ງານວິໄຈຊີ້ແຈງວ່າ ໂອເມກ້າ 3 ອາດຊ່ວຍສຸກຂະພາບຮ່າງກາຍຫລາຍສ່ວນ ແຕ່ບໍ່ຊ່ວຍບຳລຸງສະຫມອງໃນກຸ່ມຜູ້ສູງອາຍຸ

http://www.vcharkarn.com/media/images/

ເມັດ​ຢາ​ນ້ຳ​ມັນ​ປາ​ເປັນ​ອາຫານ​ເສີມ​ທີ່​ນິຍົມ​ຫລາຍ ​ຄົນ​ໃນ​ສະ​ຣັດ​ ​ຈ່າຍ​ເພື່ອ​ຊື້​ມາຮັບປະທານຫລາຍກວ່າ 1.2 ພັນ​ລ້ານ​ດອນ​ລາ ຕໍ່​ປີ ບໍ່​ແນ່​ເງີນ​ສ່ວນ​ນີ້​ອາດຈະ​ນຳ​ໄປ​ໃຊ້​ຈ່າຍ​ຢ່າງ​ອື່ນ​​ດີກວ່າ ໂດຍ​ງານ​ວິ​ໄຈ​ໃໝ່ ເປັນ​ງານ​ວິ​ໄຈ​ຂະໜາດ​ໃຫ່ຍ ​ພົບ​ວ່າ​ສ່ວນ​ປະກອບ​ສຳຄັນ​ຂອງ​ນ້ຳ​ມັນ​ປາ ຄື ກົດ​ໄຂ​ມັນ​ໂອ​ເມ​ກ້າ 3 ບໍ່​ໄດ້​ຊ່ວຍ​ອາການ​ສະຫມອງ​ເສື່ອມ​ລົງ​ໃນ​ຜູ້​ສູງ​ອາ​ຍຸ

ດ້ວຍ​ການ​ທຳການ​ວິ​ໄຈ​ກັບ​ກຸ່ມ​ທົດລອງ​ເກືອບ 4000ຄົນ ທີ່​ຖືກ​ຕິດ​ຕາມ​ເປັນ​ໄລ​ຍະ​ເວລາ​ດົນ​ກວ່າ 5 ປີ ຈາກ​ການ​ໃຫ້​ຂໍ້​ມູນ​ຂອງ​ນັກ​ວິ​ໄຈ ການ​ວິ​ໄຈ​ນີ້​ເປັນ​ໜຶ່ງ​ໃນ​ງານ​ວິ​ໄຈ​ທີ່​ໃຫຍ່​ທີ່ສຸດ​ ແລະ​ ຍາວນານ​ທີ່ສຸດ​ເລີຍ​ກໍ່ວ່າໄດ້ ຖືກ​ຕີ​ພິມ​ໃນ Journal of the American Medical Association ເມື່ອ​ບໍ່ດົນນີ້ ຊຶ່ງ​ບໍ່​ສະໜັບສະໜູນ​ຄຳ​ກ່າວ​ອ້າງ​ທີ່​ວ່າ ການ​ຮັບ​ປະ​ທານ​ໂອ​ເມ​ກ້າ 3 ສາມາດ​ຊ່ວຍ​ປ້ອງ​ກັນ​ສະຫມອງ​ຈາກ​ຄວາມ​ເສື່ອມ​ທາງ​ການ​ຮັບ​ຮູ້​ໄດ້

“ສວນ​ກະ​ແສ​ຄວາມ​ເຊື່ອ​ຢ່າງ​ສິ້ນ​ເຊີງ ເຮົາ​ບໍ່​ພົບ​ຜົນ​ກ່ຽວ​ໂຍງ​ໃດໆ​ຂອງ ການ​ຮັບປະທານ ໂອ​ເມ​ກ້າ 3 ເພື່ອ​ຢຸດ​ພະຍາດ​ສະຫມອງ​ເສື່ອມ​​ນີ້” ກ່າວ​ໂດຍ ອີ​ມິ​ລີ່ ຊີວ ຮອງ​ຜູ້​ອຳ​ນວຍ​ກາ​ນສະ​ຖາ​ບັນ​ຈັກ​ສຸ​ແຫ່ງ​ຊາດ ສ່ວນຫນຶ່ງ​ຂອງ ສະ​ຖາ​ບັນ​ສຸກຂະພາບ​ແຫ່ງ​ຊາດ​ສະ​ຫາຣັດ

ນາງ​ບອກ​ກັບ​ເຮົາ​ວ່າ “ການ​ຮັບປະທານ​ບໍ່​ໄດ້​ໄປ​ຢຸດ​ພະຍາດ” “ຖ້າ​ຜູ້​ຄົນ​ຄິດວ່າ​ມັນ​ຈະ​ໄປ​ຊ່ວຍ​ກົນ​ໄກ​ການ​ຮັບ​ຮູ້​ຂອງ​ສະຫມອງ ມັນ​ກໍ​ບໍ່​ໄດ້​ຊ່ວຍ​ຄືກັນ ໃນ​ກຸ່ມ​ຜູ້​ສູງ​ອາ​ຍຸ”

ນັກ​ວິ​ໄຈ​ທຳການ​ສຸ່ມ​ກຸ່ມ​ຕົວ​ຢ່າງ​ອອກ​ເປັນ 4 ກຸ່ມ: ກຸ່ມ​ໜຶ່ງ​ໃຫ້​ຮັບປະທານ​ຢາ​ຫລອກ (placebo) ອີກ​ກຸ່ມ​ໃຫ້​ຮັບປະທານ ໂອ​ເມ​ກ້າ 3 ອີກ​ກຸ່ມ​ໜຶ່ງ​ໃຫ້​ຮັບປະທານ Lutein ແລະ Zeaxanthin ເປັນ​ສານ​ອາຫານ​ທີ່​ພົບ​ໃນ​ພວກ​ຜັກ​ໃບ​ຂຽວ ແລະ ​ກຸ່ມ​ສຸດ​ທ້າຍ​ໃຫ້​ຮັບປະທານ​ທັງ ໂອ​ເມ​ກ້າ 3 Lutein ແລະ Zeaxanthin ໂດຍ​ສະພາບ​ກົນ​ໄກ​ການ​ຮັບ​ຮູ້​ຂອງ​ສະຫມອງ​ຂອງ​ກຸ່ມ​ຕົວ​ຢ່າງ​ທີ່​ນຳ​ມາ​ສືບ​ຫາ​ຂໍ້​ສະຫລຸບ​ນັ້ນ​ຈະ​ຖືກ​ທົດສອບ​ດ້ວຍ​ຫລາຍ​ວິທີ ເຊັ່ນ ເບິ່ງ​ໄປ​ທີ່​ການ​​ຮູ້​ຈຳ​ໄດ້​ທີ່​ຊ້າ​ຫລື​ກາງໆ ຄວາມ​ສົນ​ໃຈ ແລະ ຄວາມ​ຈຳ ການ​ທົດລອງ​ນີ້​ເປັນ​ໄລຍະ​ຕົ້ນ​ຂອງ​ການ​ວິ​ໄຈ​ ຈາກ​ນັ້ນ​ສອງ ​ເຖິງ​ ສີ່​ປີ​ຕໍ່​ມາ​ເຖິງ​ມາ​ເບິ່ງ​ວ່າ​ມີ​ຫຍັງ​ປ່ຽນ​ແປງ​ໄປ​ຫລື​ບໍ່

ນັກ​ວິ​ໄຈ​ກໍ​ໄດ້​ພົບ​ວ່າ​ກົນ​ໄກ​ການ​ຮັບ​ຮູ້​ຂອງ​ແຕ່​ລະ​ກຸ່ມ​ຫລຸດລົງ​ໃນ​ອັດຕາ​ທີ່​ເທົ່າໆ​ກັນ ຫລື​ ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື ໂອ​ເມ​ກ້າ 3 ບໍ່​ມີ​ສ່ວນ​ຜົນ​ຫຍັງ ຈຶ່ງ​ເປັນ​ທີ່​ເຂົ້າໃຈ​ໄດ້​ວ່າ​ການ​ຮັບປະທານ​ໂອ​ເມ​ກ້າ 3 ບໍ່​ວ່າ​ຈະ​ດ້ວຍ​ທາງ​ອາຫານ​ ຫລື​ ຫຍັງ ​ໃນ​ປະລິມານ​ບໍ່​ສູງ​ພໍ​ກໍ​ມີ​ຜົນ​ອອກ​ມາ​ບໍ່​ແຕກ​ຕ່າງ

“ເຮົາ​ພົບ​ຂໍ້​ມູນ​ວ່າ​ການ​ຮັບປະທານ ໂອ​ເມ​ກ້າ 3 ອາດຈະ​ມີ​ຜົນ​ຊ່ວຍ​ສຸກຂະພາບ​ຕາ ສະຫມອງ ແລະ​ຫົວ​ໃຈ ” ດຣ. ຊີວ ກ່າວ

ມີ​ຂໍ້​ຈຳ​ກັດ​ຢູ່​ນຳ​ໃນ​ການສຶກສາ​ວິ​ໄຈ ຊຶ່ງ​ນັກ​ວິ​ໄຈ​ລົງ​ລາຍ​ລະອຽດ​ໄວ້​ໃນ​ເອກະສານ ໂດຍ​ນັກ​ວິ​ໄຈ​ຕິດ​ຕາມ​ກຸ່ມ​ທົດລອງ​ດົນ​ກວ່າ 5 ປີ ແຕ່​ໃນ​ຂະນະ​ທີ່​ກະ​ບວນ​ການ​ຂອງ​ພະຍາດ​ສະຫມອງ​ເສື່ອມ​​ນີ້​ອາດ​ກິນ​ເວລາ​ດົນ​ເປັນ​ສິບໆ​ປີ

ປະຈຸບັນ ເປັນ​ການ​ສຳຄັນ​ຫລາຍ​ທີ່​ຄວນ​ຈຳ​ໄວ້​ວ່າ​ການ​ຄວບ​ຄຸມ​ອາຫານ​ຢ່າງ​ສົມ​ດຸນ​ເປັນ​ຫຍັງ​ທີ່​ສຳຄັນ ແຟ​ຣງ ຮູ ສາດດສະດາ​ຈານ​ດ້ານ​ສານ​ອາຫານ​ ແລະ​ ລະ​ບາດ​ວິທະຍາ ທີ່​ວິທະຍາ​ໄລ​ແພດ​ສາທາລະນະສຸກ T.H. Chan ຮາ​ວາ​ດ ບອກວ່າ “ຖ້າ​ເຈົ້າ​ຄວບ​ຄຸມ​ອາຫານ​ດ້ວຍ​ການຮັບປະ​ທານ​ຫມາກໄມ້ ຜັກ ແລະ​ ປາ​ທະ​ເລ​ ຫລາຍໆ ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ຮັບປະທານ​ອາຫານ​ເສີມ​ພວກ​ນ້ຳ​ມັນ​ປາ​ເລີຍ” ວິທີ​ການ​ຄວບ​ຄຸມ​ການ​ຮັບປະທານ​ໂດຍ​ພາບ​ລວມ​ສຳຄັນ​ກວ່າ​ສານ​ອາຫານ​ຕົວ​ດຽວ”

http://www.vcharkarn.com/media/images/