ຂົວຂ້າມນ້ຳຂອງປາກແບງ-ເມືອງເງິນ ຊ້າກວາແຜນ 10%

a39a065214ca34a2e88f52fb8a66b811

 

ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງຈຸດ​ເມືອງ​ປາກ​ແບງ-ເມືອງ​ເງິນ ທີ່​ຈະໃຫ້​ສ້າງ​ສຳ­ເລັດ​ພາຍ​ໃນ​ປີ 2015, ວາງເປົ້າ​ໝົດ

​ສົກ 2013-2014 ຕ້ອງ​ມີຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ 60% ແຕ່​ຜ່ານການ​ປະ​ເມີນ​ຍັງ​ຫຼຸດ​ແຜນ​ກວ່າ 10%.

 

ທ່ານ ລີ​ຍິ່ງ ໄຊ​ຍະ​ຊາງ ຮອງ​ຫົວໜ້າ​ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງປາກ​ແບງ-ເມືອງ​ເງິນ ໄດ້​ເປີດ­ເຜີຍ​ຕໍ່​ກັບທີມ​ຂ່າວ​

ເສດ­ຖະ­ກິດ​ວ່າ: ແຜນ​ດຳ­ເນີນໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງ​ລະຫວ່າງ​ເມືອງ​ປາກ​ແບງ ແຂວງ​ອຸ­ດົມໄຊຫາເມືອງ​ເງິນ

ແຂວງ​ໄຊ​ຍະ​ບູ​ລີ ມາ​ຮອດ​ເດືອນ​ກັນ­ຍາ 2014 ໜ້າ​ວຽກ ໂດຍ​ລວມ​ປະ­ຕິ­ບັດ​ໄດ້​ທັງ​ໝົດ 55,95% ຫຼຸດ 10,41% ເມື່ອ​ທຽບ

­ໃສ່​ແຜນ​ສົກ 2013-2014.

 

ທ່ານ​ຮອງ​ຫົວ­ໜ້າ​ໂຄງ­ການ​ໃຫ້​ຮູ້​ວ່າ: ການ​ປະ­ຕິ­ບັດ​ໂຄງ­ການ​ຊ້າ​ກວ່າ​ແຜນການເນື່ອງ​ມາ​ຈາກ​ການ​ກໍ່­ສ້າງ​ຕົວ​ຈິງຢູ່​ໃນ

​ພາກ​ສະ­ໜາມ​ມີ​ຄວາມ​ຫຍຸ້ງ­ຍາກພໍ​ສົມ­ຄວນ, ເຮັດ​ໃຫ້​ໄລ­ຍະ​ເວ­ລາ​ເກືອບ 2 ເດືອນ (ນັບ​ແຕ່​ວັນ​ທີ 2 ກັນ­ຍາ 2014 ເປັນ­

ຕົ້ນ​ມາ) ທີ່​ບໍ່​ໄດ້​ດຳ­ເນີນ​ການ​ກໍ່­ສ້າງ ບໍ່​ວ່າ​ຈະ​ເປັນ​ວຽກ​ໂຄງ​ສ້າງ​ພາກ­ສ່ວນເທິງ​ກໍ​ຄືຂາງ​ຂົວ ສະ­ເພາະ​ວຽກ​ການເທ​ເບ​ຕົງ

ແມ່ນ​ສອງ​ຝ່າຍ (ບໍ­ລິ­ສັດ ແລະ ເຈົ້າ​ຂອງ​ໂຄງ­ການ) ທີ່​ບໍ່​ສາມາດ​ຕົກ­ລົງ​ກັນ​ໄດ້ ສະ­ນັ້ນ ຈິ່ງ​ເຮັດ​ໃຫ້ການ​ປະ­ຕິ­ບັດ​ວຽກ​ຕົວ

​ຈິງ​ມີ​ຄວາມ​ຫຼ້າຊ້າ​ກວ່າ​ແຜນ​ວາງ​ໄວ້, ສ່ວນ​ວຽກ​ດິນຂຸດ​ທາງ​ເຂົ້າ​ຂົວ​ແມ່ນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດເປັນ​ປົກ­ກະ­ຕິ.

 

ໂຄງ­ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ­ຂອງ ປາກ​ແບງ-ເມືອງ​ເງິນ ຕາມ​ແຜນ­ການ ໃນ​ສັນ­ຍາ​ແມ່ນ​ຈະ​ໃຊ້​ເວ­ລາ​ໃນ​ການ​ກໍສ້າງ​ທັງ​

ໝົດ 3 ປີ (36 ເດືອນ), ໂດຍ​ເລີ່ມ​ກໍ່­ສ້າງ​ແຕ່​ວັນ​ທີ 23 ທັນ­ວາ 2012, ແຕ່​ຜູ້​ຮັບ​ເໝົາ​ໄດ້​ດັດ­ແກ້​ແມ່ນຈະ​ໃຫ້​ສຳ­ເລັດ​ໃນ​

ວັນ​ທີ 22 ມີ­ນາ 2015 ຊຶ່ງ​ຈະ​ໃຊ້​ໄລ­ຍະ​ເວ­ລາ 28 ເດືອນ, ມາ​ຮອດ​ປະ­ຈຸ​ບັນ​ຕາມ​ແຜນ​ດັດ­ແກ້​ໃໝ່ຂອງ​ສົກ​ປີ​ນີ້ ແມ່ນ​ຈະ​

ໃຫ້​ສຳ­ເລັດ​ໃນ​ວັນ​ທີ 9 ສິງ­ຫາ 2015 ເປັນ 33 ເດືອນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ