ຄວາມຄືບໜ້າຄະດີ ບໍລິສັດແມັກສຄີສະແຕໂບຯ ສໍ້ໂກງຊັບພົນລະເມືອງ ຫອບ 16 ລ້ານໂດລາຫລົບໜີ!

police

ໃນ ​ວັນ​ທີ 29 ທັນວາ 2015 ຜ່ານ​ມາ, ທ່ານຮອງຫົວໜ້າກົມຕໍາຫລວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ພັນໂທ ບຸນຖິນ ແກ້ວມົນລັດຊີ ໄດ້ຖະແຫລງຕໍ່ສື່ມວນຊົນ ກ່ຽວກັບຄວາມໜ້າການສືບສວນ-ສອບສວນ ຄະດີ​ນັກທຸລະກິດ​​ຕ່າງປະເທດ​ ເຂົ້າມາ​ເປີດ​ບໍລິສັດ ​ເປັນ​ສາກ​ບັງ​ໜ້າ ​ເພື່ອ​ສໍ້​ໂກງຊັບພົນລະເມືອງ, ໂດຍກວາດເງິນຫລົບໜີໄປຫລາຍກວ່າ  16 ລ້ານ​​ໂດ​ລາ​ສະຫະລັດ.

ທ່ານຮອງ​ກົມ​ ຕຳຫລວດ​ເສດຖະກິດ ​ໃຫ້​ຮູ້​ວ່າ: ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນ​ໜຶ່ງ​ ຮ່ວມ​ກັບ​ຄົນ​ຕ່າງປະ​ເທດ​ ໄດ້​ຕັ້ງ ບໍລິສັດ​ ລາວ​ແມັກ​ສຄີ​ສະ​ແຕ​ໂບ 1 ​ແລະ ບໍລິສັດ ​ລາວ​ແມັກ​ສຄີ​ສະ​ແຕ​ໂບບີ 2 ​ເວີ​ວາຍ ຈຳກັດ ຜູ້​ດຽວ ​ໂດຍ​ສອງ​ບໍລິສັດ​ ໄດ້​ຮັບອະນຸຍາດ​ຈາກພາກສ່ວນ​ທີ່​ກ່ຽວຂ້ອງ ​ເຄື່ອນ​ໄຫວ​ທາງ​ດ້ານ​ທີ່​ປຶກສາ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ​ຜ່ານ​ລະບົບ​ອີ​ເລັກ​ໂຕຣນິກ, ແຕ່​ພາຍຫລັງ​ໄດ້​ຮັບ​ອະນຸຍາດ​ແລ້ວ​ ກໍ​ໄດ້​ເຮັດ​ທຸລະ​ກິດ​ກ່ຽວ​ກັບ​ການ​ລະດົມ​ທຶນ ຫລື ຮັບ​ເງິນ​ຝາກ​​ໃຫ້​ດອກ​ເບ້ຍ ດ້ວຍ​ຮູບ​ການ​ໂຄສະນາ​ຊວນ​ເຊື່ອ​ ຜ່ານ​ສື່​ມວນ​ຊົນ, ທາງ​ອິນ​ເຕີ​ເນັດ ​ແລະ ​ໃຫ້​ພະນັກງານ​ໂຄສະນາ​ຕົວ​ຈິງ ​ເພື່ອ​ລະດົມ​ໃຫ້​ນັກທຸລະກິດ, ພໍ່ຄ້າ​ຊາວ​ຂາຍ, ​ປະຊາຊົນ​ຫລົງ​ເຊື່ອ​ມາ​ຮ່ວມ​ທຶນ ຫລື ຝາກ​ເງິນ​ນຳ​ບໍລິສັດ ​ໂດຍ​ສະ​ເໜີ​ໃຫ້​ດອກ​ເບ້ຍ ​ແລະ ຜົນ​ປະ​ໂຫຍ​ດສູງ​ກວ່າ​ລະບຽບ​ຂອງທະນາຄານ.

ຈາກ ​ເຫດການ​ດັ່ງກ່າວ ​ໄດ້​ມີ​ຜູ້​ແຈ້ງ​ຄວາມ ​ແລະ ຮ້ອງ​ຟ້ອງ​ຕໍ່​ສອງ​ບໍລິສັດ​ດັ່ງກ່າວ​ ມາ​ຫາ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ຈາກ​ນັ້ນ ຈຶ່ງ​ໄດ້​ແຕ່ງຕັ້ງຄະນະ​ຮັບຜິດຊອບ ​ລົງ​ໄປ​ກວດ​ສອບ​ເຫັນ​ວ່າ​ບໍລິສັດ​ດັ່ງກ່າວ ​ໄດ້​ເປີດ​ບໍລິສັດ​ບັງ​ໜ້າ ​ເພື່ອ​ສໍ້​ໂກງ​ຊັບ​ພົນລະ​ເມືອງ​ແທ້, ຈຶ່ງ​ໄດ້​ກັກ​ຕົວ​ຜູ້​ກະທຳ​ຜິດ​ໄດ້ 6 ຄົນ ທີ່​ຮ່ວມ​ກັບ​ຄົນ​ຕ່າງປະ​ເທດ ​ສໍ້​ໂກງ​ຊັບ ແລະ ຜ່ານ​ການ​ສືບສວນ-ສອບ​ສວນ ​ໃນ​ເບື້ອງຕົ້ນ​ເຫັນ​ວ່າ​ມີ​ບຸກຄົນ​ ນຳ​ເງິນ​ມາ​ຮ່ວມ​ການ​ລົງທຶນ ​ແລະ ​ເອົາ​ເງິນ​ໄປ​ຝາກ​ນຳ 2 ບໍລິສັດ​ດັ່ງກ່າວ​ ຫລາຍກວ່າພັນ​ຄົນ, ລວມມີມູນຄ່າເສຍ​ຫາຍ​ຫລາຍກວ່າ 16 ລ້ານ​​ໂດ​ລາ​ສະຫະລັດ, ປັດຈຸບັນຄະດີ​ດັ່ງກ່າວ ​ເຈົ້າໜ້າ​ທີ່​ພວມ​ດຳ​ເນີນ​ຄະດີ ຕາມລະບຽບກົດໝາຍ, ພ້ອມທັງ​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ ​ຊ່ວຍ​ກັນ​ເປັນ​ຫູ​ເປັນຕາ​ ໃນ​ການ​ພົບ​ເຫັນ​ຂໍ້​ມູນ​ຫລັກ​ຖານ​ທີ່​ກ່ຽວຂ້ອງ​ ກັບ​ສອງ​ບໍລິສັດ​ນີ້ຈົ່ງ​ສະໜອງ​ລາຍ​ງານ​ຕໍ່​ເຈົ້າໜ້າ​ທີ່​ ເພື່ອ​ແກ້​ໄຂ​ໃຫ້​ທັນ​ການ.

ແຫລ່ງຂ່າວ:

ລພນ