ຊ໊ອກ! ອາມ່າ ຫຼົງຢິບຜົງ “ບໍແຣ໊ກຊ໌” ໃສ່ຊາລາເປົາໃຫ້ຫຼານກິນຕາຍ 3 ສົບ

ຊ໊ອກ! ອາມ່າ ຫຼົງຢິບຜົງ “ບໍແຣ໊ກຊ໌” ໃສ່ຊາລາເປົາໃຫ້ຫຼານກິນຕາຍ 3 ສົບ

steambun8

ພາບປະກອບຈາກ Google

ເວັບໄຊທ໌ຊຽງໄຮ້ອິສທ໌ ລາຍງານເຖີງ ເຫດໂສກນາດຕະກໍາ ໃນມົນທົນສ່ານຊີປະເທດຈີນກ່າວວ່າ ເດັກນ້ອຍຍິງ 3 ພີ່ນ້ອງ ຈາກຄອບຄົວໜຶ່ງຕ້ອງຈົບຊີວິດລົງຢ່າງອານາດ ຫຼັງຈາກກິນຊາລາເປົາປະສົມສານຜິດທີ່ແມ່ຕູ້ ເຮັດໃຫ້ ພ້ອມກັນກັບທີ່ນ້ອງຊາຍ ແລະ ຜູ້ເປັນພໍ່ນັ້ນກໍ່ໄດ້ຮັບຜົນກະທົບເຊັ່ນກັນ.

ຕາມການລາຍງານລະບຸວ່າ ແມ່ຕູ້ຄົນດັ່ງກ່າວນີ້ ລາວໄດ້ກຽມເຮັດຊາລາເປົາ ໃຫ້ຄອບຄົວຕັ້ງແຕ່ກຸດຈີນມື້ທໍາອິດແລ້ວ ແຕ່ຍ້ອນຄວາມຟ້າວຟັ່ງ ເຮັດໃຫ້ໄປຫຼົງຢິບເອົາສານ ບໍແຣ໊ກຊ໌ ມາໃສ່ຊາລາເປົາ ຊຶ່ງສານໂຕນີ້ຖືເປັນສິ່ງຕ້ອງຫ້າມໃນຈີນ ໂດຍປົກກະຕິແລ້ວຈະມັກໃຊ້ປະສົມກັບຜະລິດຕະພັນ ປະເພດຜົງຊອກຟອກ ເຄື່ອງສໍາອາງ ຫຼືຢາຂ້າແມງໄມ້, ແຕ່ຖ້າຫາກວ່າຄົນເຮົາໄດ້ຮັບສານດັ່ງກ່າວເຂົ້າໄປແລ້ວ ໂດຍສະເພາະຖ້າເປັນຈໍານວນຫຼາຍ ຈະເຮັດໃຫ້ເປັນອັນຕະລາຍຕໍ່ລະບົບທາງເດີນອາຫານໄດ້ ໂດຍສາມາດເຮັດໃຫ້ຄື້ນໃສ້ ປວດຮາກ ແລະເຈັບທ້ອງ

ສ່ວນເຫດການໃນຄັ້ງນີ້ ພີ້ນ້ອງທັງ 3 ຄົນອາຍຸຕັ້ງແຕ່ 6-16ປີ ເສຍຊີວິດທັງໝົດ ແມ່ນວ່າທ່ານໝໍຈະພະຍາຍາມຢ່າງຍິ່ງໃນການຮັກສາແລ້ວກໍ່ຕາມ ສ່ວນນ້ອງຊາຍ ແລະ ພໍ່ນັ້ນໄດ້ຮັບສານພິດທັງສອງເຊັ່ນດຽວກັນ, ແຕ່ຜູ້ເປັນພໍ່ນັ້ນໄດ້ອອກຈາກ ໂຮງໝໍແລ້ວ ສ່ວນລູກຊາຍນັ້ນຍັງຕ້ອງພັກຮັກສາໂຕຢູ່.