ກຸ່ມໂບໂກຮາຣາມ ບຸກໂຈມຕີ 3 ບ້ານຢູ່ໄນຈີເຣຍ ສັງຫານປະຊາຊົນຕາຍ ຢ່າງໜ້ອຍ 145 ຄົນ!

EyWwB5WU57MYnKOuXxtYOdngSjy65o4MA0arjX3O4QsU76J4Fh21ps

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ກໍລະກົດນີ້ວ່າ ກຸ່ມຕິດອາວຸດໂບໂກຮາລາມ ໄດ້ບຸກໂຈມຕີບ້ານຄູຄາວາ ລັດບໍໂນ ທາງພາກຕາເວັນອອກຂອງປະເທດໄນຈີເຣຍ ໃນຄືນຂອງມື້ວັນພຸດ (1 ກໍລະກົດ) ທີ່ຜ່ານມາ ໂດຍໄດ້ສັງຫານປະຊາຊົນເສຍຊີວິດ 97 ຄົນ ອີກທັງຍັງໄດ້ບຸກໂຈມຕີອີກ 2 ບ້ານ ໃກ້ກັບເມືອງມອນກູໂນ ເຊິ່ງຫ່າງຈາກຄູຄາວາ ປະມານ 50 ກິໂລແມັດ ເຮັດໃຫ້ມີຊາວບ້ານເສຍຊີວິດ 48 ຄົນ ແລະ ບາດເຈັບອີກ 11 ຄົນ ລວມການໂຈມຕີພາຍໃນຄືນດຽວ ມີຜູ້ເສຍຊີວິດຢ່າງໜ້ອຍເຖິງ 145 ຄົນ.

ທັງນີ້ ພາຍຫລັງເກີດເຫດ ກອງທັບໄນຈີເຣຍ ໄດ້ອອກຄຳສັ່ງໃຫ້ມີການໂຈມຕີທາງອາກາດ ເພື່ອຕອບໂຕ້ກຸ່ມໂບໂກຮາມຣາມ ແລະ ໄດ້ສົ່ງກຳລັງທະຫານລົງໄປກວດກາຄວາມເສຍຫາຍ ພາຍໃນພື້ນທີ່ເກີດເຫດແລ້ວ.