ຊັອກໂລກ ນັກຂ່າວຖືກຍິງໃນຂະນະ ສຳພາດສົດໆ ອອກໂທລະພາບ

1440606694_นาทชีวิต

ເມື່ອວັນທີ 26 ສິງຫາ ສຳນັກຂ່າວ ເອັນບີຊີ ລາຍງານ ກໍລະນີສະເທືອນຂວັນ ໃນສະຫະລັດອາເມລິກາວ່າ ເກີດເຫດມືປືນບຸກຍິງຜູ້ສື່ຂ່າວ ແລະຊ່າງພາບຂອງສະຖານີໂທລະພາບ ດັບເບິນຢູດີບີເຈ 7 ຂອງລັດເວີຈິເນຍ ຂະນະກຳລັງລາຍງານຂ່າວສົດ ທີ່ສູນການຄ້າບຣິຈ ວໍເຕີ ພລາຊ່າ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ລາຍ ເບື້ອງຕົ້ນຊາບຊື່ໜຶ່ງຄົນຄື ນາງ ອະລິສັນ ປາເກີ ອາຍຸ 24 ປີ ແລະ ທ້າວ ອະດັມ ວອດ ອາຍຸ 27 ປີ.

ເຫດເກີດໃນເວລາ 9 ໂມງ 15 ນາທີ ຕາມເວລາໃນສະຫະລັດ ຄົນຮ້າຍໜີໄປຈາກທີ່ເກີດເຫດ ເຮັດໃຫ້ຕຳຫຼວດຕັ້ງທີມໄລ່ລ່າ ແລະຕັ້ງດ່ານສະກັດຈັບ.

ທັງນີ້ ລາຍງານຍັງລະບຸວ່າ ລະຫວ່າງທີ່ນາງ ປາເກີ ສຳພາດ ຢູ່ໆ ກໍມີສຽງປືນດັງຂຶ້ນຕໍ່ເນື່ອງ ຫຼາຍນັດ ຈາກນັ້ນກ້ອງຈຶ່ງລົ້ມລົງກັບພື້ນ ພ້ອມມີສຽງຮ້ອງຕາມມາ ຂະນະທີ່ຕຳຫຼວດກຳລັງເລັ່ງໄລ່ລ່າ ຄົນຮ້າຍແລະສອບສວນຫາສາເຫດ.

ຕໍ່ມາໃນເວລາ 11:05 ນາທີ ຕາມເວລາທ້ອງຖິ່ນ ຕຳຫຼວດໄລ່ລ່າຜູ້ຕ້ອງສົງໄສ ຊື່ເວສເຕີ ລີ ຟລານາແກນທີ 2 ອາຍຸ 41 ປີ ໄປເຖິງບໍລິເວນເສັ້ນທາງເຊື່ອມຕໍ່ ລະຫວ່າງລັດ. ມືປືນຜູ້ກໍ່ເຫດເປັນພະນັກງານສະຖານີ ແຫ່ງດຽວກັນກັບຜູ້ຕາຍ ທີ່ມີຄວາມແຄ້ນເຄືອງກັນ.


ຫຼ້າສຸມີການເປີດເຜີຍຄລິບ ທີ່ມືປືນຖ່າຍໄວ້ຕອນບຸກເຂົ້າໄປຍິງ ນາງ ອະລິສັນ ແລະ ທ້າວ ອະດັມ ຈົນເສຍຊີວິດ ຂະນະກຳລັງລາຍງານຂ່າວ ຖ່າຍທອດສົດອອກອາກາດ ໂດຍຄລິບເຫັນຊັດເຈນວ່າ ມືປືນຖືປືນເຂົ້າໄປໃນຈຸດທີ່ຄົນທັງສອງ ກຳລັງສຳພາດຂ່າວຢູ່ ກ່ອນລັ່ນໄກປືນໃສ່ນາງອະລິສັນ ເປັນຜູ້ທຳອິດ ຈາກນັ້ນກໍຍິງໃສ່ທ້າວອະດັມ ກ່ອນທີ່ຈະຫຼົບໜີໄປ.

1440596500_article-bridgewater1-0826
ນາງ ອະລິສັນ ແລະ ທ້າວ ອະດັມ

ເວລາ 12:30 ຕຳຫຼວດແຈ້ງວ່າ ລະຫວ່າງການເກ້ຍກ່ອມມືປືນ ມືປືນພັດຂັບລົດໜີແລະໄປຊົນຮະຮາມ ເມື່ອໄປກວດສອບເບິ່ງ ພົບວ່າຄົນຮ້າຍບາດເຈັບຈາກລູກປືນ ອາການສາຫັດເປັນຕາຍເທົ່າກັນ.

1440608617_CNWIrviUYAEFIQv
ເວສເຕີ ລີ ຟລານນາແກນທີ 2 ຫຼື ໄບຣ້ ວິນລ່ຽມ ມືປືນ

ເວລາ 12:40 ນາທີ ສຳນັກຂ່າວເອພີ ລາຍງານວ່າມືປືນມີຊື່ແທ້ວ່າ ເວສເຕີ ລີ ຟລານນາແກນທີ 2 ແຕ່ໃຊ້ຊື່ແຝງວ່າ ໄບຣ້ ວິນລ່ຽມ ເຄີຍຍື່ນຟ້ອງຫົວໜ້າງານໃນສະຖານີ WTWC-TV ໃນປີ 2543 ໃນຂໍ້ຫາຢຽດຢາມຜິວ ໂດຍລະບຸວ່າ ໂປຣດິວເຊີເອີ້ນຕົນ ແລະພະນັກງານຜິວດຳຄົນອື່ນໆ ວ່າ “ບັກລີງ” ແລະມີຫົວໜ້າງານຜິວຂາວອີກຜູ້ໜຶ່ງຕອບວ່າ ຄົນຜິວດຳເປັນຄົນຂີ້ຄ້ານ ພຽງແຕ່ໄປຈ້າງຮຽນວິທະຍາໄລກໍຍັງບໍ່ເອົາ.