ຊາວກະສິກອນເມືອງໜອງບົກ ປັກດໍາເຂົ້ານາປີແລ້ວ 25%

16.07.2

ຂປລ. ເຈົ້າໜ້າທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄຳມ່ວນ ລາຍງານວ່າ: ປັດຈຸບັນ, ກະສິກອນເມືອງຂອງຕົນສຳເລັດ ການຕົກກ້ານາປີແລ້ວ 100%. ຂະນະທີ່ປີນີ້ຈະສູ້ຊົນປູກເຂົ້ານາປີ ໃຫ້ໄດ້ກວ່າ 10 ພັນເຮັກຕາ.

ຜູ້ໃຫ້ຂ່າວລາຍງານວ່າ: ສຳລັບການປັກດຳນັ້ນມາຮອດປັດຈຸບັນ ສຳເລັດແລ້ວ 25% ຂອງເນື້ອທີ່ກວ່າ 10 ພັນເຮັກຕາ ແລະ ຄາດວ່າ ຖ້າດິນຟ້າອາກາດອຳນວຍການປັກດຳ ກໍຈະສຳເລັດໃນກາງ ເດືອນໜ້າ. ນອກຈາກປັກດຳແລ້ວ, ກະສິກອນ ບາງບ້ານ ຍັງໄດ້ເຮັດນາຫວ່ານ 3 ພັນກວ່າເຮັກຕາ.
ຂອບໃຈຂ່າວຈາກ:
ຂປລ