ຊີວິດດີຂຶ້ນໄດ້ ພຽງແຕ່ຢຸດຫລິ້ນສະມາດໂຟນ

Happy Woman In A Restaurant With A Computer And On The Phone

ສັງຄົມ​ກົ້ມ​ໜ້າ ຄຳໆນີ້​​ບໍ່ແມ່ນ​ຄຳ​ແປກ​ໃໝ່​ສຳລັບ​ຄົນ​ສະໄໝ​ນີ້​ແລ້ວ ​ສາ​ເຫດ​ກໍ​ມາ​ຈາກ​ໃນ​ປະຈຸບັນ​ຄົນ​ສ່ວນ​ໃຫຍ່​ມັກ​ໃຊ້​ເວລາ​ຢູ່​ກັບ​ອຸປະກອນ​ອິ​ເລັກໂທນິກ​​ຫລາຍກວ່າ​ການ​ເງີຍ​ໜ້າ​ຂຶ້ນ​ມາ​ໂອ້ລົມ​ກັນ​ແບບ​ເມື່ອ​ກ່ອນ ເຊິ່ງ​ມັນ​ກໍ​ບໍ່ແມ່ນ​ເລື່ອງ​ດີ​​ເທົ່າໃດ ຫລາຍ​ຄົນ​ເຖິງ​ຂັ້ນ​ຕິ​ດສະ​ມາດ​ໂຟນ​ຈົນ​ບໍ່​ວ່າ ​ຈະ​ເຮັດຫຍັງ​ກໍ​ຕ້ອງ​ຈັບ​ໂທລະ​ສັບ​ຂຶ້ນ​ມາ​ກວດເບິ່ງ ແລະ​ ເຖິງແມ່ນວ່າ ​ເຮົາ​ຈະ​ຮູ້​ວ່າ​ຂໍ້​ເສຍ​ຂອງ​ມັນ​ຄື​ຫຍັງ ແຕ່​ເຮົາ​ກໍ​ຍັງ​ບໍ່​ສົນ​ໃຈ​ກັນ​ຢູ່​ດີ ນັ້ນ​ເປັນ​ເພາະ​ເຮົາ​ຍັງ​ເບິ່ງບໍ່ເຫັນ​ຂໍ້​ດີ​ຂອງ​ການ​ເຊົາ​ຫລິ້ນ​ສະ​ມາດ​ໂຟນ​ນັ້ນ​ເອງ ມື້​ນີ້​ເຮົາ​ຈຶ່ງ​ນຳ​ຂໍ້​ດີ​ຂອງ​ການ​ເຊົາ​ຫລິ້ນ​ສະ​ມາດ​ໂຟນ​ຈາກ​ເວັບ​ໄຊ Reader’s Digest ມາ​ບອກ​ເລົ່າ​ໃຫ້​ຟັງ​ກັນ​ ບາງ​ທີ​ນີ້​ອາດຈະ​ເປັນ​ວິທີ​ທີ່​ເຮັດໃຫ້​ວາ​ງສະ​ມາດ​ໂຟນ​ລົງ​ໄດ້​ນຳ

ຊ່ວຍ​ໃຫ້​ສະຫມອງ​ເຮັດວຽກ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ຂຶ້ນ

ການ​ຢຸດ​ຫລິ້ນ​ສະ​ມາດ​ໂຟນ ມີ​ຂໍ້​ດີ​ຫລວງຫລາຍ​ລວມ​ທັງ​ການເຮັດໃຫ້​ສະຫມອງ​ຂອງ​ເຮົາ​ເຮັດວຽກ​ໄດ້​ແບບ​ມີ​ປະ​ສິດ​ຕິພາບ​ຫລາຍ​ຂຶ້ນ ເພາະ​ມີ​ຫລາຍໆ ຄົົນທີ່​ມັກ​ຫລິ້ນ​ສະ​ມາດ​ໂຟນ​ໄປ​ນໍາເຮັດ​ກິດຈະກຳ​ຢ່າງ​ອື່ນ​ໄປ​ນໍາ ເພາະ​ຄິດວ່າ ການເຮັດ​ຫລາຍໆສິ່ງ ພ້ອມ​ກັນ​ເປັນ​ສິ່ງ​ທີ່​ດີ ແຕ່​ແທ້​ຈິງ​ແລ້ວ​ມັນ​ບໍ່​ມີ​ປະໂຫຍດ​ເລີຍ ໂດຍ​ສະເພາະ​ການ​ທີ່​​ຫລິ້ນ​ສະ​ມາດ​ໂຟນ​ໄປ​ດ້ວຍ​ໃນ​ຂະນະອາຫານ ຫລື ​ການ​ອ່ານ​ຫນັງສື ອາດ​ເຮັດໃຫ້​ສະຫມອງ​ມີ​ປະ​ສິດ​ຕິ​ພາບຫ​ລຸດລົງ ເຊິ່ງ​ມີ​ການສຶກສາ​ພົບ​ວ່າ​ການ​ຕິ​ດສະມາດ​ໂຟນ​ນັ້ນ​ໃຫ້​ຜົນ​ເຊັ່ນ​ດຽວ​ກັບ​ການ​ຕິດ​ຢາ​ເສບ​ຕິດ ຫລື ​ອາດ​ຈະໃຫ້​ຜົນ​ຮ້າຍ​ຫລາຍກວ່າ​ ເພາະ​ສະ​ນັ້ນ​ຖ້າ​ຫາກ​​ຮັບປະທານ​ອາຫານ​ ຫລື ​ເຮັດ​ກິດຈະກຳ​ຢ່າງ​ອື່ນ​ຢູ່ ເກັບ​ໂທລະ​ສັບ​ໄວ້​ໃຫ້​ຫ່າງໆ ໂຕຈະ​ດີກວ່າ​

ຊ່ວຍ​ເພີ່ມ​ສະ​ມາ​ທິ​ໃນ​ການເຮັດ​ງານ

ຕາມ​ລາຍ​ງານ​ຈາກ​ສະ​ຖາ​ບັນ McKinsey Global Institute ພົບ​ວ່າ ໂດຍ​ສະເລ່ຍ​ແລ້ວ​ຄົນ​ເຮັດວຽກ​ມັກ​ໃຊ້​ເວລາ 28% ຂອງ​ຕົວຢ່າງ ​ການເຮັດວຽກງານ​ໄປ​ກັບ​ການ​ກວດ​ອີ​ເມວ ນັ້ນ​ກໍ​ແປ​ວ່າ ​ເຮົາ​ໃຊ້​ເວລາ​ໄປ​ກວ່າ 13 ຊົ່ວ​ໂມງ​ໃນ​ການ​ອ່ານ​ອີ​ເມວ​ ​ບາງເທື່ອ​ອາດຈະ​ບໍ່​ຈຳ​ເປັນ​ກັບ​ວຽກຂອງ​ເຮົາ​ທັງ​ໆ ທີ່​ເຮົາ​ຄວນ​ເອົາ​ເວລາ​ໄປ​ສົນ​ໃຈ​ກັບ​ງານ​ຢ່າງ​ອື່ນ​ຫລາຍກວ່າ ທາງ​ທີ່​ດີ​ຄວນ​ຈະ​ປ່ຽນ​ນິ​ໄສ​ເຫລົ່າ​ນັ້ນ​ດ້ວຍ​ການ​ຫລີກ​ລ້ຽງ​ການ​ກວດ​ອີເມວ​ເລື້ອຍໆ ປ່ຽນ​ມາ​ກວດ​ອີ​ເມວ​ມື້​ລະ 2 ເທື່ອ​ຕໍ່​ມື້​ກໍ​ພຽງ​ພໍ​ແລ້ວ​

ເຖິງວ່າ ​ເຕັກ​ໂນ​ໂລ​ຊີໃນ​ປະຈຸບັນ​ຈະ​ເຮັດໃຫ້​ຊີວິດ​ຂອງ​ເຮົາ​ງ່າຍ​ຂຶ້ນ ແຕ່​ການ​ທີ່​ເຮົາ​ໃຊ້​ມັນ​ຫລາຍ​ເກີນ​ໄປ​ກໍ​ອາດ​ສົ່ງ​ຜົນ​ຮ້າຍ​ຕໍ່​ເຮົາ​ໄດ້ ຢ່າງ​ນ້ອຍ​ທີ່ສຸດ​ມັນ​ກໍ​ກະທົບ​ເຖິງ​ປະ​ສິດ​ທິ​ພາບ​ການເຮັດວຽກງານ ​ແລະ ​ຄວາມ​ສຳພັນ​ຂອງ​ເຈົ້າ ​ແລະ ​ຄົນ​ຮອບ​ຂ້າງ​ນໍາອີກ​ ດັ່ງ​ນັ້ນ​ຖ້າ​ຫ່າງ​ມັນ​ໄດ້​ກໍ​ຄວນ​ຫ່າງ​ ຫລິ້ນ​ເທົ່າ​ທີ່​ຈຳ​ເປັນ ແລ້ວ​ຈະ​ຮູ້​ວ່າ​ໃນ​ຊີວິດ​ຂອງ​ເຮົາ​ນອກ​ຈາກ​ຈໍສະມາດ​ໂຟນ​ແລ້ວ​ຍັງມີ​ຫຍັງ​ໃຫ້​ຄົ້ນ​ຫາ​ອີກ​ຫລາຍໆ