ຈຳປາສັກ ມອບເງິນ 2 ຕື້ກວ່າ ເວນຄືນໂຄງການຂະຫຍາຍວິທະຍາໄລການເງິນ

b417c1b34a3cb20cbcee3126aea29443

 

ອີງ­ໃສ່​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການໃນ​ວຽກ​ງານ​ການ​ສຶກ​ສາ​ ກໍ​ຄື​ການ​ຮອງຮັບ​ສະ­ຖານ­ທີ່​ຫ້ອງ​ຮຽນ​ໃຫ້​ພຽງ­ພໍ​

ກັບຄວາມ​ຕ້ອງ­ການ​ທີ່​ນັບ ​ມື້​ສູງ​ຂຶ້ນ​ວິ​ທະຍາ​ໄລ​ການ​ເງິນ​ພາກ​ໃຕ້ ແຂວງ​ຈຳ­ປາສັກ ໄດ້​ຕັດ­ສິນ​ໃຈ​ຂະ­ຫຍາຍ

​ອາ­ຄານ​ຮຽນຫຼັງ​ໃໝ່​ທີ່​ໃຫຍ່​ເໝາະ​ສົມ​ກວ່າ​ເກົ່າ​ຮອງຮັບ​ນັກ​ສຶກ​ສາ ແຕ່​ໃນ​ການ​ຂະ­ຫຍາຍ​ໂຄງການ​ດັ່ງ­ກ່າວ

​ໄດ້​ມີ​ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ໄດ້​ຮັບ​ຜົນ​ກະ­ທົບ.

 

ດັ່ງ­ນັ້ນ​ ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 28 ຕຸ­ລາ 2014 ທີ່​ຜ່ານ​ມາ, ໄດ້​ຈັດ​ພິ­ທີ​ມອບເງິນ​ຊົດ​ເຊີຍ​ໃຫ້​ກັບ​ຄອບ­ຄົວ​ທີ່​

ໄດ້​ຮັບ​ຜົນກະ­ທົບ​ ຂຶ້ນ​ທີ່​ຫ້ອງ​ວ່າ­ການ​ປົກ­ຄອງແຂວງ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມເປັນ​ປະ­ທານ ແລະ ກ່າວ​

ມອບ​ຂອງ​ທ່ານ ສົມ­ບັດ ແສນ​ພັນ​ຊ່ອງ ຫົວ­ໜ້າ​ຫ້ອງ​ວ່າການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ, ມີ​ທ່ານຮອງ​ຫົວ

­ໜ້າ​ຫ້ອງ​ວ່າ­ການ, ທ່ານ​ຜູ້­ອຳ­ນວຍ­ການ​ວິ­ທະ­ຍາ­ໄລ​ການ​ເງິນ​ພາກ​ໃຕ້ ແຂວງ​ຈຳ­ປາ​ສັກ, ບັນ­ດາ​ທ່ານ​ແຂກ​

ຜູ້ໃຫຍ່ ແລະ ຄອບ­ຄົວ​ທີ່​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

 

ສຳ­ລັບ​ໂຄງ­ການ​ຂະ­ຫຍາຍ​ພື້ນ­ຖານໂຄງ​ລ່າງ​ຂອງ​ວິ­ທະ­ຍາ­ໄລ​ການ​ເງິນ​ພາກໃຕ້​ ແຂວງ​ຈຳ­ປາ​ສັກ​ ແມ່ນ​ໄດ້​ທຳ

​ການ​ກໍ​ສ້າງ​ມາ​ໄດ້​ໄລ­ຍະ​ໜຶ່ງ ປະ­ຈຸ​ບັນ​ການ​ກໍ່ສ້າງ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ພໍ​ສົມ­ຄວນເນື່ອງ​ຈາ​ກວ່າ​ ໂຄງ­ການ​

ດັ່ງ­ກ່າວ​ໄດ້​ມີຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ທີ່​ຈະ​ຕ້ອງ​ໄດ້ຂະ­ຫຍາຍ​ໃຫ້​ກວ້າງ­ຂວາງ​ກວ່າ​ເກົ່າ ເພື່ອ​ຮອງ​ຮັບ​ອາ­

ຄານ​ຫ້ອງ​ຮຽນ​ໃຫ້​ມີ  ຄວາມ​ເໝາະ​ສົມ​ພຽງ­ພໍ​ກັບ​ຄວາມ​ຕ້ອງການ​ແຕ່​ມີ​ບາງ​ຄອບ­ຄົວ​ໄດ້​ຮັບ​ຜົນ​ ກະທົບ​ມີ

​ເຮືອນ ແລະ ເນື້ອ­ທີ່​ນາ​ສວນ​ຈຳນວນ​ໜຶ່ງ​ຄື: ຄອບ­ຄົວ​ຂອງ​ທ່ານ ພູ­ສາ ແຮ​ມະ­ນີ ພະ­ນັກ­ງານ​ພະ​ແນກ​ວິ­ທະ­ຍາ

ສາດ, ດັ່ງ­ນັ້ນ ອຳ­ນາດ​ການ​ປົກ­ຄອງ​ຈິ່ງໄດ້​ມີ​ການ​ຊົດ​ເຊີຍ​ເປັນ​ຈຳ­ນວນ​ເງິນ​ທັງໝົດ 2.745 ລ້ານ​ກວ່າ​ກີບ,

ພ້ອມ​ຈະ​ໄດ້ຈັດ​ສັນ​ທີ່­ຢູ່​ໃຫ້​ໃໝ່ ແລະ ໃນ​ໂອ­ກາດ​ດັ່ງ ກ່າວ​ທ່ານ ພູ­ສາ ກໍ​ໄດ້​ສະ­ແດງ​ຄວາມພາກ­ພູມ​ໃຈ​ທີ່​ອຳ

­ນາດ​ການ​ປົກ­ຄອງແຂວງ​ໄດ້​ມີ​ນະ­​ ໂຢ­ບາຍ​ຕໍ່​ຄອບ­ຄົວ​ຂອງຕົນ​ເຖິງ​ວ່າ​ຈຳ­ນວນ​ເງິນ​ຈະ​ບໍ່​ສູງ​ເທົ່າ​ມູນຄ່າ​ຂອງ​

ຊັບ​ສິນ​ທີ່​ສູນ​ເສຍ ແຕ່​ກໍ​ດີ­ໃຈ​ທີ່ໄດ້​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ­ສາພັດ­ທະ­ນາ​ປະ­ເທດ​ຄື​ ການ​ປະ­ກອບ­ສ່ວນ

ເຂົ້າ​ໃນ​ຂົງ­ເຂດ​ການ​ສຶກ​ສາ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ