ຂ້າເມຍຕາຍແລ້ວ ປາດຄໍໂຕເອງແຕ່ບໍ່ສຳເັລດ

Died

ຂ່າວລາວພັດທະນາ: ເຫດການສະຫຍອງຂວັນດັ່ງກ່າວ, ໄດ້ເກີດຂຶ້ນເມື່ອວັນທີ 17 ມີນາ 2015, ຢູ່ບ້ານໜອງບົວວຽງ, ເມືອງ ແລະ ແຂວງຫລວງນ້ຳທາ, ຕາມການ ລາຍງານຂອງ ເຈົ້າໜ້າທີ່ ປກສ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບ ແຈ້ງວ່າ ເກີດເຫດ ຄາດຕະກຳຢູ່ບ້ານດັ່ງກ່າວ, ກໍໄດ້ຈັດກຳລັງລົງກວດກາສະ ຖານທີ່ເກີດເຫດທັນ ທີເຊິ່ງພົບສົບນາງ ບົວແພງ ອາຍຸ 55 ປີມີຮອຍຢູ່ບໍລິເວນ ໜ້າພາກ ແລະ ງ່ອນດົ້ນ ແລະ ຢູ່ເທິງຫ້ອງຊັ້ນສອງພົບເຫັນທ້າວ ຈັນກູດ ອາຍຸ 58 ປີນອນໝົດສະຕິເຕັງ ກອງເລືອດ ໂດຍມີຮອຍຂອງມີຄົມປາດ ບໍລິເວນຄໍ ຈຶ່ງຮີບຮ້ອນນຳຕົວສົ່ງໂຮງໝໍ.

ຜ່ານການສຶບສວນ-ສອບສວນ ຜູ້ເຫັນເຫດການຢູ່ໃກ້ຄຽງຮູ້ວ່າ: ທັງສອງແມ່ນຄູ່ຜົວເມຍກັນ, ໂດຍໄດ້ຜິດຖຽງກັນຮ້າຍ ແຮງແລ້ວທ້າວ ຈັນກູດ ໄດ້ໃຊ້ຂອງແຂງທຸບໃສ່ບໍລິເວນໜ້າພາກ ແລະ ງ່ອນດົ້ົນເມຍຈົນເສຍຊີວິດ ແລະ ໂທລະສັບຫາລູກ ຢູ່ເຮືອນອີກຫລັງໜຶ່ງໃກ້ຄຽງມາເບິ່ງ, ຈາກນັ້ນກໍຈັບເອົາມີດຍ່າງຂຶ້ນຊັ້ນສອງ ແລະ ລ໋ອກ ປະຕູຫ້ອງໄວ້.

ຕາມການສອບຖາມຍາດພີ່ນ້ອງຂອງທັງສອງຮູ້ວ່າ:ຜ່ານມາຜົວເມຍຄູ່ນີ້ມັກຜິດຖຽງກັນເປັນປະຈຳ ແລະ ປະມານໜຶ່ງອາ ທິດກ່ອນເກີດເຫດຜູ້ເປັນເມຍໄດ້ໄປພັກເຊົານຳເຮືອນພີ່ນ້ອງ ແລະ ພາຍຫລັງກັບມາກໍເກີດເຫດການເສົ້າດັ່ງກ່າວ.