ຄະນະຜູ້ແທນໄທ ຢ້ຽມຢາມເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ

 

ໃນວັນທີ 26 ສິງຫານີ້ ຄະນະຜູ້ແທນຈາກພາກເໜືອຂອງປະເທດໄທ ນຳໂດຍຜູ້ວ່າລາດຊະການຈັງຫວັດຊຽງໃໝ່,

ລຳ ພູນ, ລຳປາງ, ແມ່ຮ່ອງສອນ, ພ້ອມດ້ວຍບັນດາຫົວໜ່ວຍທຸລະກິດ ແລະ ຂະແໜງການລົງທຶນທີ່ຂຶ້ນກັບພາກ

ເໜືອປະເທດໄທ  ໄດ້ເຄື່ອນໄຫວຢ້ຽມຢາມເຂດເສດຖະກິດສະເພາະ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນ

ທອງ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ດຣ. ເຂິງຄຳ ແກ້ວໜູຈັນ ຮອງຫົວໜ້າກອງເລຂາຄະນະກຳມະການ

ແຫ່ງຊາດລາວເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ສະເພາະ (ກຄຂພສ), ທ່ານ ສີບຸນເຮືອງ ວຽງຄຳໄຜ່, ຮອງ

ປະທານສະພາບໍລິຫານເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານ ດຣ. ເຂິງຄຳ ແກ້ວໜູຈັນ ກ່າວວ່າ: ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະ

ກິດສະເພາະ (ຂພສ) ຢູ່ລາວເປັນວຽກງານໃໝ່ທີ່ພັກ ແລະ ລັດຖະບານສ້າງຂຶ້ນເພື່ອແນໃສ່ບຸກທະລຸທາງດ້ານເສດ

ຖະກິດຂອງປະ ເທດ, ແນ່ໃສ່ດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າໃນຂະແໜງການຕ່າງໆຢ່າງມີຈຸດສຸມ, ດ້ວຍ

ການຖອດຖອນບົດຮຽນ, ປະສົບການຈາກພາຍໃນ ແລະ ຕ່າງປະເທດໂດຍສະເພາະການນິຄົມອຸດສາຫະກຳແຫ່ງ

ປະເທດໄທທີ່ໄດ້ຊ່ວຍເຫລືອ ແລະ ຖ່າຍທອດປະສົບການໃນການຄຸ້ມ ຄອງໃຫ້ແກ່ ຄຂພສ, ແລ້ວຈຳນວນ 10 ແຫ່ງ

ເປັນເຂດເສດຖະກິດພິເສດ 2 ແຫ່ງຄື: ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດເສດຖະກິດພິເສດສາມ

ຫລ່ຽມຄຳ, ສ່ວນອີກ 8 ແຫ່ງ ແມ່ນເຂດເສດຖະກິດສະເພາະຄືນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ,

ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດ ສະເພາະລອງແທງວຽງຈັນ, ເຂດເສດຖະກິດສະເພາະດົງໂພສີ,

ເຂດເສດຖະກິດສະເພາະບໍ່ເຕັນແດນງາມ, ເຂດເສດຖະກິດສະເພາະທ່າແຂກ, ເຂດເສດຖະກິດສະເພາະພູຂຽວ ແລະ

ເຂດເສດຖະກິດສະເພາະບຶງທາດຫລວງ, ເຊິ່ງສາມາດດຶງດູດການລົງທຶນຕົວຈິງໄດ້ 1 ພັນລ້ານກວ່າໂດລາສະຫະລັດ

ແລະ ສ້າງວຽກເຮັດງານທຳໄດ້ຫລາຍກວ່າ 8.000 ຕໍາ ແໜ່ງງານ.

 

ນອກຈາກນີ້, ຄະນະຜູ້ແທນໄດ້ຮັບຟັງຄວາມຄືບໜ້າ ຂອງການພັດທະນາຈາກສະພາບໍລິຫານນິຄົມອຸດສາຫະກຳ ແລະ

ການຄ້າວຽງຈັນ-ໂນນທອງ ພ້ອມທັງລົງເບິ່ງຈຸດກໍ່ສ້າງຕ່າງໆທີ່ຢູ່ພາຍໃນນິຄົມ, ເຊິ່ງມາເຖິງປັດຈຸບັນມີມູນຄ່າການລົງ

ທຶນຕົວຈິງທັງໝົດປະມານ 32 ລ້ານໂດລາສະຫະລັດໃນນັ້ນ, ເປັນການລົງທຶນຂອງຜູ້ພັດທະນາ 10 ລ້ານ ໂດລາສະຫະລັດ;

ຂອງຜູ້ລົງທຶນລາຍຍ່ອຍ 22 ລ້ານໂດລາສະຫະລັດ, ມາເຖິງປີ 2014 ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງ

ປະເທດເຂົ້າໃນເຂດໄດ້ທັງໝົດ 28 ບໍລິສັດ ເປັນຕົ້ນແມ່ນຈາກ ສປຈີນ, ຍີ່ປຸ່ນ, ໄທ, ມາເລເຊຍ, ໄຕ້ຫວັນ, ຮົງກົງ, ເດນ

ມາກ, ໃນນັ້ນຂະແໜງອຸດສາຫະກຳກວມເອົາ 46%, ການຄ້າ 28% ແລະ ການບໍລິການ 25%, ມີ 4 ບໍລິສັດທີ່ທົດລອງທຳ

ການຜະລິດ, 2 ບໍລິສັດໄດ້ຜະລິດ ແລະ ສົ່ງອອກສິນຄ້າ ສ່ວນທີ່ເຫລືອກຳລັງກໍ່ສ້າງຫ້ອງການ ແລະ ໂຮງງານ, ສ້າງວຽກ

ເຮັດງານທຳໄດ້ຈຳນວນ 823 ຄົນ, ໃນນີ້ຄົນລາວ 776 ຄົນ ແລະ ຕ່າງປະເທດ 47 ຄົນ. ໃນສົກປີ 2014-2015 ຄາດຄະເນ

ຄວາມຕ້ອງການແຮງງານຈະເພີ່ມຂຶ້ນອີກ ປະມານ 1.500 ຄົນ ແລະ ໃນ ຊຸມປີຕໍ່ໜ້າຄາດວ່າຈະສ້າງວຽກເຮັດງານທຳ

ໄດ້ບໍ່ຕໍ່າກວ່າ 15.000 ຄົນ. ສາມາດປະຕິບັດພັນທະອາກອນເງິນເດືອນຈາກແຮງງານໄດ້ຈຳນວນ 5.830 ໂດລາ ສະຫະ

ລັດ, ສາມາດສົ່ງອອກສິນຄ້າ ມູນຄ່າ 8 ລ້ານໂດລາສະຫະລັດ ແລະ ນຳເຂົ້າສິນຄ້າເປັນຕົ້ນເຄື່ອງຈັກ, ວັດສະດຸອຸປະກອນ

ຕ່າງໆລວມມູນຄ່າ 16 ລ້ານໂດລາສະຫະລັດ ພ້ອມກັນນັ້ນກໍໄດ້ມີການແບ່ງປັນຜົນປະໂຫຍດໃຫ້ແກ່ລັດຕາມສັນຍາ

( ແຕ່ປີ 2008- 2013) ຈໍານວນ 197.872 ໂດລາສະຫະລັດ ເຊິ່ງເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດໃນເບື້ອງ

ຕົ້ນ.

 

ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ຕັ້ງຢູ່ຫລັກ 22 ບ້ານ ໂນນທອງ, ເມືອງໄຊທານີ ນະຄອນຫລວງ

ວຽງຈັນ, ສ້າງຕັ້ງຂຶ້ນໃນເດືອນຕຸລາ 2009, ໂດຍແມ່ນກະຊວງອຸດສາຫະກຳ ແລະ ການຄ້າຕາງໜ້າໃຫ້ລັດຖະບານຖືຫຸ້ນ

30% ແລະ ບໍລິສັດ ໜຳເວ ພັດທະນາ ຈຳກັດ (ໄຕ້ຫວັນ) ຖືຫຸ້ນ 70%, ການລົງທຶນທັງໝົດປະມານ 43 ລ້ານໂດລາສະຫະ

ລັດ, ທຶນຈົດທະບຽນ 12,9 ລ້ານ ໂດລາສະຫະລັດ ແລະ ມີອາຍຸສຳປະທານ 75 ປີ, ມີເນື້ອທີ່ທັງໝົດ 110 ເຮັກຕາ.

 

ສຳລັບການຄຸ້ມຄອງ ແລະ ບໍລິຫານເຂດນິຄົມອຸດສາຫະກຳການຄ້າວຽງຈັນ-ໂນນທອງ ແມ່ນໄດ້ປະຕິບັດຕາມນະໂຍບາຍ

ໃໝ່ຂອງການພັດທະນາ ຂພສ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ດຳລັດວ່າດ້ວຍເຂດເສດ

ຖະກິດພິເສດ ແລະ ສະເພາະ (ຂພສ) ໂດຍສ້າງຕັ້ງສະພາບໍລິຫານເຂດ ທີ່ປະກອບດ້ວຍຝ່າຍລັດຖະບານ ແລະ ຜູ້ພັດທະ

ນາ (ບໍລິສັດ ໜຳເວ ພັດທະນາ ຈຳກັດ) ເພື່ອບໍລິຫານ ແລະ ຄຸ້ມຄອງເຂດຕາມກົນໄກຫົວໜ່ວຍບໍລິຫານນ້ອຍ-ສັງຄົມ

ກວ້າງ, ຫັນເປັນທັນສະໄໝ ດ້ວຍການນຳໃຊ້ລະບົບເອເລັກໂຕຣນິກເຂົ້າໃນການຄຸ້ມຄອງບໍລຶຫານ ທີ່ຮັບປະກັນຄວາມ

ໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະ ກິດ, ການບໍລິ

ການຢູ່ພາຍໃນເຂດ ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດຂອງ

ທ້ອງຖິ່ນ ແລະ ຂອງຊາດໃຫ້ຂະຫຍາຍຕົວ.

 

ແຫຼ່ງຂ່າວ: ລາວພັດທະນາ