ຄາດວ່າປີ 2013 ເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວ 7,7%

 

ເສດຖະກິດ​ຂອງ ​ສປປ ລາວ ຄາດ​ວ່າ​ຈະ​ຂະຫຍາຍຕົວ​ປະມານ 7,7% ໃນ​ປີ 2013 ເນື່ອງ​ຈາກ​ບັນດາ​ອຸດສາຫະກຳ​ທີ່​ອີງໃສ່​ຊັບພະຍາກອນ​ທຳ​ມະ​ຊາດ ອຸດສາຫະກຳ​ຕັດຫຍິບ ແລະ ຂະແໜງ​ບໍລິການ ຈະ​ສືບຕໍ່​ຂະຫຍາຍຕົວ​ຢ່າງ​ແຂງແຮງ ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ທະນາຄານ​ພັດທະນາ​ອາຊີ ADB.

ການ​ເພີ່ມ​ຂຶ້ນ​ຂອງ​ການ​ບໍລິໂພກ​ຂອງ​ພາກ​ເອກະ​ຊົນ ແລະ ການ​ຄ້າ ພາຍ​ໃນ​ພາກ​ພື້ນ​ທີ່​ແຂງແຮງ​ຂຶ້ນ ຈະ​ຍູ້​ດັນ​ເຮັດ​ໃຫ້ການ​ຈະເລີນ​ເຕີບ​ໂຕ​ຂອງ​ການ​ພັດທະນາ​ອາຊີ​ສູງ​ຂຶ້ນ​ໃນ​ປີ 2013 ແລະ 2014 ເນື່ອງ​ຈາກ​ກິດຈະກຳ​ທາງ​ດ້ານ​ເສດຖະກິດ​ຕ່າງໆ​ຂອງ​ສະຫະລັດ​ອາເມລິກາ ແລະ ເອີ​ຣົບ​ຍັງ​ຄົງ​ລ່າ​ຊ້າ ອີງ​ຕາມ​ບົດ​ລາຍ​ງານ​ປະຈຳ​ປີ​ດ້ານ​ການ​ຄາດ​ຄະເນ ການ​ພັດທະນາ​ຂອງ​ອາຊີ ປະຈຳ​ປີ 2013.

​ສປປ ລາວ ຈະ​ສືບຕໍ່​ເຫັນ​ການ​ຈະເລີນ​ເຕີບ​ໂຕ​ໃນ​ອີກ 2-3 ປີ​ຕໍ່ໜ້າ ອີງໃສ່​ຜົນສຳເລັດ​ຕະຫຼອດ​ໄລຍະ 5 ປີ​ກວ່າ​ທີ່​ຜ່ານ​ມາ ກ່າວ​ໂດຍ​ທ່ານ ຈອງ ຈີ​ນາຍ ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ປະຈຳ ສປປ ລາວ ໃນຕໍ່ໜ້າ ສິ່ງ​ທ້າ​ທາຍ​ຈະ​ແມ່ນ​ການ​ປ່ຽນ​ຍ້າຍ​ຈຸດ​ສຸມ ຈາກ​ການ​ຖື​ເອົາລະ​ດັບ​ຂອງ​ການ​ຈະເລີນ​ເຕີບ​ໂຕ​ຂຶ້ນ ມາ​ຖື​ເອົາ​ຄຸນ​ນະ​ພາບ​ຂອງ​ການ​ຈະເລີນ​ເຕີບ​ໂຕ ເພື່ອ​ຮັບປະກັນ​ວ່າ ສປປ ລາວ ຍັງ​ຮັກສາ​ແນວທາງ​ຂອງ​ການ​ພັດທະນາ​ໃນ​ແບບ​ທີ່​ຍືນ​ຍົງ ແລະ ທົ່ວ​ເຖິງ​ໝົດ​ທຸກ​ຄົນ.

ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໃນ​ອັດຕາ 7,9% ໃນ​ປີ 2012 ແມ່ນ​ໄດ້​ຮັບ​ແຮງ​ຍູ້​ໜູນ​ຈາກ​ລາຍ​ຮັບ​ຂອງ​ຂະແໜງ​ບໍ່​ແຮ່​ທີ່​ເພີ່ມ​ຂຶ້ນ ພ້ອມ​ດ້ວຍ​ລາຍ​ຮັບ​ຈາກ​ຜົນ​ຜະລິດ​ທອງແດງ​ທີ່​ເພີ່ມ​ຂຶ້ນ​ປະມານ 8% ແລະ ຜົນ​ຜະລິດ​ຄຳ​ເພີ່ມ​ຂຶ້ນ 61% ໃນ​ຂະນະ​ລາຍ​ຮັບ​ຈາກ​ຂະແໜງ​ພະລັງງານ​ເພີ່ມ​ຂຶ້ນ 29% ໃນ​ຕະຫຼອດ​ປີ ແລະ ການ​ເພີ່ມ​ຂຶ້ນ​ຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ລາວ​ເພີ່ມ​ຂຶ້ນ 22% ເທົ່າ​ກັບ 3,3 ລ້ານ​ເທື່ອ​ຄົນ ໃນ​ຂະນະ​ດຽວ​ກັນ ການ​ຈະເລີນ​ເຕີບ​ໂຕ​ຂອງ​ຂະແໜງ​ກະສິກຳ​ແມ່ນ 2,5% ຍ້ອນ​ຜົນ​ໄດ້​ຮັບ​ຈາກ​ການ​ເກັບ​ກ່ຽວ​ມັນຕົ້ນ​ຜະລິດ​ທາດ​ແປ້ງ​ຕ່າງໆ ສັດລ້ຽງ ແລະ ສັດ​ປີກ​ທີ່​ເພີ່ມ​ຂຶ້ນ ຜົນ​ເກັບ​ກ່ຽວ​ເຂົ້າ​ໄດ້​ຫຼຸດ​ລົງ​ເລັກ​ໜ້ອຍ ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ອັດຕາ​ເງິນ​ເຟີ້​ແມ່ນ​ຢູ່​ທີ່​ລະດັບ 4,3% ໃນ​ປີ 2012.

ໃນຕໍ່ໜ້າ​ການ​ລົງທຶນ​ຂະໜາດ​ໃຫຍ່​ຈະ​ຫຼັ່ງໄຫຼ​ເຂົ້າ​ມາ​ໃນ​ຂະແໜງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ການ​ລົງທຶນ​ໃນ​ກິດຈະກຳ​ກໍ່ສ້າງ​ໂຮງແຮມ ຫ້ອງການ ແລະ ອາຄານ​ທີ່ຢູ່​ອາ​ໃສ ຊຶ່ງ​ຈະ​ຍູ້​ດັນ​ໃຫ້​ອັດຕາ​ການ​ຈະເລີນ​ເຕີບ​ໂຕ​ຕໍ່​ຫົວ​ຄົນ (ຈີ​ດີ​ພີ) ເພີ່ມ​ຂຶ້ນ ບັນດາ​ໂຄງການ​ພະລັງງານ​ໄຟຟ້າ​ທີ່​ໄດ້​ສຳເລັດ​ໃນ​ປີຜ່ານມາ ຈະ​ປະກອບສ່ວນ​ເຮັດ​ໃຫ້​ຂະແໜງການ​ພະລັງງານ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ 12% ໃນ​ປີ 2013 ການ​ຈະເລີນ​ເຕີບ​ໂຕ​ຂອງ​ຂະແໜງ​ກະສິກຳ ເຊິ່ງ​ຈະ​ຈ້າງ​ແຮງ​ງານ​ເພີ່ມ​ປະມານ 60% ແມ່ນ​ຄາດ​ວ່າ​ຈະ​ຂະຫຍາຍຕົວ​ໃນ​ອັດຕາ​ທີ່​ໄວ​ພາຍ​ໃນ​ປີ​ນີ້ ເນື່ອງ​ຈາກ​ຜົນ​ເກັບ​ກ່ຽວ​ເຂົ້າ​ໄດ້​ຮັບ​ການ​ຟື້ນ​ໂຕ ແລະ ການ​ເພາະ​ພັນ​ສັດລ້ຽງ​ກໍ​ສືບຕໍ່​ຂະຫຍາຍຕົວ ຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ປະມານ 10-15%.

ການ​ພັດທະນາ​ຂອງ​ອາຊີ​ສຳລັບ​ປີ 2013 ຄາດ​ວ່າ​ບັນດາ​ກິດຈະກຳ​ດ້ານ​ເສດຖະກິດ​ໃນ​ຂົງເຂດ​ອາຊີ​ຈະ​ແຂງແຮງ​ຂຶ້ນ ເພື່ອ​ກະ​ຕຸ້ນ​ສ້າງ​ແຮງ​ກົດ​ດັນ​ໃຫ້​ລາຄາ​ສິນຄ້າ​ມີ​ການ​ດັດ​ປັບ ພ້ອມ​ດ້ວຍ​ອັດຕາ​ເງິນ​ເຟີ້​ທີ່​ສູງ​ຂຶ້ນ​ຈາກ 3,7% ໃນ​ປີ 2012 ເປັນ 4% ໃນ​ປີ 2013 ໃນ​ປີ 2014 ​ສປປ ລາວ ສຳລັບ​ປີ 2013 ອັດຕາ​ເງິນ​ເຟີ້​ທີ່​ຄາດ​ວ່າ​ຢູ່​ທີ່ 5,5% ຄວາມ​ກົດ​ດັນ​ທາງ​ດ້ານ​ລາຄາ ຍັງ​ສາມາດ​ຄວບ​ຄຸມ​ໄດ້​ໃນ​ປັດຈຸບັນ ແຕ່​ຈະ​ຕ້ອງ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ ໂດຍ​ສະເພາະ​ການ​ໄຫຼ​ເຂົ້າຂອງ​ເງິນ​ທຶນ​ທີ່​ແຂງແຮງ​ເພີ່ມ​ຂຶ້ນ ຊຶ່ງ​ຈະ​ເປັນ​ເງື່ອນໄຂ​ເຮັດ​ໃຫ້​ຕະຫຼາດ​ອະ​ສັງ​ຫາ​ລິມ​ມະ​ຊັບ​ຢືດ​ໂຕ​ສູງ​ຂຶ້ນ.

ພາກ​ພື້ນ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ແມ່ນ​ຍັງ​ຄົງ​ເປັນ​ອະນຸ​ພາກ​ພື້ນ​ທີ່​ມີ​ການ​ຈະເລີນ​ເຕີບ​ໂຕ​ໃນ​ປີ 2012 ຊຶ່ງ​ໄດ້​ຮັບ​ແຮງ​ຍູ້​ດັນ​ຈາກ​ເສດຖະກິດ​ທີ່​ຟື້ນ​ໂຕ​ຂອງ​ປະເທດ​ໄທ ແລະ ລາຍ​ຈ່າຍ​ພາກ​ລັດ​ຂອງ​ປະເທດ​ຟີ​ລິບ​ປິນ​ທີ່​ເຂັ້ມແຂງ ການ​ດັດສົມ​ລາຄາ​ຈະ​ຍັງ​ຄົງ​ສືບຕໍ່​ເປັນ​ແຮງ​ຍູ້​ດັນ​ຕໍ່​ການ​ເພີ່ມ​ຂຶ້ນ​ຂອງ​ພາກ​ບໍລິໂພກ ການ​ລົງທຶນ​ເພີ່ມ​ຂຶ້ນ ແລະ ການ​ຄ້າ​ພາຍ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ ຊຶ່ງ​ຈະ​ສົ່ງ​ຜົນ​ໃຫ້​ຈີ​ດີ​ພີ​ຂະຫຍາຍຕົວ ຄາດ​ວ່າ​ໃນ​ອັດຕາ 5,4% ສຳລັບ​ປີ 2013 ແລະ 5,7% ສຳລັບ​ປີ 2014 ການ​ເລີ່ມ​ຕົ້ນ​ຂອງ​ການ​ຮວມ​ໂຕ​ເປັນ​ປະຊາ​ຄົມ​ອາ​ຊຽນ ໃນ​ປີ 2015 ທີ່​ພວມ​ຫຍັບ​ມໍ່​ເຂົ້າ​ມາ ຈະ​ເຮັດ​ໃຫ້ການ​ຄ້າ​ພາຍ​ໃນ​ຂອບ​ເຂດ​ບັນດາ​ປະເທດ​ເສດຖະກິດ​ຂະຫຍາຍຕົວ​ໃນ​ປະລິມານ​ທີ່​ເພີ່ມ​ຂຶ້ນ ຊຶ່ງ​ຈະ​ຊ່ວຍ​ເຮັດ​ໃຫ້​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ມີ​ຫຼາຍ.

ການ​ເຜີຍແຜ່​ການ​ຄາດ​ຄະເນ​ການ​ພັດທະນາ​ຂອງ​ອາຊີ ປະຈຳ​ປີ 2013 ດັ່ງກ່າວ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ເມສາ 2013 ນີ້ ຢູ່​ທີ່​ສຳນັກງານ​ທະນາຄານ​ພັດທະນາ​ອາຊີ ປະຈຳ ​ສປປ ລາວ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ ແລະ ເຜີຍແຜ່​ຂອງ​ທ່ານ ຈອງ ຈີ​ນາຍ ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ທ່ານ ບາ​ເລັນ ພີ​ລິງ ຮອງ​ຜູ້ຕາງໜ້າ​ທະນາຄານ​ພັດທະນາ​ອາຊີ ປະຈຳ​ລາວ ແລະ ທ່ານ ສຸລິນທອນ ເລືອງ​ຄຳ​ສິງ ວິຊາ​ການ​ດ້ານ​ເສດຖະກິດ​ທະນາຄານ​ພັດທະນາ​ອາຊີ ປະຈຳ ​ສປປ ລາວ ພ້ອມ​ດ້ວຍ​ພະນັກງານ ແລະ ສື່​ມວນ​ຊົນ​ທຸກ​ຂະແໜງການ​ເຂົ້າ​ຮ່ວມ.

ທີ່ມາhttp://www.vientianemai.net