ກູເກີນເປີດຕົວ Google Maps Timeline ຍ້ອນເບິ່ງປະຫວັດການໄປຫລິ້ນສະຖານທີ່ຕ່າງໆ

กูเกิลเปิดตัว Google Maps Timeline

ກູ​ເກີນ​ເປີດ​ຕົວ Google Maps Timeline ສຳລັບ​ຍ້ອນ​ເບິ່ງ​ປະຫວັດ​ການເດິນທາງ​ໄປ​ຍັງ​ສະຖານ​ທີ່​ຕ່າງໆ ຕິດ​ຕາມ​ໄດ້​ທຸກ​ຫົນ​ແຫ່ງ
ເມື່ອ​ວັນທີ່ 21 ທີ່ຜ່ານມາ ກູ​ເກີນ​ໄດ້​ເປີດ​ຕົວ  Google Maps Timeline ສຳລັບ​ຍ້ອນ​ເບິ່ງ​ປະຫວັດ​ການເດິນທາງ ວ່າ​ໃນ​ແຕ່​ລະ​ມື້ ແຕ່​ລະ​ເດືອນ​ທີ່​ຜ່ານມາ ເຮົາ​ເຄີຍ​ເດິນທາງ​ໄປ​ທີ່​ໃດ​ມາແດ່ ເຊີ່ງ​ຈະ​ສະແດງ​ເປັນ​ເສັ້ນ​ທາງ​ພ້ອມ​ທັງ​ລະ​ບຸ​ມື້​ເວລາ​ເທິງ​ແຜນ​ທີ່​ຂອງ Google Maps ແລະ​ຍິ່ງ​ໄປ​ກວ່າ​ນັ້ນ​ຄື ຖ້າ​ຫາກ​ເຮົາ​ໃຊ້ Google Photos ຖ່າຍ​ຮູບ​ໃນ​ສະຖານ​ທີ່​ຕ່າງໆ ກໍ​ຈະ​ຖືກ​ນຳ​ມາ​ສະແດງ​ເທິງ Timeline ນີ້​ດ້ວຍ​ເຊັ່ນ​ກັນ ແລະ​ຍັງມີ​ຟີວ​ເຈີ​ອື່ນໆ ອີກ​ຫລວງຫລາຍ ເຊັ່ນ ກຳນົດ​ສະຖານ​ທີ່​ໃຫ້ເປັນ​ຊື່​ເອີ້ນ​ສະເພາະ​ຕາມ​ທີ່​ເຮົາ​ຕ້ອງ​ການ​ໄດ້

กูเกิลเปิดตัว Google Maps Timeline

ຢ່າງໃດ​ກໍ​ຕາມ​ປະຫວັດ​ສະຖານ​ທີ່​ຕ່າງ ໆ ທີ່​ຖືກ​ບັນ​ທຶກ​ໄວ້​ໃນ  Google Maps Timeline ຈະ​ສາມາດ​ເບິ່ງ​ໄດ້​ສະເພາະ​ຕົວ​ເຮົາ​ເອງ​ເທົ່າ​ນັ້ນ ຈຶ່ງ​ບໍ່​ຕ້ອງ​ກັງ​ວົນ​ວ່າ​ຄົນ​ອື່ນ​ຈະ​ຮູ້​ວ່າ​ເຮົາ​ໄປ​ໃສ​ແດ່ ແລະ​ເຮົາ​ກໍ​ສາມາດ​ເລືອກ​ລົບ​ປະຫວັດ​ຂອງ​ບາງ​ສະຖານ​ທີ່​ຫລື​ບາງ​ຊ່ວງ​ເວລາ​ບໍ່​ໃຫ້​ສະແດງ​ໃນ Timeline ໄດ້​ເຊັ່ນ​ກັນ ໂດຍ​ຟີ​ວເຈີດັ່ງ​ກ່າວ​ສາມາດ​ໃຊ້​ງານ​ເທິງ PC ແລະ Android ໄດ້​ແລ້ວ​ມື້​ນີ້ ແຕ່​ຜູ້​ໃຊ້​ຈະ​ຕ້ອງ​ເລືອກ​ອະນຸຍາດ​ໃຫ້​ກູ​ເກີນ​ເກັບ​ຂໍ້​ມູນ​ສະຖານ​ທີ່​ຂອງ​ເຮົາ​ດ້ວຍ