ເບິ່ງວີດີໂອຍ້ອນຮອຍ 16 ລູກ ປະວັດສາດບານໂລກ Miroslav Klose 16 Goals World Cup

0
1990

Miroslav Klose 16 Goals World Cup

ການແຂ່ງຂັນບານໂລກຮອບຮອງຊະນະເລີດ ຕອນເຊົ້າໆ ຂອງວັນທີ 9 (ຕາມເວລາໃນບ້ານເຮົາ) ທີ່ຜ່ານມາ ເປັນການພົບກັນຂອງສອງທີມໃຫຍ່ ລະຫວ່າງ ບຣາຊິນ ເຈົ້າພາບລົງສະໜາມພົບກັບ “ອີນຊີເຫຼັກ” ເຢຍລະມັນ. ເກມນີ້ ຂຸນພົນເຊເລເຊາ ທີມຊາດບຣາຊິນ ລົງຫຼິ້ນໃນລະບົບ 4-3-3 ສ່ວນລາຍຊື່ 11 ຕົວຈິງປະກອບໄປດ້ວຍ ຮູລິໂອ ເຊຊາ, ດາວິດ ລຸຍ, ເຟີນັນດິນໂຢ, ມາເຊໂລ, ຮັກ, ເຟຣັກ, ອອສກາ, ດານເຕ້, ຫຼຸຍ ກຸສຕາໂວ, ເບີນາດ ແລະໄມຄອນ ຕາມທີ່ LaoPost.com ໂພສຂ່າວໄປແລ້ວນັ້ນ

ເກມນີ້ມີເລື່ອງເວ້າເຖິງຫຼາຍ ແຕ່ເລື່ອງເດັ່ນທີ່ສຸດ ຄື ການຍິງປະຕູທີ່ 16 ໃນການແຂ່ງຂັນບານໂລກຮອບສຸດທ້າຍຂອງ ມິໂລສະລາຟ ໂຄລເຊ ດາວເດັ່ນວັຍ 36 ປີ ຊື່ງເປັນເຈົ້າຂອງສະຖິຕິສູງສຸດໃນກິລາບານໂລກຄົນໃໝ່ ແທນທີ່ ໂຮນັນໂດ ດາວຍິງທີມຊາດບຮາຊິລ ທີ່ເຄີຍເຮັດໄວ້ 15 ປະຕູ

ໃນໂອກາດນີ້ LaoPost.com ຈະນຳທ່ານຍ້ອນຮອຍ 16 ລູກ ປະວັດສາດບານໂລກ… Miroslav Klose 16 Goals World Cup

 

ຂໍຂອບໃຈວີດີໂອຈາກ :: youtube.com By MIEREL