ຕົ້ນໄມ້ທີ່ປູກໃນຫ້ອງນອນຊ່ວຍກັ່ນຕອງສານພິດ

1

1.ຕົ້ນ​ລິ້ນ​ມັງ​ກອນລິ້ນ​ມັງ​ກອນ​ຄາຍ​ກາກ​ອອກ​ຊິ​ເຈນ​ແລະ​ດູດ​ກາກ​ຄາຣບອນ​ໄດອອກໄຊ​ເວລາ​ກາງ​ຄືນເໝາະ​ສົມຫລາຍ​ສຳລັບ​ປູກ​ໃນ​ຫ້ອງ​ນອນຕົ້ນ​ໄມ້​ຊະນິດ​ນີ້​ຄົນທົ່ວໄປຮູ້​ຈັກ​ດີ ແລະ​ມີ​ປູກ​ຢູ່​ທົ່ວ​ໄປຕົ້ນ​ໄມ້​ຊະນິດ​ນີ້​ປູກ​ໃນ​ໂຖ​ໄດ້​ດີ​ໂດຍ​ບໍ່​ຕ້ອງ​ໃຊ້​ດິນບໍ່​ມີ​ພະຍາດ​ພືດ​ຫລື​ແມງ​ໄມ້ລົບກວນອີກ​ຢ່າງ​ຍັງ​ປູກ​ງ່າຍ​ແລະ​ທົນ​ດັ່ງ​ນັ້ນ​ສຳລັບ​ຜູ້​ເລີ່ມ​ຕົ້ນ​ປູກ​ໄມ້​ປະ​ດັບ​ໃນ​ອາ​ຄານ​ຄວນ​ເລີ່ມ​ຈາກ​ປູກ​ລິ້ນ​ມັງ​ກອນ​ກ່ອນໂດຍ​ພັນ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຫລາຍ​ຄື​ລິ້ນ​ມັງ​ກອນ​ຂອບ​ໃບ​ເຫລືອງເພາະ​ສີ​ຂອງ​ມັນ​ສົດ​ໃສເບິ່ງແຍງ​ງ່າຍບໍ່​ຕ້ອງ​ຫົດ​ນ້ຳ​ເລື້ອຍໆແຕ່​ຖ້າ​ປູກ​ໃນ​ນ້ຳ​ສາມາດ​ຢູ່​ໄດ້​ດົນ​ໂດຍບໍ່​ຕ້ອງ​ປ່ຽນ​ໂຖ

2

2.ຕົ້ນ​ປາມ ຕົ້ນ​ໄມ້​ທີ່​ເໝາະ​ສຳລັບ​ຕົກ​ແຕ່ງ​ໃນ​ຫ້ອງ​ນອນເພາະ​ຊ່ວຍ​ເພີ່ມ​ແສງ​ສະຫວ່າງ​ແລະ​ຍັງ​ເປັນ​ຕົ້ນ​ໄມ້​ທີ່​ເຕີບໃຫຍ່​ໄດ້​ດີ​ທີ່ສຸດ​ໃນ​ເຮືອນ​ທີ່​ມີ​ຄວາມ​ຊຸ່ມ​ສູງ

3

3. ກ້ວຍ​ໄມ້ກ້ວຍ​ໄມ້​ຫລາຍໆພັນ​ດູດ​ກາກ​ຄາຣບອນ​ໄດອອກໄຊຕອນ​ກາງ​ຄືນດັ່ງ​ນັ້ນ​ຕຳ ແໜ່ງ​ທີ່​ຕັ້ງ​ໂຖ​ດອກ​ກ້ວຍ​ໄມ້​ນີ້​ຈຶ່ງ​ຄວນ​ຕັ້ງ​ຢູ່​ຕິດ​ແຄມ​ໜ້າ​ຕ່າງເພື່ອ​ໃຫ້​ແສງ​ແດດ​ສ່ອງ​ຮອດ

4

4.ຫວ້ານ​ຫາ​ເຂ້ວຸ້ນ​ພາຍ​ໃນ​ລຳ​ຕົ້ນ​ຂອງ​ມັນ​ມີ​ຄຸນສົມບັດ​ຊ່ວຍ​ປິ່ນປົວ​ບາດແຜ​ໄຟ​ໄໝ້ນ້ຳ​ຮ້ອນ​ລວກລວມ​ໄປ​ຈົນ​ເຖິງ​ຜິວ​ໜັງ​ທີ່​ຜ່ານ​ການ​ເຜົາ​ໄໝ້​ຫລັງ​ຕາກ​ແດດ​ມາ​ດົນ