ກຸ່ມ IS ບໍ່​ເສຍ​ດາຍ​ລາຍ​ຮັບ​ຫລັກ ເຜົາ​ແຫລ່ງ​ນ້ຳ​ມັນ​ຖິ້ມ ຫລັງ​ກອງ​ທັບ​ອີ​ຣັກ​ບຸກ​ໜັກ!

611010-01

ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ເຜົາ​ໂຮງ​ງານ​ນ້ຳ​ມັນ ເຊິ່ງ​ເປັນ​ແຫລ່ງ​ລາຍ​ຮັບ​ຫລັກ​ຂອງ​ຕົນ​ຖິ້ມ ຫລັງ​ຖືກ​ທາງ​ການ​ອີ​ຣັກ ແລະ ພັນ​ທະ​ມິດ​ບຸກ​ໜັກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ​ 9 ເມ​ສາ​ຜ່ານ​ມາ​ນີ້​ວ່າ ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ສູນ​ເສຍ​ແຫລ່ງ​ລາຍ​ຮັບ​ຫລັກ​ຂອງ​ຕົນ ຫລັງ​ຈາກ​ຕ້ອງ​ໄດ້​ຖອນ​ກຳ​ລັງ​ອອກ​ຈາກ​ພື້ນ​ທີ່​ແຫລ່ງ​ນ້ຳ​ມັນ ຢ່າງ​ໜ້ອຍ 3 ແຫລ່ງ​ໃຫຍ່ ເນື່ອງ​ຈາ​ກ​ຖືກ​ບຸກ​ໜັກ​ຈາກກອງ​ທັບ​ອີ​ຣັກ ແລະ ກອງ​ກຳ​ລັງ​ເພັດ​ເມີ​ກ້າ ເຊິ່ງ​ເປັນ​ກຳ​ລັງ​ພັນ​ທະ​ມິດ​ຂອງ​ຊາວ​ເຄີດ.

ທັງ​ນີ້ ກຸ່ມ IS ໄດ້​ຖືກ​ຈັດ​ໃຫ້​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ລວຍ​ທີ່​ສຸດ​ໃນ​ໂລກ ຈາກ​ການ​ປຸ້ນ​ທະ​ນາ​ຄານ ລວມ​ເຖິງ​ສາ​ມາດ​ຄອບ​ຄອງ​ແຫລ່ງ​ນ້ຳ​ມັນ​ໃນ​ປະ​ເທດ​ໄວ້​ພຽງ​ຜູ້​ດຽວ, ຜ່ານ​ການ​ເດີນ​ໜ້າ​ປາບ​ປາມ​ຂອງ​ເຈົ້າ​ໜ້າ​ທີ່​ອີ​ຣັກ ແລະ ກອງ​ກຳ​ລັງ​ພັນ​ທະ​ມິດ ທີ່​ບຸກ​ໂຈມ​ຕີ​ໜັກ​ໃນ​ໄລ​ຍະ​ຜ່ານ​ມາ ເຮັດ​ໃຫ້​ກຸ່ມ​ດັ່ງ​ກ່າວ​ຕັດ​ສິນ​ໃຈ​ເຜົາ​ທຳ​ລາຍ​ໂຮງ​ກັ່ນ​ນ້ຳ​ມັນ​ຂອງ​ຮິມ​ຣິນ ແລະ ອາ​ຈິນ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງ​ຕ​ຣິ​ກິດ ໂດຍ​ບໍ່​ຮູ້​ສຶກ​ເສຍ​ດາຍ​ຕໍ່​ການ​ສູນ​ເສຍ​ແຫລ່ງ​ລາຍ​ໄດ້​ຂອງ​ຕົນ.

ຢ່າງ​ໃດ​ກໍ​ຕາມ ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິດ​ສະ​ລາມ ຍັງ​ສາ​ມາດ​ຄວບ​ຄຸມ​ແຫລ່ງ​ຜະ​ລິດ​ນ້ຳ​ມັນ​ໄດ້​ຫລາຍ​ແຫ່ງ​ຢູ່ ແຕ່​ພວກ​ເຂົາ​ບໍ່​ມີ​ຄວາມ​ຊ່ຽວ​ຊານ​ດ້ານ​ການ​ຜະ​ລິດ​ນ້ຳ​ມັນ ເຮັດ​ໃຫ້​ຜະ​ລິດ​ນ້ຳ​ມັນ​ອອກ​ມາ​ໄດ້ ພຽງແຕ ່5% ຈາກ​ກຳ​ລັງ​ການ​ຜະ​ລິດ​ທັງ​ໝົດ.