ຄະນະປະຈຳສະພາແຫ່ງຊາດ ພິຈາລະນາຫລາຍບັນສໍາຄັນ ປະ​ຈຳ​ເດືອນມີນາ 2016

ກອງປະຊຸມຄະນະ​ປະຈຳ​ສະພາແຫ່ງຊາດ ປະຈຳ​ເດືອນມີນາ ​ໄດ້​ຈັດ​ຂຶ້ນແຕ່​ລະຫວ່າງ​ ວັນ​ທີ 4-5 ​ເມສານີ້ທີ່​ ສະພາ​ແຫ່ງ​ຊາດ,​​ ໂດຍ​ການ​ເປັນ​ປະທານຂອງ​ ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດຄື: ຜ່ານ​ແຜນການຕາຕະລາງ ກອງ​ປະຊຸມ​ປະຖົມມະ​ລຶກຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII, ລາຍ​ງານ​ຮ່າງ​ແຜນການ​ສ້າງ ​ແລະ ປັບ​ປຸງ​ກົດໝາຍ 5 ປີ ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII, ລາຍ​ງານການຂໍ​ອະນຸມັດ​ ເປີດ​ສືບ​ສວນ-​ສອບ​ສວນ ​ແລະ ປະຕິບັດ​ມາດຕະການທາງ​ກົດໝາຍຕໍ່ ທ່ານ ຫຸມ​ແພງ ສຸດທິ​ວົງ ອະ​ດິດສະມາຊິກສະພາ​ແຫ່ງ​ຊາດຊຸດ​ທີ VII, ພິຈາລະນາ​ຮັບຮອງ​ເອົາ​ ສັດຕະຍາບັນວ່າ​ດ້ວຍ​ເອກະສິດ ​ແລະ ອະພິສິດຂອງ​ປະຊາ​ຄົມ​ ບັນດາ​ປະຊາ​ຊາດອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ລາຍ​ງານ​ຜົນ​ຂອງ​ການ​ຄົ້ນຄວ້າ ໜັງສື​ສະ​ເໜີຂອງ​ລັດຖະບານ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ ຢັ້ງຢືນ​ຮັບ​ຊາບ​ກ່ຽວກັບ​ເອກະສານ ທີ່​ໄດ້​ຮັບຮອງ​ເອົາຢູ່​ກອງ​ປະຊຸມ​ໃຫຍ່ຂອງ​ອົງການ​ແຮງ​ງານ​ສາກົນ (ILO) ຄັ້ງ​ທີ 104 ປະຈຳ​ປີ 2015;  ຜ່ານ​ຮ່າງ​ມະຕິ​ຂອງ​ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າ​ດ້ວຍ​ລະບຽບການ​ດຳ​ເນີນ ກອງ​ປະຊຸມສະພາ​​ແຫ່ງ​ຊາດ,​ ໂຄງ​ຮ່າງ​ມະຕິ​ຂອງ​ກອງ​ປະ​ຊຸມ ສະພາ​ແຫ່ງ​ຊາດວ່າ​ດ້ວຍ​ການ​ຮັບຮອງ​ເອົາ​​ດ້ານ​ຫລັກການ​ ໃນ​ການ​ພັດທະນາໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ເທີນ 1 ​ເພື່ອ​ເປັນ​ພື້ນຖານໃຫ້​ລັດຖະບານ ລົງນາມ​ສັນຍາ​ສຳ​ປະທານໂຄງການດັ່ງກ່າວ, ພິຈາລະນາຮັບຮອງ​ການລົງນາມ​ສັນຍາ​ເພີ່ມ​ເຕີມ​ສຳ​ປະທານ​ໂຄງການ​ເຂື່ອນ​ໄຟຟ້າ​ໄຊ​ຍະ​ບູລີ (CA Addendum) ​ເພື່ອ​​ການ​ລະດົມ​ທຶນ​ເພີ່ມ​ເຕີມ, ພິຈາລະນາ​ອອກ​ມະຕິຕົກລົງ​ຂອງ​ ສະພາ​​ແຫ່ງ​ຊາດ​ ໃນ​ການ​ພັດທະນາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ພາກ ​ແລະ ຂໍ້​ສະ​ເໜີຫັນປ່ຽນປ່າ​ສະ ຫງວນ​ແຫ່ງ​ຊາດດົງ​ຫົວ​ສາວ ​ເພີ່ມ​ຂຶ້ນ​ຈາກ​ເດີມ 29 ​ເຮັກຕາ ​ແລະ 9,345 ຕາ​ແມັດມາ​ເປັນ 34 ​ເຮັກຕາ ​ແລະ 4,691 ຕາ​​ແມັດ ແລະ ລາຍ​ງານ​ການ​ກະກຽມ​ເນື້ອ​ໃນ ກ່ຽວກັບຂົງ​ເຂດ​ເສດຖະກິດ ຕໍ່​ກອງ​ປະຊຸມຄັ້ງ​ປະຖົມ​ມະລຶກຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII.

 

ແຫລ່ງຂ່າວ:

ລພນ