ຖອດຖອນບົດຮຽນແກ້ໄຂຊາວຕ່າງປະເທດ ທີ່ທຳມາຫາກິນແບບບໍ່ຖືກຕ້ອງ

ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ​ ວຽກ​ງານ​ແກ້​ໄຂ​ບັນຫາ​ຊາວຕ່າງປະເທດ​ ທີ່​ທຳ​ມາ​ຫາ​ກິນ​ແບບ​ບໍ່​ຖືກຕ້ອງຢູ່ ​

ສປປ ລາວ ໄດ້​ຈັດຂຶ້ນ​ວັນ​ທີ 20 ສິງຫາ 2014 ນີ້​ທີ່ກະຊວງ​ພາຍ​ໃນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ​ດຣ. ພັນ​ຄຳ

ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິ​ການ ແລະ ກີລາ ຜູ້​ຊີ້​ນຳວຽກ​ງານ​

ວັດທະນະທຳ-ສັງຄົມ ມີ​ທ່ານ ໄຊ​ສີ ສັນຕິ​ວົງ ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ພາຍ​ໃນ ທ່ານລັດຖະມົນຕີ​ຊ່ວຍ​ວ່າ

ການ​ກະຊວງແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ ຫົວໜ້າ​ກົມ ຫົວໜ້າ

ພະ​ແນກ​ພາຍ​ໃນນະຄອນຫຼວງ ແລະ ຫົວໜ້າ​ຫ້ອງການ​ພາຍ​ໃນເມືອງ ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ຈຸດປະສົງ​ຂອງ​ກອງ​ປະຊຸມຄັ້ງ​ນີ້ ​ເພື່ອ​ພ້ອມ​ກັນ​ສະຫຼຸບ​ຖອດຖອນ​ບົດຮຽນ ກ່ຽວ​ກັບ​ການ​ແກ້ໄຂ​ບັນຫາ​ຊາວ​

ຕ່າງປະເທດ​ ທີ່​ທຳມາ​ຫາ​ກິນ​ດ້ວຍ​ການ​ຄ້າຂາຍ ແລະ ອອກແຮງ​ງານ​ແບບ​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ

​ຢູ່ ​ສປປ ລາວ ພ້ອມ​ທັງ​ຕີ​ລາຄາດ້ານ​ດີ ດ້ານ​ອ່ອນ ແລະ ບົດຮຽນທີ່​ຖອດ​ຖອນ​ໄດ້​ໃນ​ໄລຍະ​ຜ່ານ​ມາ ແລະ ວິທີ​

ການມາດ​ຕະການ​ແກ້ໄຂ​ບັນຫາ​ດັ່ງກ່າວ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ ​ພ້ອມ​ກັນສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ມະ

ຕິ​ຕົກລົງ ເພີ່ມ​ທະວີ​ເອົາໃຈໃສ່​ຄົ້ນຄວ້າເຊື່ອມ​ຊຶມ​ ກຳ​ແໜ້ນ​ເນື້ອ​ໃນ​ບັນດາ​ນິຕິ​ກຳທີ່​ເປັນ​ບ່ອນ​ອີງ​ ໃນການ​

ແກ້​ໄຂ​ບັນຫາ​ຊາວ​ຕ່າງ​ປະເທດ ສຶກ​ສາ​ອົບຮົມ​ຊາວ​ຕ່າງ​ປະເທດ​ທີ່​ເຂົ້າ​ມາ​ເຄື່ອນ​ໄຫວ ຜະລິດທຸລະ​ກິດ ແລະ

ດຳລົງ​ຊີວິດ​ຢູ່ ​ສປປ ລາວ ໃຫ້​ຮັບ​ຮູ້​ເຂົ້າໃຈ​ລະບຽບ​ກົດໝາຍຂອງ ​ສປປ ລາວ ຊຸກຍູ້​ບໍລິສັດຂະແໜງການ ແລະ

ບັນດາ​ໂຄງການ​ທີ່​ໄດ​ຮັບ​ອະນຸຍາດ​ນຳ​ໃຊ້​ແຮງ​ງານວິຊາ​ການ ແລະ ຊ່ຽວຊານ​ຈາກ​ຕ່າງ​ປະເທດ ຮ່ວມ​ມື​ກັບ​

ພາກສ່ວນ​ທີ່ກ່ຽວຂ້ອງ​ ໃນ​ການ​ນຳ​ສົ່ງ​ແຮງງານ ທີ່​ບໍ່​ມີ​ເງື່ອນໄຂ​ອອກແຮງງານ​ກັບ​ຄືນ​ປະເທດ ແລະ ປະສານ

​ສົມທົບ​ກັບ​ບັນດາ​ສະຖານທູດ​ທີ່​ກ່ຽວຂ້ອງ​ ເພື່ອ​ຊ່ວຍ​ແນະນຳ​ພົນລະເມືອງ​ຂອງ​ຕົນ​ທີ່​ເຂົ້າ​ມາທ່ອງ​ທ່ຽວ ຢ້ຽມ

ຢາມ​ອອກແຮງງານ ແລະ ດຳລົງ​ຊີວິດ​ຢູ່ ​ສປປ ລາວ ເຂົ້າໃຈ​ລະບຽບ​ກົດໝາຍຂອງ ​ສປປ ລາວ ຢ່າງ​ເຂັ້ມ​ງວດ

ທັງ​ນີ້​ເພື່ອ​ເປັນ​ການ​ແນໃສ່​ເຮັດໃຫ້ການ​ແກ້​ໄຂ​ບັນຫາ​ຊາວ​ຕ່າງປະເທດ ທີ່​ທຳ​ມາ​ຫາ​ກິນ​ແບບບໍ່​ຖືກຕ້ອງ​ຢູ່ ​

ສປປ ລາວ ໄດ້​ຮັບການຈັດຕັ້ງ​ປະຕິບັດ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ ແລະ ມີຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ

ຢ່າງ​ໜັກ​ແໜ້ນ.

 

ແຫຼ໋ງຂ່າວ: ວຽງຈັນໃໝ່