ຍິງກັນຕາຍທີ່ເສັ້ນທາງ 450 ປີ ຍິງ1 ຊາຍ1

002
ນະຄອນຫຼວງວຽງຈັນ: ເວລາປະມານ 23:45 ວັນທີ 30/6/2015, ມີເຫດການຍິງກັນຕາຍ ທີ່ທາງ 450 ປີ, ຫ່າງຈາກຄິວດສາຍໃຕ້ ໄປປະມານ 700 ແມັດ. ທີ່ເກີດເຫດພົບເຫັນ ລົດອີລານຕາ ສີຂາວ ບໍ່ມີທະບຽນ ຖືກຍິງດ້ວຍປືນ ມີຮອຍລູກປືນ ປະມານ 60 ກວ່ານັດ. ພົບເຫັນ ຜູ້ຍິງ 1 ຄົນ ນອນເສຍຊີວິດ ໃນລົດ ສະພາບໜ້າຂວ້ຳລົ້ມຈາກເບາະຄົນຂັບທາງໜ້າ ໃນທ່າພະຍາຍາມ ກົ້ມລົງ ທີ່ເບາະຫຼັງ. ແລະ ພົບເຫັນ ຜູ້ຊາຍອີກຄົນ ນອນເສຍຊີວິດ ຢູ່ແຄມທາງ ຖືກຍິງກາງຫຼັງເສຍຊີວິດ.
ເຈົ້າໜ້າທີ່ໄດ້ ໄປກວດສອບ ແລະ ຊັນນະສູດທີ່ເກີດ ເຫດພ້ອມທັງ ຊັກຖາມ ຄົນໃກ້ຄຽງ ທີ່ອາດພົບເຫັນເຫດການ. ແຕ່ຍັງບໍ່ທັນເປີດເຜີຍ ວ່າຜູ້ເສຍຊີວິດ ແມ່ນໃຜ ແລະ ສາເຫດໃດ ບຸກຄົນທັງສອງຈິງຖືກລັກຍິງຈົນເສຍຊີວິດ. ຕ້ອງໄດ້ຕິດຕາມການ ກວດສອບຂອງເຈົ້າໜ້າທີ່ຕໍ່ໄປ.
ພາບແລະຂ່າວ: ນັກຂ່າວສັນຈອນ
——————————–
www.tholakhong.com