ຂົວມິດ​ຕະ​ພາບລາວ-ມຽນມ້າ ຈະສຳເລັດເດືອນໜ້າ ເປີດນຳໃຊ້ກາງປີນີ້

4bd6c44bd8c90f526a30d122a9005b41

ເຈົ້າຂອງໂຄງການເປີດເຜີຍວ່າ ຂົວມິດຕະພາບລາວ-ມຽນມາ ຈະສຳ ເລັດການກໍ່ສ້າງໃນທ້າຍເດືອນໜ້າ ແລະ ຄາດວ່າຈະເປີດນຳໃຊ້ໃນລະຫວ່າງ ເດືອນພຶດສະພາ 2015 ນີ້ ໂດຍຮອດ ປະຈຸບັນໜ້າວຽກໂດຍລວມຂອງໂຄງ ການທັງໝົດໄດ້ແລ້ວ 95 % ຊຶ່ງຈະກາຍເປັນສັນຍາລັກແຫ່ງສາຍພົວພັນ ການຮ່ວມມື ແລະ ສາມັກຄີຂອງປະຊາ ຊົນສອງຊາດ      ສ້າງຜົນປະໂຫຍດອັນໃຫຍ່ ຫຼວງແກ່ປະເທດ ລວມທັງບັນດາປະເທດ ອະນຸພາກພື້ນ.

ຂົວມິດຕະພາບລາວ-ມຽນມາ ມີທີ່ຕັ້ງຢູ່ບ້ານຫ້ວຍກຸ່ມປະມານ 15 ກີໂລແມັດ ຫ່າງຈາກບ້ານຊຽງກົກໄປທາງ ທິດເໜືອ ຂຶ້ນກັບເມືອງລອງ ແຂວງ ຫຼວງນ້ຳທາ ແລະ ປະມານ 500 ແມັດທາງໃຕ້ຂອງບ້ານຊຽງລຽບ ເມືອງທ່າ ຂີ້ເຫຼັກ ລັດສານ ສສ ມຽນມາ  ຂົວມີ ຄວາມຍາວທັງໝົດ 691,6 ແມັດ, ກວ້າງ 10,9 ແມັດ, ມີທາງລົດແລ່ນ 2 ຄອງກວ້າງ 8,5 ແມັດ ແລະ ທາງຍ່າງ 2 ເບື້ອງໆລະ 1,2 ແມັດ.

ຂົວແຫ່ງນີ້ເປັນຂົວທີ່ມີຂາງປະສົມ ຊຶ່ງຂາງເຫຼັກຍາວ 360 ແມັດ, ສູງ 12ແມັດຢູ່ທາງກາງ (ຢູ່ວັງ) ແລະ ຂາງເບຕົງອັດແຮງຍາວ 331,6 ແມັດ ຢູ່ທາງ ຝັ່ງ ໂດຍຂົວອອກແບບໃຫ້ຮັບນ້ຳໜັກ ລົດບັນທຸກ 10 ລໍ້ໄດ້ 75 ໂຕນ ພ້ອມ ສາມາດຮັບແຮງສັ່ນສະເທືອນຂອງແຜ່ນດິນໄຫວໄດ້ໃນລະດັບ 7 ຣິກເຕີລົງມາ ແລະ ກຳປັ່ນ 500 ໂຕນ ສາມາດ ລອດຜ່ານໄດ້ ລວມມີມູນຄ່າການກໍ່ສ້າງ ໂຄງການທັງໝົດ 26 ລ້ານໂດລາສະ ຫະລັດທີ່ເປັນທຶນຂອງລັດຖະບານສອງປະເທດ.

ແນວໃດກໍດີ ພາຍຫຼັງທີ່ໄດ້ລົງມືກໍ່ສ້າງມາແຕ່ວັນທີ 16 ກຸມພາ 2013 ເປັນຕົ້ນມາ ຮອດຂະນະນີ້ທ່ານ ໄຊສົງຄາມ ມະໂນທັມ ຫົວໜ້າໂຄງການ ເປີດເຜີຍວ່າ: ການກໍ່ສ້າງໜ້າວຽກໂດຍລວມຂອງໂຄງການແມ່ນໄດ້ແລ້ວ 95% ຊຶ່ງຄາດວ່າຈະສຳເລັດສົມບູນໃນທ້າຍ ເດືອນມີນາ 2015 ນີ້ ແລະ ຕໍ່ຈາກນັ້ນ ຄະນະຮັບຜິດຊອບກໍຈະກຽມການເພື່ອ ໃຫ້ໄດ້ເປີດນຳໃຊ້ຢ່າງເປັນທາງການໃນລະຫວ່າງເດືອນພຶດສະພາຂອງປີດຽວກັນ.

ໂດຍພາຍຫຼັງສຳເລັດໂຄງການ ຂົວ ດັ່ງກ່າວຈະກາຍເປັນສັນຍາລັກແຫ່ງສາຍພົວພັນການຮ່ວມມື ແລະ ຄວາມສາມັກຄີລະຫວ່າງປະຊາຊົນຂອງສອງ ປະເທດ ລາວ ແລະ ມຽນມາ ທີ່ຈະເຊື່ອມຕໍ່ທາງເລກທີ 17 ຂອງລາວເຂົ້າກັບທາງ ຫຼວງເລກທີ 4 ຂອງມຽນມາ ແນໃສ່ ສ້າງເງື່ອນໄຂຄວາມສະດວກໃນການ ໄປມາຫາສູ່ ແລະ ຄ້າຂາຍຮ່ວມກັນນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ ປະຊາຊົນສອງຊາດລວມທັງບັນດາ ປະເທດໃນພາກພື້ນ ໂດຍສະເພາະລາວ, ມຽນມາ, ຫວຽດນາມ ແລະ ສປ ຈີນ ຫຼື ອາດຈະຂະ ຫຍາຍໄປສູ່ອິນເດຍ ແລະ ບັງກະລາເດັດ ໂດຍຜ່ານທາງຫຼວງເລກທີ 17,13, 2E ຂອງລາວ ແລະ ທາງເລກ 4 ຂອງມຽນມາ.

 

ແຫລ່ງ​ຂ່າວ: ເສດ​ຖະ​ກິດ – ສັງ​ຄມ