່​ເໝາະ​ສົມແລະ​ໃຊ້​ຢາ​ບໍ່​ຖືກ​ກັບ​ພະຍາດໂດຍ​ສ່ວນຫນຶ່ງ​ອາດ​ເກີດ​ຈາກ​ຄວາມ​ເຂົ້າໃຈ​ຜິດ​ຂອງ​ຜູ້​ປ່ວຍຊຶ່ງ​ໝໍການຢາ​ຈະ​ມີ​ຫນ້າທີ່​ທົບ​ທວນ​ຢາ​ກ່ຽວກັບ​ຂະໜາດ​ຂອງ​ຢາ ວິທີ​ການ​ກິນດັ່ງ​ນັ້ນ​ການ​ປຶກ​ສາ​ໝໍການຢາ​ເລື່ອງ​ການ​ໃຊ້​ຢາ​ກໍ​ຈະ​ຊ່ວຍ​ໃຫ້​ຜູ້​ປ່ວຍ​ໃຊ້​ຢາ​ຢ່າງ​ຖືກ​ຕ້ອງ​ເໝາະ​ສົມ​ຫລາຍ​ຍິ່ງ​ຂຶ້ນ

ຫລັກ​ການ​ໃຊ້​ຢາ​ແກ້​ອັກ​ເສບ​ທີ່​ຖືກ​ຕ້ອງ

ກ່ອນ​ໃຊ້​ຢາ​ແກ້​ອັກ​ເສບສິ່ງ​ທີ່​ຕ້ອງ​ປະຕິບັດ​ຄື​ພິຈາລະນາ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ໃຊ້​ຢາໂດຍ​ຢາ​ແກ້​ອັກ​ເສບ​ຈະ​ໃຊ້​ໃນ​ກໍລະນີ​ທີ່​ມີ​ການ​ຕິດ​ເຊື້ອ​ແບກ​ທີ​ເຣຍແຕ່​ມັກ​ມີ​ຄວາມ​ເຂົ້າໃຈ​ຜິດ​ກ່ຽວກັບ​ເລື່ອງ​ນີ້ເຊັ່ນ:ຖ້າ​ມີ​ອາການ​ເຈັບ​ຄໍ​ຊຶ່ງ​ສ່ວນ​ໃຫຍ່​ສາ​ເຫດ​ເກີດ​ຈາກ​ການ​ຕິດ​ເຊື້ອ​ໄວ​ຣັສແຕ່​ຫລາຍ​ຄົນ​ກໍ​ເລືອກ​ທີ່​ຈະ​ຊື້​ຢາ​ແກ້​ອັກ​ເສບ​ມາ​ໃຊ້ຊຶ່ງ​ຈະ​ນຳ​ໄປ​ສູ່​ບັນຫາ​ການ​ລຶ້ງ​ຢາ​ໃນ​ທີ່ສຸດ

ວິທີ​ການ​ເກັບ​ຢາ​ສອດທະວານ​ຢ່າງ​ຖືກ​ຕ້ອງ​ເໝາະ​ສົມ

ສຳລັບ​ຢາ​ບາງ​ໂຕເຊັ່ນຢາ​ສອດ​ທະວານຊຶ່ງ​ຄົນ​ທົ່ວ​ໄປ​ອາດ​ຄິດວ່າ​ສາມາດ​ເກັບ​ເອົາ​ໄວ້ຢູ່​ອຸນຫະພູມ​ຫ້ອງ​ໄດ້ແຕ່​ເນື່ອງ​ຈາກ​ປະເທດ​​ມີ​ອາ​ກາດ​ຮ້ອນຖ້າເກັບ​ໄວ້​ບ່ອນ​ອຸນຫະພູມ​ຫ້ອງ​ກໍ​ອາດຈະ​ເຮັດໃຫ້​ຢາ​ອ່ອນ​ລົງແລະ​ບໍ່​ສາມາດ​ນຳ​ໄປ​ໃຊ້​ສອດທະວານ​ໄດ້ດັ່ງ​ນັ້ນ​ຈຶ່ງ​ຄວນ​ເກັບ​ຢາ​ໃສ່​ຕູ້​ເຢັນ​ໃນ​ຊ່ອງ​ທຳມະດາຊຶ່ງ​ຢາ​ຈະ​ຢູ່ໃນ​ອຸນຫະພູມ​ທີ່​ເໝາະ​ສົມ​ແລະ​ຄົງ​ສະພາບ​ເດີມສ່ວນ​ໃນ​ຄົນທີ່​ຕ້ອງ​ໃຊ້​ຢາ​ທັນ​ທີ​ແຕ່​ຢາ​ໄດ້​ອ່ອນ​ໄປ​ແລ້ວກໍ​ສາມາດ​ທີ່​ຈະ​ນຳ​ຢາ​ໄປ​ແຊ່​ຕູ້​ເຢັນ​​ປະ​ມານ5ນາ​ທີຢາ​ກໍ​ຈະ​ກັບ​ໄປ​ຢູ່ໃນ​ສະພາບ​ທີ່​ໃຊ້​ງານ​ໄດ້​ເຊັ່ນ​ກັນ

ຢາ​ສອດຊ່ອງຄອດ​ໃຊ້​ວິທີ​ອົມ​ກໍ​ໄດ້

ສຳລັບ​ຢາ​ເໜັບ​ຊ່ອງຄອດເປັນ​ຢາ​ທີ່​ເຮັດ​ຈາກ​ເບດ​ຂອງ​ໂພ​ລີ​ເອດ​ທິ​ລີນ​ໄກ​ຄອນຊຶ່ງ​ສາມາດ​ຮັບກິນ​ໄດ້ແຕ່ກ່ອນ​ມີ​ວິທີ​ການ​ປິ່ນປົວ​ໂດຍ​ໃຫ້​ອົມ​ຢາ​ຊ່ອງຄອດ​ນັ້ນເປັນ​ເພາະ​ທາງ​ການ​ແພດ​ຍັງ​ບໍ່​ມີ​ຢາ​ທີ່​ໃຊ້​ປິ່ນປົວ​ເຊື້ອ​ຣາ​ໃນ​ຊ່ອງ​ປາກຈຶ່ງ​ນຳ​ຢາ​ຕົວ​ນີ້​ມາ​ໃຊ້​ໃນ​ລັກສະນະ​ສະເພາະ​ທີ່ເພື່ອ​ໃຫ້​ຢາ​ໄດ້​ສຳ​ຜັດ​ກັບ​ພື້ນ​ຜິວ​ພາຍ​ໃນ​ປາກ​ໃນ​ຊ່ວງ​ໄລ​ຍະ​ເວລາ​ໜຶ່ງແຕ່​ປະຈຸບັນ​ມີ​ການ​ຜະລິດ​ຢາ​ອົມ​ສຳລັບ​ຂ້າ​ເຊື້ອ​ຣາ​ໃນ​ຊ່ອງ​ປາກ​ອອກ​ມາ​ໃຊ້​ແລ້ວແລະ​ເປັນ​ຢາ​ທີ່​ມີ​ລາ​ຄາ​ບໍ່​ແພງ​ນໍາອີກ

ເອກະສານ​ແນະນໍາການໃຊ້ຢາ

ເອກະສານ​ແນະນໍາການໃຊ້​ຢາ​ສ່ວນ​ໃຫຍ່​ຈະ​ເປັນ​ຂໍ້​ມູນ​ທີ່​ໄດ້​ຈາກ​ການສຶກສາ​ຫລື​ມີ​ລາຍ​ງານ​ກ່ຽວກັບ​ຢາ​ໂຕນັ້ນເຮັດໃຫ້​ໃນ​ເອກະສານ​ແນະນໍາ​ຢາ​ມີ​ຄຳ​ເຕືອນ​ກ່ຽວກັບ​ຜົນ​ຂ້າງ​ຄຽງ​ຂອງ​ຢາ​ຫລວງຫລາຍຊຶ່ງ​ການ​ໃຊ້​ຢາ​ຈິງ​ອາດຈະ​ບໍ່​ເກີດ​ຜົນ​ຂ້າງ​ຄຽງ​ເຫລົ່າ​ນັ້ນ​ກໍ​ໄດ້ໂດຍ​ໝໍ​ແລະ​​ໝໍການຢາ​ທີ່​ສັ່ງ​ໃຊ້​ຢາ​ກໍ​ຈະ​ມີ​ການ​ຕິດ​ຕາມ​ຜູ້​ປ່ວຍ​ຢ່າ​ງສະຫມ່ຳ​ສະເໝີຊຶ່ງ​ຖ້າ​ມີ​ອາການ​ບໍ່​​ປະສົງ​ຮ້າຍແຮງ​ກໍ​ອາດຈະ​ສັ່ງ​ຫ້າມ​ໃຊ້ແລະ​ອາດຈະ​ມີ​ຂໍ້​ຫ້າມ​ຜູ້​ປ່ວຍ​ບາງ​ກຸ່ມ​ນໍາອີກຢ່າງໃດ​ກໍ​ຕາມ​ຜູ້​ປ່ວຍ​ບໍ່​ຄວນ​ໄປ​ຊື້​ຢາ​ໃຊ້​ເອງເນື່ອງ​ຈາກ​ອາດ​ເກີດ​ອັນຕະລາຍ​ຂຶ້ນ​ໄດ້

ຢາ​ກ່ອນ​ອາຫານກິນແບບໃດ?

ຢາ​ທີ່​ກຳນົດ​ໃຫ້​ມີ​ການກິນ​ກ່ອນ​ອາຫານຄວນ​ກິນ​ກ່ອນກິນອາຫານ​ປະ​ມານ30ນາ​ທີເນື່ອງ​ຈາກ​ອາຫານ​ຈະ​ມີ​ຜົນ​ຕໍ່​ການ​ດູດ​ຊຶມ​ຂອງ​ຢາ​ບາງ​ຊະນິດເຊັ່ນ:ເພນ​ນິ​ຊິ​ລິນຫລືແອມ​ພິ​ຊິນ​ລິນໂດຍ​ເຮັດໃຫ້​ຢາ​ອອກ​ລິດ​ໄດ້​ບໍ່​ດີແລະ​ອາດຈະ​ຖືກ​ທຳລາຍ​ຈາກ​ກົດ​ໃນ​ກະເພາະ​ອາຫານດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ເຮັດໃຫ້​ຢາ​ອອກ​ລິດ​ກ່ອນ​ທີ່​ອາຫານ​ຈະ​ໄປ​ເຖິງ​ກະເພາະ​ອາຫານ
ໃນ​ກໍລະນີ​ທີ່​ລືມກິນ​ຢາ​ກ່ອນ​ອາຫານ​ແລະ​ກິນອາຫານ​ໄປ​ແລ້ວຄວນ​ຖິ້ມ​ໄລ​ຍະ​ເວລາ​ຫລັງ​ກິນອາຫານ​ໄວ້​ປະ​ມານ 2 ຊົ່ວໂມງແລ້ວ​ຈຶ່ງ​ກິນ​ຢາ​ນັ້ນສ່ວນ​ການ​ນຳ​ຢາ​ທີ່​ລືມ​ກິນ​ໄປ​ກິນ​ເພີ່ມ​ຮ່ວມ​ກັບ​ຢາ​ທີ່​ຕ້ອງ​ການກິນ​ໃນ​ເທື່ອ​ຕໍ່ໄປເປັນ​ການ​ກະທຳ​ທີ່​ບໍ່​ຖືກ​ຕ້ອງແລະ​ອາດ​ເກີດ​ອັນຕະລາຍ​ຕໍ່​ຜູ້​ໃຊ້​ຢາ​ໄດ້ນອກ​ຈາກ​ນັ້ນ​ຍັງ​ບໍ່​ຄວນ​ກິນຢາ​ຕອນ​ທ້ອ​ງວ່າງ​ແລະ​ຮູ້ສຶກ​ຢາກຫລາຍ​ໆເນື່ອງ​ຈາກ​ຢາ​ອາດ​ຖືກ​ທຳລາຍ​ໂດຍ​ກົດ​ທີ່​ຫລັ່ງ​ອອກ​ມາ​ໃນ​ກະເພາະ​ອາຫານ​ໄດ້

ການ​ກິນຢາ​ທີ່​ມີ​ຜົນ​ຂ້າງ​ຄຽງ​ເຮັດໃຫ້​ຢາກນອນ

ສຳລັບ​ຢາ​ທີ່​ມີ​ຜົນ​ຂ້າງ​ຄຽງ​ເຮັດໃຫ້​ຢາກ​ນອນຈະ​ມີ​ຄຳ​ເຕືອນ​ລະ​ບຸ​ໃນ​ຂ້າງກ່ອງ​ຢາວ່າ​ເປັນ​ຢາ​ທີ່​ມີ​ຜົນ​ເຮັດໃຫ້​ຢາກນອນ​​ແລະ​ມີ​ຜົນ​ຕໍ່​ການ​ປະຕິບັດ​ວຽກງານ​ເນື່ອງ​ຈາກ​ຢາ​ຈະ​ເຮັດໃຫ້​ເກີດ​ອາການ​ຢາກນອນຫລື​ເຮັດໃຫ້​ການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ​ຊ້າ​ກວ່າ​ປົກກະຕິເຮັດໃຫ້​ບໍ່​ມີສະມາ​ທິ​ໃນ​ການເຮັດວຽກງານຈຶ່ງ​ສ່ຽງ​ຕໍ່​ການ​ເກີດ​ອຸປະຕິເຫດ​ໄດ້​ງ່າຍດັ່ງ​ນັ້ນ​ຖ້າໝໍ​ຫລື​ໝໍຢາ​ສັ່ງ​ໃຊ້​ຢາ​ທີ່​ຜົນ​ຂ້າງ​ຄຽງ​ເຮັດໃຫ້​ຢາກນອນ​ມື້​ລະ1ເມັດກໍ​ຄວນ​ເລືອກ​ກິນ​ໃນ​ໄລຍະ​ກ່ອນ​ນອນ
ຢ່າງໃດ​ກໍ​ຕາມ​ຜົນ​ຂ້າງ​ຄຽງ​ທີ່​ເຮັດໃຫ້​ຢາກ​ນອນ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ທົນ​ຂອງ​ຜູ້​ປ່ວຍ​ແຕ່​ລະ​ຄົນໂດຍ1-2ມື້​ທໍາອິດ​ທີ່​ກິນ​ຢາຜູ້​ໃຊ້​ຢາ​ອາດຈະ​ມີ​ອາການ​ຢາກນອນ​ແຕ່​ຫລັງ​ຈາກ​ນັ້ນ​ຮ່າງກາຍ​ກໍ​ຈະ​ມີ​ການ​ປັບ​ໂຕເຮັດໃຫ້​ບໍ່​ຢາກນອນ​ຈາກ​ການ​ກິນຢາ​ໂຕ​ນີ້ແຕ່​ກໍ​ຄວນ​ລະ​ວັງ​ເນື່ອງ​ຈາກ​ຢາ​ຍັງມີ​ຜົນ​ຕໍ່​ການ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ຮ່າງກາຍ​ນໍາອີກ
ກ່ອນ​ການ​ໃຊ້​ຢາ​ຄວນ​ປຶກ​ສາໝໍ​ແລະໝໍການຢາ​ກ່ອນແລະ​ເວລາ​ໄປ​ໃຊ້​ບໍລິການ​ທີ່​ຮ້ານ​ຂາຍຢາ​ກໍ​ຄວນ​ຖາ​ມໝໍ​ລວມ​ທັງ​ສອບ​ຖາມ​ທຸກ​ເທື່ອ​ວ່າ​ຢາ​ທີ່​ໄດ້ຮັບ​ມາ​ເປັນ​ຢາ​ຫຍັງໃຊ້​ປິ່ນປົວ​ອາການ​ຫຍັງແລະ​ຄວນ​ອ່ານ​ສະ​ຫລາກ​ຢາ​ກ່ອນ​ການ​ໃຊ້​ຢາ​ທຸກ​ເທື່ອ​ນໍາອີກ