ຄວາມມິດ​ຕະ​ພາບ​, ​ສາ​ມັກ​ຄີ​ພິ​ເສດ​ ລາວ – ຫວຽດນາມໃນສະໃໝປັດຈຸບັນ

image001
ປະທານໂຮ່ ຈິມິນ ແລະ ປະທານປະເທດ ສປປລາວໄກສອນ ພົມວິຫານ ( ຖ່າຍຮູບວັນທີ່: 08/02/1966 )

​      ​ສາຍພົວພັນມິດ​ຕະ​ພາບ​ເປັນມູນເຊື້ອ ​ພິ​ເສດ​ ຫວຽດ​ນາມ – ລາວ​​ໄດ້​ຮັບ​ການເພິ່ມພູນ ຄູນສ້າງ​, ​ຮັກ​ສາ​ ແລະ​​ຂະຫຍາຍໃນ​ຕະຫຼອດການປົກປັກຮັກສາ ແລະສ້າງສາພັດທະນາປະ​ເທດຊາດ​ຂອງ ສອງ​ປະ​ເທດ​ພວກ​ເຮົາ.  ກວ່າ​ເຈັດ​ທົດ​ສະ​ວັດ​, ນັບ​ຕັ້ງ​ແຕ່​ພັກ​ກອມ​ມູ​ນິດ ​​ອິນ​ດູ​ຈີນ​​ເກີດ​ຂຶ້ນ​, ມິດ​ຕະ​ພາບ ​ແລະ ​ການ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ – ລາວ ​ມີຜູ້​ນໍາ​ຂອງ​ສອງ​ປະ​ເທດ​ເປັນ​ປະ​ທານ​ໂຮ່​ຈີ​ມິນ ​ແລະ​ ປະ​ທານ​ປະ​ເທດ ໄກສອນ ພົມວິຫານ ​ວາງ​ພື້ນ​ຖານໂດຍກົງ ​ແລະ ​ສືບ​ຕໍ່​ໄດ້ບັນດາຮູ່ນ​ຜູ້​ນໍາ ​ແລະ ​ປະ​ຊາ​ຊົນ​​ສອງ​ປະ​ເທດ​ເພິ່ມພູນຄູນສ້າງ ໂດຍ​ຜ່ານ​ ການຜັນແປທາງດ້ານ​ປະ​ຫວັດ​ສາດ​ຫຼາຍຢ່າງ​​, ຜ່ານຜ່າທຸກອຸປະສັກ​, ສິ່ງ​ທ້າ​ທາຍກາຍ​ເປັນ​ການ​ພົວ​ພັນ ​ແບບ​ຢ່າງ​, ສັດ​ຊື່​ທີ່​ຫາ​ຍາກໃນໂລກ.

ວັນທີ່ 5-9-1962 ໄດ້ກາຍເປັນຂີດຫມາຍ​ ໃນ​ການ​ພົວ​ພັນ​ມິດ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ​, ​ສອງ​ປະ​ເທດ, ​ ປະ​ຊາ​ຊົນ​ສອງ​ຊາດຫວຽດ​ນາມ – ລາວ ຈາລຶກ ​ໄວ້​ໃນ​​ໃຈ ຫຼັງ​ໄຊ​ຊະ​ນະ​ທາງດ້ານ​ທະ​ຫານ ແລະ​​ ການ​ທູດ​, ສັນ​ຍາ​ເຈີແນເວີ​ ປີ 1962 ກ່ຽວກັບ​ສ​ປ​ປ​ລາວ​ໄດ້​ຮັບ​ການ​ລົງ​ນາມ​, ສອງ​ປະ​ເທດ​ຕົກ​ລົງ​​ສ້າງ​ຕັ້ງ​ສາຍພົວ​ພັນ ​ການ​ທູດເປີດ​ມາສັງກາດໃຫມ່​, ປັບ​ປຸງ​ ແລະ​ຂະຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ – ລາວ.  ພາລະກິດ, ຈຸດຫມາຍ​ປາຍ​ທາງ​ການ​ຂອງ​ສອງ​ປະ​ເທດ ​ແລະ​ ​ປະ​ຊາ​ຊົນ​ສອງຊາດພວກ​ເຮົາ ​ແມ່ນ​ນັບ​ມື້ ​ນັບ​ໃກ້​ຊິດ​​ຕິດແທດຮ່ວມ​ກັນ​, ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ກາຍ​ເປັນເພື່ອນຕໍ່​ສູ້​, “ເຂົ້າເມັດຫັກພັກເສັ້ນດ່ຽວ​”​, ບັນດາສະຫາຍ ອ້າຍ​ນ້ອງຮັກ​ແພງ​ຮ່ວມບັ້ນຮົບດຽວ.

ຄວາມ​ສໍາ​ພັນ​ຂອງ​ປະ​ເທດ​ຫວຽດ​ນາມ – ລາວມີການພິເສດ​, ຖານ​ອ້າຍ​ນ້ອງ​ ແບບ​ “​ເຂົ້າເມັດຫັກພັກເສັ້ນດຽວ​” ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​​ອະ​ມະ​ຕະ​, ​ຍ້ອງ​ຍໍ​ມິດ​ຕະ​ພາບອັນ​ສູງສົ່ງ​, ການ​ແບ່ງ​ປັນ​ທັງວັດຖູ ແລະຈິດໃຈ ເຊິ່ງປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ ແບ່ງປັນໃຫ້ກັນ​ໃນ​ໄລຍະທີ່ຫຍຸ້ງຍາກລໍ້າບາກ  ຫຼັງຈາກ​ໄດ້ຮັບການໄຊຊະນະ​ໃນ​ປີ 1975​, ສັນ​ຕິ​ພາບ​ໄດ້​ຮັບ​ການ​ຟື້ນ​ຟູ​ໃນ​ປະ​ເທດ​​ຫວຽດ​ນາມ ​ແລະ ​ລາວ​, ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ເຂົ້າ​ສູ່ ​ສັງກາດ​ໃຫມ່​, ສັງກາດແຫ່ງຄວາມ​ສັນ​ຕິ​ພາບ ​ເອ​ກະ​ລາດ​, ແລະ​ຮ່ວມ​ກັນ​ສ້າງ​ສັງ​ຄົມ​ນິ​ຍົມ​. ຮັບຮູ້ ​ດີ​ເຖິງ​ຄວາມ​ຫມາຍ​ ແລະ​ຄວາມ​ສໍາ​ຄັນ​ຂອງ​ສາຍ​ພົວ​ພັນ​ພິ​ເສດ​ນັ້ນ​ ​ວັນ​ທີ 18-7-1977​ ລັດ​ຖະ​ບານ​ທັງ​ສອງ ໄດ້​ຕົກ​ລົງ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ ແລະ​ຮ່ວມ​ມື​​, ​ອີກ​ເທື່ອ​ຫນຶ່ງ​, ຢືນ​ຢັນ​ຄວາມ​ສາ​ມັກ​ຄີພິ​ເສດ​ອັນດຽວ​, ສະ​ຫນັບ​ສະ​ຫນູນ​, ​ຊ່ວຍ​ເຫຼືອເຊິ່ງ​ກັນ ​ແລະ​ກັນ​ເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ ອະ​ທິ​ປະ​ໄຕ​ ແລະ ຜືນແຜ່ນດິນອັນຄົບຖ້ວນ​; ເພິ່ມທະວີການປະສານງານໃນການ​ທູດ ​ເພື່ອຍົກສູງ​ຖາ​ນະບົດບາດ​ຂອງ​ແຕ່​ລະ​ປະ​ເທດ​ ໃນ​ພາກ​ພື້ນ​ ແລະ ​ໃນ​ເວ​ທີ​ສາ​ກົນ​.

ພວກ​ເຮົາເບີ່ງຄືນໄລຍະທາງການຂະຫຍາຍສາຍພົວພັນ​​ຮ່ວມ​ມືຂອງສອງປະເທດ​ໃນ​ໄລ​ຍະ​ 45 ປີ​ຜ່ານ​ມາ ແລະ 30 ປີ​ຂອງ​ການ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ ​ແລະ​ການ​ຮ່ວມ​ມື​ຫວຽດ​ນາມ ​- ລາວ. ພວກ​ເຮົາ​ມີຄວາມທະນົງໃຈ​ຍັນຢືນຄວາມ​ສາ​ມັກ​ຄີ​ພິ​ເສດ​​ຊື່​ສັດ ແລະ ການຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ – ລາວໄດ້ ແລະ ຈະສຶບຕໍ່ໄດ້​ປັບ​ປຸງ​, ຂະ​ຫຍາຍ​ຕົວເຂົ້າສູ່ລວງເລິກກວ່າ​,​ ປະ​ກອບ​ສ່ວນ​ຢ່າງແທ້ຈິງໃນພາລະກິດ​ສ້າງສາ ແລະປົກປັກຮັກສາ​​ປະ​ເທດ​ຊາດ​ ແລະ​ການ​ພັດ​ທະ​ນາ​ກວ້າງເລິກຂອງ​ແຕ່​ລະ​ປະ​ເທດ​.

ພວກ​ເຮົາ​ມີຄວາມພາກພູມໃຈຢ່າງຍິ່ງ ຮູ້ວ່າສາຍພົວພັນ​ຮ່ວມ​ມື​ເສດ​​​ຖະ​ກິດ ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ບັນ​ລຸບັນດາບາດກ້າວທີ່ດີ​.  ໂດຍ​ສະ​ເພາະ​ໃນທາງດ້ານ​ການ​ຄ້າ​, ໃນ​ປີ 2014 ມູນ​ຄ່າ​ການ​ນໍາ​ເຂົ້າ​ລະ​ຫວ່າງ​ ສອງ​ປະ​ເທດ​ຫວຽດ​ນາມ ​ແລະ ​ລາວ​ໄດ້​ບັນ​ລຸ​ 1,3 ລ້ານສະ​ຫະ​ລັດ​, ເພີ່ມ​ຂຶ້ນ 14,2​% ເມື່ອ​ທຽບ​ກັບ​ປີ 2013​; ໃນ 6 ເດືອນ​ທໍາ​ອິດ​ຂອງ​ປີ 2015​, ມູນ​ຄ່າ​ການ​ນໍາ​ເຂົ້າ​ ແລະ​ສົ່ງ​ອອກ​ລະ​ຫວ່າງ​ ສອງ​ປະ​ເທດ​ບັນ​ລຸ​ໄດ້ 686 ລ້ານ USD​. ແຕ່ວ່າ ​ການ​​ພົວ​ພັນດ້ານ​ການ​ຄ້າ ​ຍັງບໍ່ທັນຂະຫຍາຍພຽງພໍກັບ​ທ່າ​ແຮງ ​ຂອງ​ສອງ​ປະ​ເທດ​, ໂດຍ​ສະ​ເພາະ​ແມ່ນ​ໃນ​ສະ​ພາບ​ການ ​ຂອງ​ຫວຽດ​ນາມ ​ແລະ ​ລາວ​ເປັນ​ສະ​ມາ​ຊິກ​ ຂອງປະຊາຄົມເສດຖະກິດຂອງ ASEAN  (AEC​) ໃນໄລຍະ​ທ້າຍ​ປີ 2015. ຜົນການຮ່ວມມືບັນ​ລຸ​ໄດ້​ໃນ​ຊຸມ​ປີ​ຜ່ານ​ມາ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ພະ​ຍາ​ຍາມ​, ການສູ້ຊົນ​ຢ່າງ​ຕໍ່​ເນື່ອງ​ຂອງ​ລັດ​ຖະ​ບານ​, ບັນ​ດາ​ກະ​ຊວງ​, ພະແນກ, ທ້ອງ​ຖິ່ນ​ ແລະ​ວິ​ສາ​ຫະ​ກິດ​ ຂອງ​ສອງ​ປະ​ເທດໄດ້​ປະ​ກອບ​ສ່ວນ​ອັນສໍາຄັນ ໃນພາລະກິດ​ສ້າງສາ​ ແລະ​ ການ​ພັດທະ​ນາ ​ຂອງ​ແຕ່​ລະ​ປະ​ເທດ . ກ່ຽວ​ກັບ​ທາງດ້ານການພົວພັນ ຕ່າງປະເທດການ​ປະ​ສານ​ງານ​ຢ່າງມີປະ​ສິດ​ທິ​ຜົນ​ ແລະ​ ສະ​ຫນັບ​ສະ​ຫນູນຊ່ວຍເຫຼືອ​ເຊິ່ງ​ກັນ ​ແລະ​ກັນ​ໃນ​ ເວທີ​ສາ​ກົນ​ເອົາໃຫ້​ ຫມາກ​ຜົນ​ຢ່າງຈົບງາມ, ​ປະ​ກອບ​ສ່ວນ​ໃນ​ການ​ຍົກສູງ​ຖາ​ນະບົດບາດ ​ຂອງ​ລາວ ​ແລະ​ຫວຽດ​ນາມ​ໃນ​ພາກ​ພື້ນ​ ແລະ​ໃນ​ເວ​ທີ​ສາ​ກົນ​, ປະ​ກອບ​ສ່ວນ​ກັບ​ການ​ຮັກສາ​ສັນ​ຕິ​ພາບ​, ​ຮ່ວມ​ມືພ້ອມກັນ​ພັດ​ທະ​ນາ​ຢູ່​ອາຊີ ອາຄະເນ ແລະ ໂລກໃນ

​ໃນ ​ຖາ​ນະ​ເປັນ​ມິດສະ​ຫາຍ​, ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ ​ແລະ​ປະ​ຊາ​ ຊົນ​ຊົນ​ເຜົ່າ​ລາວ​, ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ແລະ​ ປະ​ຊາ​ຊົນ​ຫວຽດ​ນາມ​ມີ​ຄວາມ​ພູມ​ໃຈ​ຢ່າງຍີ່ງ​, ຮູ້​ສຶກ​ຕື່ນ​ເຕັ້ນ​ທີ່​ຈະ​ເຫັນ​ໃນ​ໄລ​ຍະ​ ປີ​ຜ່ານມາພາຍໃຕ້ການ ນໍາ​ພາ​ສະຫຼາດພິກໄຫວ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ​​, ປະ​ຊາ​ຊົນ​ບັນດາ​ຊົນເຜົ່າລາວ ໄດ້ຜັນຂະຫຍາຍມູນເຊື້້ອພີລະອາດຫານ, ບໍ່ຍອມຈໍານົນຂອງປະເທດລ້ານຊ້າງຜ່ານຜ່າທຸກ ອຸປະສັກ, ຍາດເອົາ​ໄຊ​ຊະ​ນະ​ອັນ​ໃຫຍ່​ຫຼວງ​ໃນ​ທຸກ​ດ້ານ​, ນັບມື້ນັບຍົກສູງພາລະບົດບາດ​ຂອງ​ສ​ປ​ປ​ລາວ ​ໃນ​ພາກ​ພື້ນ​ແລະ​ໃນ​ທົ່ວ​ໂລກ​. ພັກ ​ກອມ​ມູ​ນິດ​ຫວຽດ​ນາມ​ແລະ​ປະ​ຊາ​ຊົນ​​ຫວຽດ​ນາມ ດີໃຈກັບບັນດາໝາກຜົນທີ່​ປະ​ຊາ​ຊົນ​ລາວ ຍາດມາໄດ້​.

ພາຍ ​ໃຕ້​ການ​ນໍາ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ຫຼັງ​ຈາກ 20 ປີ​ຂອງ​ຂະບວນການຫັນປ່ຽນປະຕີບັດໃໝ່​​, ປະ​ຊາ​ຊົນ​ຫວຽດ​ນາມ​ຍາດໄດ້ບັນດາຜົນງານ​ ຊະ​ນະ​ທີ່​ຍິ່ງ​ໃຫຍ່ ​ແລະມີຄວາມໝາຍ​ສໍາ​ຄັນທາງດ້ານ​ ປະ​ຫວັດ​ສາດ​. ເສດ ​ຖະ​ກິດ – ສັງຄົມພັດທະນາໃນຈັງຫວະສູງ, ຊີ​ວິດ​ການເປັນຢູ່ຂອງ​ປະ​ຊາ​ຊົນ​ໄດ້​ປັບ​ປຸງ​ ຢ່າງຈະແຈ້ງ​, ​ປ້ອງ​ກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ມີຄວາມສະຖຽນນະພາບ, ຖານະບົດບາດ​ຂອງ​ຫວຽດ​ນາມ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກນັບມື້ນັບໄດ້ຍົກສູງ . ຜັນຂະຫຍາຍ ໝາກ​ຜົນນັ້ນ​ປະ​ຊາ​ຊົນ​ຫວຽດ​ນາມ​ ກໍາ​ລັງອອກແຮງແຂ່ງຂັນປະຕິບັດ​ມະ​ຕິ​ຂອງ​ພັກ ​ຄັ້ງ​ທີ X  ແນໃສ່ຄາດໝາຍໃນ​ປີ 2020 ພາໃຫ້ປະ​ເທດ​ຫວຽດ​ນາມ​ກາຍເປັນ​ ​ ປະ​ເທດ​ອຸດ​ສາ​ຫະ​ກໍາ​ໄປ​ຕາມທິດ​ທັນ​ສະ​ໄຫມ ໂດຍ​ພື້ນ​ຖານ​ , ປະ​ຕິບັດ​  , ປະຊາຊົນຮັ່ງມີ ປະ​ເທດ​​ເຂັ້ມ​ແຂງ​, ສັງ​ຄົມມີຄວາມ​ຍຸດ​ຕິ​ທໍາ​​ ​, ປະຊາ​ທິ​ປະ​ໄຕ​ ແລະ​ວັດທະນາຖາວອນ​”​.

ບັນ​ລຸ​ຜົນ​ສໍາ​ເລັດ​ທີ່​ຍິ່ງ​ໃຫຍ່​ໃນ​ມື້​ນີ້​, ພັກ​, ລັດ​ແລະ​ປະ​ຊາ​ຊົນ​ຂອງ​ຫວຽດ​ນາມ ​ກໍ​ຮູ້​ດີ​ເຖິງ​ວ່າແຕ່ລະ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ​​ໃນ​ໄລ​ຍະ​ຜ່ານ​ມາ​ກໍ່ຄື​ໃນ​ມື້​ນີ້ ​ແລະ ​ຕະ​ຫລອດ​ໄປ​ ຕໍ່​ມາລ້ວນແລ້ວແຕ່ມີ​ການ​ແບ່ງປັນ​, ສະ​ຫນັບ​ສະ​ຫນູນ​ຢ່າງ​ສຸດ​ໃຈ​, ​ການ​ຊ່ວຍ​ເຫຼືອ​ທີ່​ມີ​ຄ່າ​ຂອງ​ພັກ​, ລັດ ​ແລະ ​ປະ​ຊາ​ຊົນ​ບັນດາ​ເຜົ່າຂອງ​ລາວ​ອ້ານນ້ອງ​. ໃນ​ສະ​ພາບ​ການ​ ​ໃຫມ່​ໃນ​ປັດ​ຈຸ​ບັນ​, ກ່ອນ​ບັນດາ​ໂອ​ກາດ ​ແລະ​ສິ່ງ​ທ້າ​ທາຍ​ສໍາ​ລັບ​ທັງ​ສອງ​ປະ​ເທດ​, ຍິ່ງກ່ວາເວລາໃດໝົດ​, ພວກ​ເຮົາຍິ່ງ​ຈໍາ​ເປັນ​ຕ້ອງ​ເພີ່ມທະວີ ​ແລະ​ ປັບ​ປຸງ​ສາຍ​ພົວ​ພັນ​ມິດຕະພາບ ອັນເປັນມູນເຊື້ອ​, ຄວາມ​ສາ​ມັກ​ຄີ​ພິ​ເສດ ທີ່​ຊື່​ສັດ​ ສູດຈະລິດໄດ້​ຮັບ​ການ​ສະ​ຫລຸບ​ໃນ​ຄໍາ​ເວົ້າ​ ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິນ​​ເປັນ​ແສນ​ຮັກ​:
“ຮັກຫອມກັນໝາຍໝັ້ນ ຫຼາຍສັ້ນພູກໍ່ປີນໄຕ່
ຫຼານນໍ້າໃຫຍ່ ແລະໂຄກຄ້ອຍຂວາງຂັ້ນກໍ່ດຸ່ງໄປ
ສອງຊາດລາວ -ຫວຽດ​ໄດ້ຝັງຄວາມຮັກຢູ່ໃນໃຈ
ຮົງຮ່າທັງແມ່ຂອງບໍ່ເລິກປູນປານໄດ້”.

ບົນ​ຈິດໃຈ​ນັ້ນ​, ສອງ​ພັກ​ ແລະ​ ສອງລັດ​ຖະ​ບານ​, ​ປະ​ຊາ​ຊົນ​​ທັງ​ສອງ​ປະ​ເທດ​​ພວກ​ເຮົາ​ ຕັດສິນ​ໃຈ​ທີ່​ຈະພ້ອມກັນ​ຮັກ​ສາ​ຕະ​ຫຼອດ​ໄປ​ ແລະ​ ຂະຫຍາຍ​ສາຍ​ພົວ​ພັນ​ທີ່​ ສັດ​ຊື່ສຸດຈະລິດ​ທີ່ ເປັນ​ຊັບ​ສິນ​ທີ່​ລ້ຳຄ່າ​ຂອງ​ ​ປະ​ຊາ​ຊົນ​ໃຫ້​ສອງຊາດໃຫ້ແກ່​ລູກ​ ​ຫລານໃນອະນາຄົດ​ຄືປະ​ທານ ​ໄກສອນ ພົມວິຫານ ກ່າວ​ວ່າ​:

“ສາຍພູ​ອາດຈະເຊາະເຈື່ອນ ແມ່ນໍ້າອາດຈະເຫືອດແຫ້ງ​, ແຕ່​ສາຍພົວພັນ​ມິດຕະພາບລະຫວ່າງລາວ -ຫວຽດ​ນາມ​ຈະ​ຍັງ​ຄົງ​ຢູ່ຕະຫຼອດກາລະນານ​.​”