ຊົມເຊີຍຄົນດີຂອງສັງຄົມ ເກັບເງິນໄດ້ສົ່ງຄືນເຈົ້າຂອງ

ມື້ວານນີ້ ເຟສບຸກຂອງຜູ້ໃຊ້ທີ່ຊື່ ຊີ ຄຳມີ ໄດ້ອອກປະກາດຫາເຈົ້າຂອງກະເປົາຕົກເຮ່ຍ ໂດຍມີຂໍ້ຄວາມວ່າ: ປະກາດ ຫາເຈົ້າຂອງກະເປົາເງິນທີ່ເຮັດເຮ່ຍ ເຊິ່ງຂ້າພະເຈົ້າເກັບໄດ້ທີ່ຫນ້າ ຮ້ານວັນນະລາດ ກົງກັນຂ້າມກັບ ປກສ ນະຄອນຫຼວງ ຖະໜົນເຕ 4, ເວລາ 16:30 ຕອນແລງມື້ນີ້ ທີ່27/07/2015.

ໃນກະເປົາມີເງີນ
– ເງີນໂດລາ 1002 $.
– ເງີນບາດ 11.000ບາດ.
– ເງີນເອີໂລ 100.
– ເງີນກີບປະມານ4-5ແສນ
ລວມທັງໝົດເປັນເງິນກີບປະມານ 15,000,000 ກີບ
ແລະ ບັດ ດັ່ງທີ່ເຫັນໃນຮູບ.
ອອກຊື່ ພັອ ຊຽງພິມ ອິນທະພົມ.
ຖ້າໃຜຮູ້ຈັກຜ້ກ່ຽວ ຫຼື ເຈົ້າຂອງ ຕິດຕໍ່ຂ້ອຍໄດ້ເບີໂທ: 0207782 7388;
WhatApp +85620 5997 7691.
ຄິດເສຍວ່າທຳບຸນ ນຳກັນ
ແລະມື້ຕໍ່ມາ ຜູ້ກ່ຽວກໍໄດ້ແຈ້ງກວ່າ ຂໍແຈ້ງມາຍັງ ເພື່ອນມິດ ແລະ ບັນດາທ່ານຊາບວ່າ: ກະເປົາເງິນດັ່ງກ່າວ ຂ້ອຍໄດ້ສົ່ງຄືນເຈົ້າຂອງ ເພີ່ນກັບມືແລ້ວເດີ ຊື່ ຊຽງພິມ. ເບີໂທເພີ່ນ 020 9981 5868 ;
ຕໍ່ເຫດການດັ່ງກ່າວ ຜູ້ຄົນໃນສັງຄົມອອນລາຍຕ່າງກໍ ເຂົ້າມາສະແດງຄວາມຍ້ອງຍໍຊົມເຊີຍ ແລະສົ່ງຕໍ່ຂໍ້ຄວາມດັ່ງກ່າວຢ່າງກວ້າງຂວາງ. ໂດຍສ່ວນຫຼາຍແລ້ວ ກ່າວວ່າ ຊົມເຊີຍຄົນດີຂອງສັງຄົມ ຢາກໃຫ້ມີຄົນແບບນີ້ໃນສັງຄົມຫຼາຍໆ ແບບນີ້ເປັນຕົ້ນ.

11169937_742311359212438_8999151853009964905_n 11754249_742311409212433_5154534717790289074_n 11755751_742311445879096_7384111511855343667_n 11760187_742311392545768_3667463704170521909_n 11215060_735554873221420_7454222739693469317_n 11702765_824734720955498_863888219969410082_n