ຂາຍຢາບ້າເທື່ອທຳອິດ ຊ້ຳຖືກຕຳຫລວດຈັບ ຮັບໂທດຕາມກົດໝາຍ!

 

ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ພະ​ແນກ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ໃຫ້​ຮູ້​ວ່າ: ເວ­ລາ​ປະ­ມານ 10:30

ໂມງ​ຂອງ​ວັນ​ທີ 17 ເດືອນ​ກັນ­ຍາ​ຜ່ານ​ມາ​ນີ້ ໄດ້​ມີ​ພົນ­ລະ­ເມືອງ​ດີ​ແຈ້ງ ຈະ​ມີ​ການ​ຊື້Œຂາຍ​ຢາ​ເສບ​ຕິດ​ຢູ່​ເຂດ​ບ້ານ​ນາ​ບອນ

ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ, ຈາກ​ນັ້ນທາງ​ເຈົ້າ​ໜ້າ­ທີ່​ຈິ່ງ​ໄດ້​ຮີບ​ຮ້ອນ​ນຳ​ກຳ­ລັງ​ລົງ​ຕິດ­ຕາມ​ເປົ້າ​ໝາຍ​ຢ່າງຮີບ

​ດ່ວນ.

 

ພໍ​ຮອດ​ເວ­ລາ​ປະ­ມານ 11:00 ໂມງ​ຂອງ​ວັນ​ດຽວ​ກັນ​ ກໍ​ເຫັນ​ລົດ​ຕູ້​ສະ​ຕາ​ແລັກ ໝາຍ​ເລກ​ທະ­ບຽນ ກກ 7082 ຄຳ​ມ່ວນ

ຊຶ່ງ​ເປັນ​ລົດ​ເປົ້າ​ໝາຍ​ແລ່ນ​ມາຈອດ​ຢູ່​ແຄມ​ທາງ​ເລກ​ທີ່ 13 ໃຕ້​ເຂດບ້ານ​ນາ​ບອນ ເມືອງ​ປາກ​ກະ­ດິງ ເຈົ້າໜ້າ­ທີ່​ຕຳ­ຫຼວດ

​ຈິ່ງ​ນຳ​ກຳ­ລັງ​ເຂົ້າ​ກວດ​ຄົ້ນ​ລົດ​ຄັນ​ດັ່ງ­ກ່າວ ພົບ​ເຫັນ​ຂອງ​ກາງ ຢາ​ບ້າ ຈຳ­ນວນ 1 ຖົງ ມີ 200 ເມັດ ແລະ ອີກ​ຈຳ­ນວນ

189 ເມັດ, ລວມ​ຂອງ​ກາງ​ຢາ​ບ້າ​ຈຳ­ນວນ 389 ເມັດ, ກັກ​ຕົວ​ຜູ້​ຖືກ​ຫາ​ໄດ້​ຈຳ­ນວນ 3 ຄົນ​ຄື: ທ້າວ ບຸນ​ມາ ລໍ​ວັນ​ໄຊ ອາ­ຍຸ

38 ປີ ອາ­ຊີບ​ເຮັດ​ນາ, ທ້າວມີ ອາ­ຍຸ 40 ປີ ອາ­ຊີບເຮັດ​ນາ ແລະ ທ້າວ ດາວ​ເພັດ ອາ­ຍຸ 38 ປີ ອາ­ຊີບ​ເຮັດ​ນາ​ພວກ​ກ່ຽວ

ທັງ​ສາມ​ຢູ່​ບ້ານ​ໂພນ​ສີ ເມືອງ​ປາກ​ກະ­ດິງ ແຂວງ​ບໍ​ລິ​ຄຳ​ໄຊ, ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈິ່ງ​ໄດ້​ກັກ​ຕົວ​ພວກ​ກ່ຽວ​ທັງ​

ສາມ​ຄົນ​ ພ້ອມ​ຢຶດ​ຂອງ​ກາງ​ຢາ​ບ້າ ແລະ ລົດ​ຕູ້​ສະ​ຕາ​ແລັກ​ໝາຍ​ເລກ​ທະ­ບຽນ ກກ 7082 ຄຳ​ມ່ວນ​ມາ​ດຳ­ເນີນ​ຄະ­ດີ​

ຕາມ​ກົດ­ໝາຍ.

 

ຜ່ານ​ການ​ສືບ­ສວນŒສອບ​ສວນ​ໃນເບື້ອງ​ຕົ້ນ​ຂອງ​ເຈົ້າ​ໜ້າ­ທີ່​ ພວກ​ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ: ພວກ​ຕົນ​ໄດ້​ຊື້​ຢາ​ບ້ານຳ​

ພວກ​ຮ່ວມ​ຂະ​ບວນ​ການ​ທີ່­ຢູ່​ບ້ານ​ດຽວ​ກັນ ​ໃນ​ລາ­ຄາ​ຖົງ​ປະ­ມານ 2,1 ລ້ານ​ກວ່າ​ກີບ ແລ້ວ​ຈະ​ນຳ­ໄປ​ຕໍ່­ໃຫ້​ພວກ​ຮ່ວມ

ຂະ​ບວນ​ການ​ຢູ່​ບ້ານ​ນາ​ບອນ ເມືອງ​ປາກ​ກະ­ດິງ ໃນ​ລາ­ຄາ​ຖົງ​ລະ 2.3 ລ້ານ ກວ່າ​ກີບ, ຊຶ່ງ​ພວກ​ກ່ຽວ​ໄດ້​ຮ່ວມ​ກັນ​ຊື້Œຂາຍ​

ຢາ​ບ້າ​ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ, ແຕ່​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈັບ​ຕົວ​ມາ​ດຳ­ເນີນ​ຄະ­ດີ​ສາ­ກ່ອນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ