ຊ່ອຍກັນຫາ ແຄມເມີຣີ ສີດຳ ຕຳແລ້ວໜີ

ຊ່ວຍຊອກຫາເຈົ້າຂອງລົດແຄມເມຣີ ສີດໍາ ປ້າຍ 9789 ກໍາແພງນະຄອນໃຫ້ແດ່
ໃນຕອນແລງອວັນທີ 11 ຕຸລາ 2014 ເວລາປະມານ 18:30 ລົດແຄມເມຣີ ສີດໍາ ປ້າຍ 9789 ກໍຳແພງນະຄອນ ໄດ້ຕໍາລໍ້ໜາກພ້າວທີ່ແກ່ດ້ວຍລົດຈັກ ຕໍາຢູ່ແຖວ ບ້ານສວນມອນ, ຕໍາແລ້ວກໍ່ແລ່ນໝີເລີຍ. ລົດຈັກ ແລະ ລໍ້ຂອງຜູ້ຖືກຕໍາແມ່ນເປ່ເພ ຜູ້ກ່ຽວກໍ່ຍັງໄດ້ຮັບບາດເຈັບອີກ. ໜາກພ້າວເຮ່ຍກະແຈກກະຈາຍ. ຜູ້ຖືກຕໍາ ຊື່ ທ້າວ ວິລະພັນ ວິລະເດດ ອາຍຸ 19ປີ ຢູ່ບ້ານ ຈັນສະຫວ່າງ ເມືອງສີໂຄດຕະບອງ ເປັນລູກຂອງຄອບຄົວທີ່ທຸກຍາກລໍາບາກ ດັ່ງນັ້ນ ຈຶ່ງຢາກແຈ້ງໃຫ້ເຈົ້າຂອງລົດແຄມເມຣິ ສີດໍາ ປ້າຍ 9789 ໄປຊົດເຊີຍຄ່າເສຍຫາຍ ແລະ ຊື້ຢາປິ່ນປົວ ພ້ອມທັງປອດຂັວນຜູ້ກ່ຽວດ້ວຍ

ເບີໂທຂອງພໍ່ລາວແມ່ນ 02055930749 ຖ້າມີໃຜຮູ້ຈັກເຈົ້າຂອງປ້າຍລົດຄັນນັ້ນແລ້ວ ກະລຸນາບອກຜູ້ກ່ຽວມາຮັບຜິດຊອບດ້ວຍ

laopost laopost laopost laopost

ຂໍ້ມູນແລະຮູບພາບຈາກເພຈ ໂທລະໂຄ່ງ