ຄຳທະນະພອນ ຊະນະເລີດປະກວດເຟີນີເຈີປີນີ້

ຂ່າວ: ສະ­ໝານ

   ຮູບ​ນູນ​ຄວັດ​ແກະ­ສະ­ຫຼັກ​ເຮັດດ້ວຍ​ໄມ້​ສັກ, ພ້ອມ​ທັງ​ຕູ້​ວາງ ມູນ​ຄ່າ 168 ລ້ານ​ກີບ ຂອງ​ບໍ­ລິ­ສັດ​ຄຳ​ທະ­ນະພອນ ຄວັດ​ແກະ­ສະ­ຫຼັກ​ຫັດ­ຖະ­ກຳ​ໄມ້​ຈຳ ກັດ​ຜູ້​ດຽວຍາດ​ໄດ້​ລາ­ງວັນ​ຊະ­ນະ​ເລີດການ​ປະ​ກວດ​ຜະ­ລິດ​ຕະ​ພັນ​ດີ­ເດັ່ນ, ຈາກ 40 ກວ່າ​ຜະ­ລິດ​ຕະ​ພັນ ທີ່​ສົ່ງ​ເຂົ້າ​ແຂ່ງ­ຂັນໃນ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ເຟີ​ນີ​ເຈີ ແລະ ເຄື່ອງ​ຕົກ­ແຕ່ງ​ພາຍ​ໃນ​ເຮືອນ​ປະ­ຈຳ​ປີ 2014, ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ.

    ທ່ານ ຄຳ​ທະ­ນະ​ພອນ ປັນ­ຍາ​ລາດ ປະ­ທານ​ບໍ­ລິ­ສັດຄຳ​ທະ­ນະ​ພອນ​ຄວັດແກະ­ສະ­ຫຼັກ​ຫັດ­ຖະ­ກຳ​ໄມ້​ຈຳ­ກັດ​ຜູ້​ ດຽວກ່າວ​ວ່າ: ຜະ­ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ລາ­ງວັນຊະ­ນະ​ເລີດ​ນີ້​ມີ​ຄວາມ​ໝາຍ​ບົ່ງ​ບອກ​ ເຖິງວັດ­ຖຸ­ບູ­ຮານ​ທາງ​ດ້ານ​ສະ​ຖາ​ປັດ​ຕະ​ຍະກຳ​ຂອງ​ລາວແຕ່​ເໜືອ​ຕະ­ຫຼອດ​ໃຕ້ ແລະ ເຕັມ​ໄປ​ດ້ວຍ​ສັນຍະ­ລັກ​ຄວາມ​ອຸ­ດົມ​ສົມບູນ ແລະ ການ​ດຳ­ລົງ​ຊີ­ວິດ ແລະ ຮີດຄອງ​ປະ­ເພ­ນີ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາເຜົ່າທັງ​ຕິດ​ພັນ​ກັບ​ ການ­ທ່ອງ­ທ່ຽວ​ທາງທຳ​ມະ​ຊາດ ແລະ ການ​ພັດ­ທະ­ນາ​ໃນ​ແຕ່ລະ​ຍຸກ​ແຕ່​ລະ­ສະ​ໄໝ​ຈົນ​ມາ​ເຖິງ​ຍຸກ​ປະຈຸ​ບັນ.

    ນີ້​ເປັນ​ຜົນ­ງານ​ຂອງ​ນາຍ​ຊ່າງ​ໃນ​ບໍ​ລິສັດ​ເອງ ຊຶ່ງ​ໃຊ້​ເວ­ລາ​ໃນ​ການ​ອອກ​ແບບ ແລະ ຄວັດ​ແກະ​ພຽງ 10 ວັນ ແລະ ສໍາເລັດ​ກ່ອນ​ມື້​ງານ​ເປີດ​ພຽງ 1 ວັນ, ນີ້​ເປັນໄມ້​ຈາກ​ສວນ​ປູກ (ໄມ້​ສັກ) ນຳ​ມາ​ຜະ ລິດ​ສິນ­ຄ້າ​ນ້ອຍໆ ແຕ່​ກໍ​ສາ­ມາດ​ສ້າງ​ມູນຄ່າ​ໄດ້​ເຖິງ 168 ລ້ານ​ກີບ ແລະ ຍັງ​ສາ ມາດ​ໄດ້​ລາ­ງວັນ​ຊະ­ນະ​ເລີດ​ຮັບ​ຂັນ​ລາງວັນ, ໃບ​ຍ້ອງ­ຍໍ​ພ້ອມ​ເງິນ­ສົດ 5 ລ້ານ​ກີບ ຈາກ​ງານ​ວາງ­ສະ­ແດງ​ສິນ­ຄ້າ​ເຟີ​ນີ​ເຈີ ແລະ ເຄື່ອງ​ຕົກ­ແຕ່ງ​ພາຍ​ໃນ​ເຮືອນ​ປີ 2014 ທີ່ 40 ກວ່າ​ຜະ­ລິດ​ຕະ​ພັນ​ສົ່ງ​ເຂົ້າປະ­ຊັນ​ຄວາມ​ສວຍ​ງາມ, ປະ­ນີດ ຂອງນາຍ​ຊ່າງ​ກໍ​ຄື​ແນວ​ຄວາມ​ຄິດ​ອອກ​ແບບຜະ­ລິດ​ຕະ​ພັນ​ຂອງ​ບໍ­ລິ­ສັດ.

   ເກືອບ​ວ່າ​ທຸກໆ​ປີ​ທີ່​ບໍ­ລິ­ສັດ​ຄຳ​ທະ­ນະພອນ​ສົ່ງ​ສິນ­ຄ້າ​ເຂົ້າ​ປະ​ກວດ, ແຕ່​ກໍ​ຍາດໄດ້​ລາ­ງວັນ​ທຸກ​ປີ​ທັງ​ທີ 1 ແລະ ທີ 2, ນີ້ ແມ່ນ​ຄວາມ​ພະ­ຍາ­ຍາມ​ໃນ​ການ​ພັດ​ທະນາ​ສິນ­ຄ້າ​ຂອງ​ບໍ­ລິ­ສັດ​ຄຳ​ທະ­ນະ​ ພອນຈົນ​ເຮັດ​ໃຫ້​ບໍ­ລິ­ສັດ​ມີ​ຊື່​ສຽງ ແລະ ເປັນ​ທີ່ຍອມ­ຮັບ​ຂອງ​ຜູ້​ຊົມ­ໃຊ້​ຢູ່​ຕະ­ຫຼາດ​ພາຍ​ໃນ ແລະ ຕ່າງປະ ເທດ.

ຂອບໃຈຂ່າວຈາກ: www.sedthakid.la