ຄົ້ນພົບທັບຫຼັງປະຕູຫິນບູຮານ ທີ່ແຂວງຈຳປາສັກ

ໂຄງການຄົ້ນຄ້ວາສະຖານບູຮານວັດພູຈຳປາສັກ ໄດ້ຄົ້ນພົບທັບຫຼັງປະຕູທາງເຂົ້າຫໍບູຊາພຣະຊີວະ ຢູ່ສະຖານບູຮານໜອງດິນຈີ່ ຢູ່ຊາຍແດນລະຫວ່າງເມືອງໂພນທອງ ແລະ ເມືອງຈຳປາສັກ ແຂວງຈຳປາສັກ ສປປ ລາວ.

ສຳນັກຂ່າວຈຳປາໃໝ່ ໜັງສືພິມແຂວງຈຳປາສັກ ໄດ້ລາຍງານຕື່ມວ່າ ທັບຫຼັງປະຕູ ບູຮານດັ່ງກ່າວແມ່ນຖືກຄົ້ນພົບ ຢູ່ໃນບໍລິເວນບ້ານໜອງຫອຍແລະບ້ານຄັນແຍງ ຈຸດເຊື່ອມຕໍ່ລະຫວ່າງເມືອງໂພນທອງແລະເມືອງຈຳປາສັກ ເສັ້ນທາງຂຶ້ນວັດປ່າ ສຸວັນຄູຫາ. ເຊິ່່ງຫຼັງຈັກນີ້ ຈະຖືກນຳໄປຮັກສາ ແລະວາງສະແດງຢູ່ ຫໍວາງສະແດງ ວັດພູຈຳປາສັກ ເພື່ອສຶກສາຄົ້ນຄວ້າ ເຖິງລາຍລະອຽດທັງສິລະປະ, ອາຍຸ ແລະອື່ນໆທີ່ກ່ຽວຂ້ອງ ຖ້ານັກທ່ອງທ່ຽວໄດ້ໄປທ່ຽວ ສາມາດເຂົ້າຊົມໄດ້.

 

ຂ່າວແລະຮູບຈາກ: ພູນທອງໃຈ ສຳນັກຂ່າວຈຳປາໃໝ່