ຕຳຫລວດ ພົບສົບນາງງາມຮອນດູຣັສ ແລະ ເອື້ອຍແລ້ວ ຫລັງຫາຍຕົວໄປ 6 ວັນ

1

 

ຕຳຫລວດຮອນດູຣັສ ພົບສົບຍິງສາວ 2 ຄົນ ຄາດເປັນນາງງາມຮອນດູຣັສ ແລະ ເອື້ອຍຂອງນາງ ທີ່ຫາຍຕົວໄປ

ເມື່ອ 6 ມື້ທີ່ແລ້ວ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ຕຳຫລວດແຫ່ງຊາດຮອນດູຣັສດ້ຖະແຫລງພົບສົບຍິງສາວ 2

ຄົນ ຖືກຝັງຢູ່ໃກ້ກັບຮ້ານສະປາແຫ່ງໜຶ່ງ ໃນເມືອງຊານຕາບາບາຣ່າ ຫ່າງຈາກນະຄອນຫລວງເຕກູຊິກັນປາ ໄປ

ທາງຕາເວັນຕົກປະມານ 400 ກິໂລແມັດ ໂດຍເຊື່ອວ່າໜຶ່ງໃນສົບທີ່ຖືກພົບ ເປັນຮ່າງຂອງ ນາງ ມາເຣຍ ໂຮເຊ່

ອັນວາຣາໂດ້ ອາຍຸ 19 ປີ ນາງງາມຮອນດູຣັສ ປະຈຳປີ 2014 ແລະ ອີກສົບໜຶ່ງ ກໍຄາດວ່າຈະແມ່ນ ນາງ ໂຊເຟຍ

ອາຍຸ 23 ປີ ເຊິ່ງເປັນເອື້ອຍຂອງມິສຮອນດູຣັສ.

 

ຢ່າງໃດກໍຕາມ ຕຳຫລວດຍັງລໍຖ້າການພິສູດທາງນິຕິເວດເສຍກ່ອນ ວ່າຜູ້ຕາຍທັງສອງຄົນ ແມ່ນຖືກຕາມການ

ສັນນິຖານໄວ້ ຫລື ບໍ່ ໂດຍທາງຕຳຫລວດໄດ້ຖະແຫລງວ່າ ທັງຄູ່ຖືກຍິງເສຍຊີວິດ ໃນຂະນະທີ່ໄດ້ທຳການຈັບກຸມ

ທ້າວ ປລູຕາໂກ້ ຣຸຍ ເພື່ອນຊາຍຂອງພວກກ່ຽວ ເຊິ່ງເປັນອະດີດແຟນຂອງນາງ ໂຊເຟຍ ແລະ ທ້າວ ອະຣິສ ມັນ

ໂດນາໂດ້ ຜູ້ສົມຮູ້ຮ່ວມຄິດອີກຄົນໜຶ່ງແລ້ວ.

 

ທັງນີ້ ນາງ ມາເຣຍ ແລະ ນາງ ໂຊເຟຍ ຖືກພົບເຫັນຄັ້ງສຸດທ້າຍ ໃນມື້ວັນພະຫັດທີ 13 ພະຈິກທີ່ຜ່ານມາ ໃນຮ້ານ

ສະປາເມືອງຊານຕາບາບາຣ່າ ເຊິ່ງທັງສອງໄດ້ເດີນທາງໄປຮ່ວມງານວັນເກີດຂອງທ້າວ ປລູຕາໂກ້ ຣຸຍ ກ່ອນທີ່ຈະ

ຫາຍຕົວໄປ.

 

ນາງ ມາເຣຍ ໄດ້ຖືກຄັດເລືອກຄອງຕຳແໜ່ງນາງງາມ ມິສຮອນດູຣັສ ເມື່ອເດືອນເມສາທີ່ຜ່ານມາ ແລະ ນາງກໍ

ກຳລັງກຽມທີ່ຈະເດີນທາງໄປປະກວດມິສເວີນດ໌ ໃນນະຄອນຫລວງລອນດອນອີກພາຍໃນເດືອນໜ້ານີ້.