ກຽມສ້າງອະນຸສອນສະຖານສີທອງ ວີລະຊົນແຫ່ງຊາດ

 

ອຳ­ນາດ​ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ເມືອງ​ສັງ​ທອງ​ ກຽມ​ທີ່​ຈະ​ສ້າງ​ອະ­ນຸ­ສອນ​ສະ­ຖານ​ ທ່ານ ສີ​ທອງ

ວີ­ລະ​ຊົນ​ແຫ່ງ​ຊາດ ທັງ​ນີ້ ກໍ​ເພື່ອ​ສ້າງ​ໃຫ້​ເປັນ​ອີກ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດ ເປັນ​ບ່ອນ​ຮຽນ​ຮູ້​ຂອງ

​ຮຸ່ນ​ສືບ​ທອດ​ກ່ຽວ​ກັບ​ຄຸນ­ງາມ­ຄວາມ­ດີ​ຂອງ​ທ່ານ ສີ​ທອງ ຊຶ່ງ​ຂະ­ນະ​ນີ້​ຢູ່​ຂັ້ນ​ຕອນ​ການ​ຂໍ­ອະ­ນຸ­ຍາດ​ຈາກ​ລັດ­ຖະ­

ບານ ໂດຍ​ຄາດ​ວ່າ​ໂຄງ­ການ​ນີ້​ ຖ້າ​ໄປ​ຕາມ​ແຜນ​ບໍ­ລິ­ສັດ​ຜູ້​ຮັບ​ເຫມົາ​ ຈະ​ສ້າງ​ໃຫ້​ສຳ­ເລັດ​ພາຍ​ໃນ 2 ປີ.

 

ເນື່ອງ​ໃນ​ໂອ­ກາດ​ເຂົ້າ​ຮ່ວມ​ພິ­ທີ​ມອບŒຮັບ​ຫ້ອງ­ການ​ປົກ­ຄອງ​ບ້ານໆ​ນາ​ຫອຍ­ປັງ​ຫຼັງ​ໃໝ່ ເມືອງ​ສັງ​ທອງ ຊຶ່ງ​ເປັນ

​ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ​ມູນ​ຄ່າ 450 ລ້ານ​ກີບ ​ຂອງ​ບໍ­ລິ­ສັດ ​ດວງ​ພະ​ສຸກ​ກໍ່­ສ້າງŒ ສ້ອມ­ແປງ​ເຄ­ຫາ​ສະ­ຖານŒຂົວ​ທາງ

ຊົນ­ລະ­ປະ­ທານ​ ຈຳ­ກັດ​ຜູ້​ດຽວ ເມື່ອ​ວັນ​ທີ 30 ກັນ­ຍາ 2014 ທ່ານ ສົມ​ວັນ​ດີ ນາ​ຖາ​ວົງ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​

ວຽງ​ຈັນ, ທ່ານ ນາງ ແກ້ວ ພົມ​ມະ​ລາດ ຮອງ​ເຈົ້າ­ເມືອງໆ​ສັງ​ທອງ ແລະ ຄະ­ນະ​ໄດ້​ຢ້ຽມ​ຊົມ​ໂຄງ­ການ​ອອກ​ແບບŒ

ກໍ່­ສ້າງ​ອະ­ນຸ­ສອນ​ສະ­ຖານ​ທ່ານ ສີ​ທອງ ວີ­ລະ​ຊົນ​ແຫ່ງ​ຊາດ ຊຶ່ງ​ມີ​ທ່ານ ຄຳ​ຫຼ້າ ດວງ​ພະ​ສຸກ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ

​ດວງ​ພະ​ສຸກ​ນຳ­ພາ​ຄະ­ນະ.

ທ່ານ ຄຳ​ຫຼ້າ ດວງ​ພະ​ສຸກ ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ວ່າ: ໂຄງ­ການ​ນີ້​ແມ່ນ​ບໍ­ລິ­ສັດ​ຂອງ​ພວກ​ເຮົາ​ຈະ​ເປັນ​ຜູ້​ຮັບ​

ເໝົາກໍ່­ສ້າງ ຊຶ່ງ​ປະ­ຈຸ​ບັນ​ແມ່ນ​ໄດ້​ດຳ­ເນີນ​ການ​ຂັ້ນ​ຕົ້ນ​ດ້ວຍ​ການ​ບຸກ­ເບີກ​ທາງ​ ເຂົ້າ​ປັບ​ໜ້າ­ດິນ​ໄດ້​ປະ­ມານ 50Œ-

60% ລໍ­ຖ້າ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ຢູ່ ຖ້າ​ຫາກ​ໂຄງ­ການ​ນີ້​ຫາກ​ໄດ້​ຮັບ​ອະ­ນຸ­ຍາດ​ໃນ​ປີ­ຫນ້າ​ແມ່ນ​ຈະ​ໄດ້​ສືບ

­ຕໍ່ ​ຄາດ​ວ່າ​ຈະ​ໃຊ້​ໄລ­ຍະ​ເວ­ລາ​ໃນ​ການ​ກໍ່­ສ້າງ​ປະ­ມານ 2  ປີ ໃຫ້​ສຳ­ເລັດ.

 

ທີ່​ຈະ​ປະ­ກອບ​ທັງ​ໝົດ 15 ໜ້າ​ວຽກ​ເປັນ­ຕົ້ນ​ແມ່ນ: ຮູບ​ປັ້ນ ທ່ານ ສີ​ທອງ ຫໍ​ມູນ­ເຊື້ອ​ທາງ​ໄຟ­ຟ້າ, ນ້ຳ​ປະ­ປາ, ຮົ້ວ

ໜາມ­ໝາກ­ຈັບ, ເຮືອນ­ນອນ, ຫ້ອງ­ການ​ຕະ­ຫຼາດ​ຊົນ­ເຜົ່າ, ສວນ​ດອກ​ໄມ້ ແລະ ອື່ນໆ ໃນ​ເນື້ອ­ທີ່​ເກືອບ 5 ເຮັກ­

ຕາ ລວມມູນ​ຄ່າ​ທັງ​ໝົດ 40 ກວ່າ​ຕື້​ກີບ.

ໂດຍ​ທ່ານ ຄຳ​ຫຼ້າ ດວງ​ພະ​ສຸກ ຄາດ​ວ່າ ຫາກ​ໂຄງ­ການ​ສ້າງ​ສຳ­ເລັດ​ຈະ​ມີ​ຄຸນ​ປະ­ໂຫຍດ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່ປະ­ຊາ

­ຊົນ ​ທີ່​ຈະ​ເປັນ​ອະ­ນຸ­ສອນ​ສະ­ຖານ​ກາຍ­ເປັນ​ບ່ອນ​ທ່ອງ​ທ່ຽວ​ທາງ​ປະ­ຫວັດ­ສາດ​ ເປັນ​ບ່ອນ​ຮຽນ​ຮູ້​ໃຫ້​ນັກ­ຮຽນ​ຮຸ່ນ​

ສືບ​ທອດ​ເຫັນ​ໄດ້​ຄວາມ​ໝາຍ ​ຄວາມ​ສຳ­ຄັນ​ຂອງ ທ່ານ ສີ​ທອງ ກ່ຽວ​ກັບ​ນ້ຳ­ໃຈ​ອົງ­ອາດ​ກ້າ­ຫານ​ບໍ່​ຍອມ​ຈຳ​ຍົນ

​ຕໍ່​ສັດ­ຕູ​ຍອມ​ເສຍ​ສະ­ລະ​ ເລືອດ​ເນື້ອ​ຂອງ​ຕົນ ເພື່ອ​ປະ­ຊາ­ຊົນ​ກໍ​ຄື​ເພື່ອ​ປະ­ເທດ​ຊາດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ