ຍັງມີຂະບວນການຄ້າຢາເສບຕິດສົ່ງເງິນໃຫ້ປະຊາຊົນລັກລອບປູກຝິ່ນ

DSC_7562

 

ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ ຫົວໜ້າຄະນະພັດທະນາຊົນນະບົດ

ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງເປີດເຜີຍວ່າ: ປັດຈຸບັນ ຍັງມີຂະບວນການຄ້າຢາເສບຕິດສະໜອງ

ເງິນຊຸກຍູ້ໃຫ້ປະຊາຊົນຈຳນວນໜຶ່ງ ລັກລອບປູກຝິ່ນໃນເຂດພາກເໜືອ ຈຶ່ງເຮັດໃຫ້ສະພາບການປູກຝິ່ນຢູ່

ບາງທ້ອງຖິ່ນມີລັກສະນະເພີ່ມຂຶ້ນ, ໂດຍສະເພາະໃນເຂດທີ່ພວກເຮົາບໍ່ທັນໄດ້ເອົາໃຈໃສ່ ໃນການຈັດສັນບ່ອນ

ທຳມາຫາກິນທີ່ຖາວອນ ແລະ ອາຊີບທີ່ໝັ້ນທ່ຽງໃຫ້ເຂົາເຈົ້າ ຈຶ່ງເປັນຊ່ອງຫວ່າງໃຫ້ຂະບວນການຄ້າຢາເສບ

ຕິດສາມາດເຂົ້າມາຍຸຍົງປະຊາຊົນກັບມາປູກຝິ່ນຄືນໃໝ່.

 

ສະນັ້ນ ການແກ້ໄຂບັນຫາການລັກລອບປູກຝິ່ນນີ້, ກ່ອນອື່ນແມ່ນຕ້ອງເອົາໃຈໃສ່ຈັດສັນພູມລຳເນົາຄົງທີ່,

ບ່ອນທຳມາຫາກິນຖາວອນ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ ໃນເຂດທີ່ມີການປູກຝິ່ນດ້ວຍການ

ຊຸກຍູ້ສົ່ງເສີມການ ແລະ ເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ທົ່ວເຖິງ ຕິດພັນກັບການສ້າງບ້ານປອດຢາ

ເສບຕິດໃຫ້ແຂງແຮງ ແລະ ປະຕິບັດມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍ.

 

ທີ່ມາ: http://laophatthananews.blogspot.com/2014/07/blog-post_3127.html