ກິນແມງໄມ້ຈືນແກ້ມເບຍແຊບແຕ່ສ່ຽງປາກບວມ,ມືຊາ

health01

ປົກກະຕິ​ແລ້ວ​ໃນ​ສິ່ງ​ແວດ​ລ້ອມ​ຮອບ​ຕົວ​ເຮົາ​ກໍ​ຈະ​ມີ​ພະຍາດ​ແລະ​ເຊື້ອ​ພະຍາດ​ຕ່າງໆ​ຢູ່​ແລ້ວດັ່ງ​ນັ້ນ​ການ​ພົບ​ພະຍາດ​ໃນ​ສັດ​ຈຶ່ງ​ບໍ່ແມ່ນ​ເລື່ອງ​ແປກແລະ​ພະຍາດ​ທຸກ​ໂຕ​ບໍ່​ໄດ້​ເຮັດໃຫ້​ເກີດ​ພະຍາດ​ໃນ​ຄົນ​ໄດ້ຊຶ່ງ​ຈະ​ມີ​ພະຍາດ​ບາງ​ຊະນິດ​ເທົ່າ​ນັ້ນ​ທີ່​ຈະ​ເກີດ​ພະຍາດ​ໃນ​ຄົນ

ພົບ​ເລື້ອຍ​ໆມີ2ຊະນິດກໍ່ຄື:ພະຍາດ​ໃບ​ໄມ້​ໃນ​ຕັບທີ່​ໄດ້ຮັບຈາກ​ການ​ກິນ​ປາ​ດິບພະຍາດ​ປາກ​ຂໍ​ທີ່​ຈະເຂົ້າ​ຕາມ​ຕີນເປັນ​ຕົ້ນ:ສ່ວນ​ຊະນິດ​ອື່ນ​ສ່ວນ​ໃຫຍ່​ແລ້ວ​ຈະ​ບໍ່​ກໍ່​ເກີດແມ່ທ້ອງ​ເຖິງແມ່ນ​ຈະ​ກິນ​ເຂົ້າໄປ​ກໍ​ບໍ່​ອັນຕະລາຍຍົກ​ເວັ້ນ​ບາງ​ຄົນ​ທີ່​ມີ​ອາການ​ແພ້​ຫລື​ແມ່ທ້ອງໄປ​ຜິດ​​ທາງເຊັ່ນ:ແມ່ທ້ອງ​ອາດ​ໄປ​ທຳລາຍ​ອະໄວຍະວະ​ຕ່າງໆ​ຈົນ​ເຮັດໃຫ້​ເກີດແມ່ທ້ອງ​ແຕ່​ກໍລະນີ​ນີ້​ກໍ​ພົບ​ນ້ອຍ

ສຳລັບ​ພະຍາດ​ໂຕຍາວ​ທີ່​ຢູ່ໃນ​ຕົວ​ແມງ​ໄມ້​ທີ່​ມີ​ການ​ເຜີຍແຜ່​ນັ້ນຖ້າ​ນຳ​ໄປ​ຈືນ​ຈົນ​ສຸກ​ແລ້ວ​ນຳ​ມາ​ກິນ​ກໍ​ຈະ​ບໍ່​ໄດ້ຮັບ​ອັນຕະລາຍ​ແລະ​ພະຍາດ​ດັ່ງ​ກ່າວ​ກໍ​ບໍ່​ສາມາດ​ຈະເລີນ​ເຕີບໂຕ​ໃນ​ຮ່າງກາຍ​ໄດ້ພຽງ​ແຕ່​ອາດ​ເກີດ​ກໍລະນີ​ທີ່​ພະຍາດ​ໂຕໃຫຍ່​ຫລາຍໆ​ແລ້ວ​ໄປຕັນ​ລຳ​ໄສ້​ກໍ​ເປັນ​ໄປ​ໄດ້​ແຕ່​ໂອ​ກາດ​ເກີດ​ກໍ​ນ້ອຍ​ຫລາຍຢ່າງໃດ​ກໍ​ຕາມ​ປະຈຸບັນ​ແມງໄມ້​ທີ່​ນຳ​ມາ​ຈືນ​ຂາຍ ສ່ວນ​ໃຫຍ່​ມາ​ຈາກ​ຟາມ​ລ້ຽງຊຶ່ງ​ມີ​ວິທີ​ລ້ຽງ​ທີ່​ສະ​ອາດຈຶ່ງ​ປອດ​ໄພ​ໄດ້​ໃນ​ລະ​ດັບ​ໜຶ່ງດ້ວຍ​ເຫດ​ນີ້​​ຈຶ່ງ​ບໍ່​ຕ້ອງ​ກັງວົນ​

ຖ້າ​ຈະ​ກິນ​ແມງໄມ້​ກໍ​ຂໍ​ໃຫ້​ກິນແບບ​ສຸກໆໂດຍ​ເຊື້ອ​ພະຍາດ​ທົ່ວ​ໄປ​ຈະ​ຖືກ​ທຳລາຍ​ທີ່​ຄວາມ​ຮ້ອນ70ອົງ​ສາ​ຈືນ​ປະ​ມານ15-30ນາ​ທີກໍ​ຈະ​ສາມາດ​ຂ້າ​ເຊື້ອ​ພະຍາດ​ໄດ້​ແລ້ວແຕ່​ສ່ວນ​ໃຫຍ່​ເທົ່າ​ທີ່​ພົບ​ແມງ​ໄມ້ຈືນ​ກໍ​ມັກ​ຈະ​ສຸກ​ຢູ່​ແລ້ວ

ແຕ່​ສິ່ງ​ທີ່​​ຄວນ​ລະ​ວັງ​ຄືບໍ່​ຄວນກິນ​ແມງ​ຮ່ວມ​ກັບ​ເຄື່ອງ​ດື່ມ​ແອວກໍ​ຮໍເພາະ​ແອວກໍ​ຮໍ​ອາດ​ໄປ​ກະຕຸ້ນ​ສານ​ເຄ​ມີ​ທີ່​ອາດ​ມີ​ຢູ່ໃນ​ແມງ​ບາງ​ຊະນິດແລະ​ຖ້າ​ພົບ​ອາການ​ຜິດ​ປົກກະຕິເຊັ່ນ: ຮູ້ສຶກ​ຊາ​ປາກມື​ຊາ​ກໍ​ໃຫ້​ເຊົາກິນທັນທີ​