ຍີ່ງກວ່າ 5 ດາວ! ສິງໃນບ້ານຮັບມືຜີຟອມແຮງ

ພຣີເມຍລີກອັງກິດ ສິງໂຕນ້ຳເງິນຄາມ( ເຊວຊີ ) ກຽມເປີດຮັງລໍຖ້າຈັດໜັກຮັບມືປີສາດແດງຟອມແຮງຢ່າງສຸດຂີດ ໄຊຊະນະທີ່ສຳຄັນໃນຄືນນີ້ຈະເປັນຂອງໃຜ 23.30 ນາທີ ຮູ້ນຳກັນແນ່ນອນ!

06017

ເປັນເກມໃຫຍ່ອີກເກມໜື່ງທີ່ສຳຄັນອີກຄູ່ໜື່ງລະຫວ່າງເຊວຊີກັບແມນຍູ ເຈົ້າບ້ານເຊວຊີກຳລັງເດີນໜ້າເອົາແຕ້ມໄປເລື້ອຍໆນການຄວ້າແຊ້ມພຣີເມຍລີກໃນລະດູການນີ້ແຕ່ຜົນງານ 3 ນັດທີ່ຜ່ານມາຍັງບໍ່ຄ່ອຍໜ້າະທັບໃຈແຟນບານເທົ່າໃດເພາະອອກອາການເມື່ອຍໆແຕ່ຍັງເກັບ 3 ແຕ້ມໄດ້ສຳເລັດເກມນີ້ຖືວ່າເປັນງານໜັກທີ່ຈະຕ້ອງມາພົບກັບທີມແມນຍູທີ່ຟອມແຮງສຸດໆຫຼັງຈາກເອົາຊະນະໃນລີກມາເຖິງ 6 ເກມຕິດຕໍ່ກັນໂດຍລ່າສຸດເປີດບ້ານຖະລົ່ມແມນຊິຕີ້ໄປ 4-2 ເມື່ອອາທິດທີ່ຜ່ານມາແຕ່ເຖິງຢ່າງໃດກໍ່ຕາມສະຖິຕິຍັງຄົງບອກວ່າເຊວຊີມີຜົນງານດີສະເໝີເມື່ອຫຼີ້ນຢູ່ໃນບ້ານຕົວເອງ ແລະ ໃນລະດູການນີ້ຍັງບໍ່ແພ້ໃຜເລີຍ ແຕ່ຜົນງານການຫຼີ້ນຂອງທີມເຢືອນຂອງແມນຍູຍັງໜ້າເປັນຫ່ວງຢູ່ແຕ່ຖ້າວັດຈາກຟອມການຫຼີ້ນໃນຕອນນີ້ແມນຍູຖືວ່າບໍ່ເປັນຮອງເຊວຊີເລຍມີໂອກາດທີ່ຈະແບ່ງແຕ້ມກັນໄປ

ເຊວຊີ VS ແມນຍູໄນເຕັດ
ສະໜາມ: ສະແຕມຟອດບຣິດຈ໌
ຜູ້ຕັດສິນ: ໄມຄ໌ ດີນ
ເວລາເຕະ: 23.30 ນາທີ