ຈຳນວນພາຫະນະຢູ່ນະຄອນຫຼວງ ເພີ່ມຂຶ້ນຫຼາຍກວ່າ 6 ແສນຄັນ

20150119083706

ໂດຍ​ລວມ​ແລ້ວ ​ເຫັນ​ວ່າ​ຢູ່​ນະຄອນຫຼວງ​ວຽງ​ຈັນຂອງ​ພວກ​ເຮົາ ເສດຖະກິດ​ມີ​ການ​ຂະ​ຫາຍ​ຕົວຢ່າງ​ຕໍ່ເນື່ອງ ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ພັດທະນາ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່ນັບ​ມື້​ດີ​ຂຶ້ນ​ເລື້ອຍໆ ການ​ຊົມໃຊ້​ພາຫະນະ​ປະເພດ​ລົດຈັກ ແລະ ລົດ​ໃຫຍ່​ແມ່ນ​ນັບ​ມື້​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ ຈາກ​ສະຖິຕິ​ການ​ມາຂຶ້ນ​ທະບຽນ​ຢູ່​ກອງ​ຄຸ້ມ​ຄອງ​ພາຫະນະ ແລະ ການ​ຂັບ​ຂີ່​ນະຄອນຫຼວງ​ວຽງ​ຈັນ ແລະ ຕາມ​ການ​ພົບ​ເຫັນ​ຕົວ​ຈິງ ​ຂອງ​ພາຫະນະ​ທີ່​ສັນຈອນ​ຢູ່​ຕາມ​ເສັ້ນທາງ​ຕົວເມືອງ​ນະຄອນຫຼວງ​ ເຫັນ​ວ່າ​ນັບ​ມື້​ແອ​ອັດ ແລະ ການ​ເພີ່ມ​ຂຶ້ນ​ຂອງ​ພາຫະນະ​ມັນ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ ເສດຖະກິດ​ຂອງ​ແຕ່​ລະ​ຄອບຄົວ​ຂອງ​ປະຊາຊົນ​ກໍ່​ນັບ​ມື້​ດີ​ຂຶ້ນ.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຫົວໜ້າ​ກອງ​ຄຸ້ມ​ຄອງ​ພາຫະນະ ແລະ ການ​ຂັບ​ຂີ່ ນະຄອນຫຼວງວຽງ​ຈັນ ໄດ້​ກ່າວ​ວ່າ: ຈຳນວນພາຫະນະ​ປະເພດ​ລົດຈັກ ແລະ ລົດ​ໃຫຍ່​ທີ່​ມາ​ຂຶ້ນ​ທະບຽນ (ໃສ່ປ້າຍ) ຢູ່​ກອງ​ຄຸ້ມ​ຄອງ​ພາຫະນະ ແລະ ການ​ຂັບ​ຂີ່​ນະຄອນຫຼວງວຽງ​ຈັນ (ທົ່ງ​ປົ່ງ) ສະເພາະປີ 2014 ຜ່ານ​ມາ​ແມ່ນ​ມີ​ທັງ​ໝົດ 661.612 ຄັນ ທຽບໃສ່​ປີ 2013 ແມ່ນ​ເພີ່ມ​ຂຶ້ນ 3% ແລະ ຖ້າທຽບໃສ່​ຈຳນວນ​ປະຊາກອນ​ຂອງນະຄອນຫຼວງ​ວຽງ​ຈັນ​ທີ່​ມີ​ໃນ​ປັດຈຸບັນ​ ປະມານ 8 ແສນ​ຄົນ ເຫັນ​ວ່າຈຳນວນ​ພາຫະນະ​ ແມ່ນ​ມີ​ຈຳນວນ​ຫຼວງຫຼາຍ​ເກືອບ​ຜູ້​ລະ​ຄັນ ໃນ​ຈຳນວນ​ດັ່ງກ່າວ​ນັ້ນ ປະເພດລົດຈັກ​ມີ​ຈຳນວນ 462.851 ຄັນ ລົດ​ສາມ​ລໍ້ 3.412 ຄັນ ລົດ​ເກງ 41.785 ຄັນ ລົດ​ກະບະ 84.890 ຄັນ ລົດ​ຈິບ 17.457 ຄັນ ລົດ​ຕູ້ 24.952 ຄັນ ລົດ​ບັນທຸກ 24.668 ຄັນ ແລະ ລົດ​ໂດຍສານ 1.597 ຄັນ ໃນ​ນີ້ ປ້າຍ​ລັດ​ຖະການ 17.483 ຄັນ ປ້າຍ​ເອກະຊົນ​ລາວ 528.301 ຄັນ ປ້າຍເອກະ​ຊົນ​ຕ່າງ​ດ້າວ 3.672 ຄັນ ປ້າຍ​ທຸລະ​ກິດ 1% ຫຼື ຍົກເວັ້ນ 22.254 ຄັນ ປ້າຍ​ທຸລະ​ກິດ 100% 80.011 ປ້າຍ ​ສທ (ສະຖານ​ທູດ) 1.158 ຄັນ ປ້າຍ ​ຂຕ (ຕ່າງປະເທດ) 4.766 ຄັນ ປ້າຍ ສປຊ (ອົງການ​ສະຫະ​ປະຊາຊາດ) 1.000 ຄັນ ປ້າຍ​ຊົ່ວຄາວ 2.941 ຄັນ ແລະ ປ້າຍ ​ສງ 26 ຄັນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່