ຕຳຫຼວດໄທ ພົບລົດວິອອສ ກຳລັງສົ່ງຂ້າມຂອງ

 

ຕອນເຊົ້າມືດຂອງ ວັນທີ 8 ກໍລະກົດ 2014 ນີ້ ຕຳຫຼວດຊາຍແດນໄທສືບຮູ້ວ່າຈະມີຂະບວນການລັກລອບລຳລຽງລົດເຖື່ອນທາງເຮືອສົ່ງມາຍັງປະເທດລາວ ທີ່ອຳເພີທ່າອຸເທນ ຈັງຫວັດນະຄອນພະນົມ ເຊິ່ງກົງກັນຂ້າມກັບເມືອງຫິນບູນ ແຂວງຄຳມ່ວນ ປະເທດລາວ.

ເຈົ້າໜ້າທີ່ໄດ້ໃຊ້ກ້ອງກວດຈັບການເຄື່ອນໄຫວ ພົບຄົນຮ້າຍກຸ່ມໜຶ່ງປະມານ 5-7 ຄົນເລາະເບິ່ງຕົ້ນທາງ ເຈົ້າໜ້າທີ່ທີ່ຈອບຢູ່ຈຶ່ງສະແດງໂຕເຂົ້າຈັບກຸມ ແຕ່ຄົນຮ້າຍຍັງພະຍາຍາມເອົາລົດທີ່ກຽມໄວ້ ຂັບລົງຕະຝັ່ງ ໂດຍມີເຊືອກເສັ້ນໃຫຍ່ມັດຕີນລົດຢ່ອນລົງຕະຝັ່ງ.

ໃນເວລາດຽວກັນກໍໄດ້ພົບເຮືອຂະໜາດໃຫຍ່ແລ່ນໄປຈາກຝັ່ງລາວ ແລ້ວໄປຈອດທຽບທ່າຖ້າຮັບລົດເກັງ ເຈົ້າໜ້າທີ່ຈຶ່ງໄດ້ຍິງປືນຂູ່ ກ່ອນທີ່ຄົນຮ້າຍຈຳນວນດັ່ງກ່າວຈະຖອຍໜີໄປທ່າມກາງຄວາມມືດ ສ່ວນເຮືອທີ່ມາຖ້າຮັບກໍຂັບໜີມາຍັງຝັ່ງລາວ ກວດສອບພົບລົດເກັງໂຕໂຍຕ້າວີອອສ ສີປອນເງິນ ທະບຽນ ກຍ 7879 ຂອນແກ່ນ ຫົວຈຸ່ມນ້ຳ ຮຸ່ງເຊົ້າຈຶ່ງເອົານັກດຳນ້ຳແລະລົດຍົກມາຊ່ວຍກັນແກ່ຂຶ້ນ ໂດຍໃຊ້ເວລາດົນກວ່າ 2 ຊົ່ວໂມງ.243817