ກຸ່ມ ISIS ຂູ່ໂຈມຕີດິນແດນສະຫະລັດ ຖ້າວໍຊິງຕັນຍັງສືບຕໍ່ປະຕິບັດການທາງທະຫານຢູ່ອີຣັກ!

 

ກອງກຳລັງຕິດອາວຸດ ISIS ໄດ້ໂພສຕ໌ຜ່ານທາງທະວິດເຕີ້ ຂູ່ໂຈມຕີໃນທຸກພື້ນທີ່ຂອງສະຫະລັດອາເມຣິກາ ຖ້າຫາກ

ກອງທັບຂອງສະຫະລັດບຸກໂຈມຕີໃນດິນແດນອີຣັກຕໍ່ເນື່ອງ.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 19 ສິງຫາ 2014 ວ່າ ກຸ່ມກໍ່ການຮ້າຍ ISIS ທີ່ສູນເສຍດິນແດນທີ່ຕົນເອງຄອບ

ຄອງໃນປະເທດອີຣັກ ຈາກການໂຈມຕີຂອງສະຫະລັດ ໄດ້ກະກຽມແຜນການກໍ່ການຮ້າຍໃນແຜ່ນດິນຂອງສະຫະລັດ

ອາເມຣິກາ ເພື່ອເປັນການແກ້ແຄ້ນ.  ກຸ່ມດັ່ງກ່າວໄດ້ໂພສຕ໌ວີດີໂອຂົ່ມຂູ່ຜ່ານທາງທະວິດເຕີ້ຊື່ Islamic State (ISIS)

ເຕືອນໄປຍັງຊາວອາເມຣິກັນ ໂດຍໄດ້ລະບຸວ່າ ຈະໂຈມຕີໃນທຸກພື້ນທີ່ ຫາກມີການໂຈມຕີທາງອາກາດເກີດຂຶ້ນ ຫຼັງ

ຈາກກ່ອນໜ້ານີ້ ພວກເຂົາໄດ້ສະແດງພາບທະຫານອາເມຣິກັນ ຖືກສັງຫານດ້ວຍປືນສະໄນເປີ ແລະ ຊາວອາເມຣິກັນ

ທີ່ຫາກໍຖືກສັງຫານ ໂດຍການຕັດຫົວໃນອີຣັກ ໃນຊ່ວງທີ່ມີການຍຶດຄອງເມື່ອ 2 ເດືອນທີ່ຜ່ານມາ ພ້ອມກັບລະບຸຂໍ້

ຄວາມເປັນພາສາອັງກິດວ່າ ” ເຮົາຈະເຮັດໃຫ້ພວກທ່ານຈົມກອງເລືອດ ”